ກະສັດ Salman bin Abdulaziz ຂອງຊາອຸດີ ອາຣາເບຍ
ໄດ້ຊັບຊ້ອນຕຳແໜ່ງຂັ້ນສູງ ຈຳນວນນຶ່ງ ໃນວັນພຸດມື້ນີ້ ທີ່
ລວມທັງການປະກາດ ຊື່ຫລານຊາຍຂອງພະອົງ ເຈົ້າຊາຍ
Mohammed bin Nayef ໃຫ້ເປັນອົງມົງກຸດລາດຊະ
ກຸມານຄົນໃໝ່.
ການແຕ່ງຕັ້ງອົງມົງກຸດຄົນໃໝ່ ແທນນ້ອງຊາຍຕ່າງມານດາ
ຂອງພະອົງ ຄືເຈົ້າຊາຍ Muqrin ທີ່ຫາກໍໄດ້ຖືກແຕ່ງຕັ້ງເປັນ
ອົງມົງກຸດ ໃນເດືອນມັງກອນຜ່ານມາ ໃນເວລາກະສັດ
Salman ຂຶ້ນສະເຫວີຍລາດ ພາຍຫຼັງການສິ້ນພະຊົນ ຂອງ
ກະສັດ Abdullah.
ໃນການເຄື່ອນໄຫວອີກດ້ານນຶ່ງນັ້ນ ຊຶ່ງໄດ້ມີການປະກາດ ໂດຍດຳລັດທັງໝົດ ຜ່ານສື່
ຂອງລັດ ກະສັດ Salman ໄດ້ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຄົນໃໝ່ ຊຶ່ງຍົກລະດັບ
ເອກອັກຄະລັດຖະທູດ ຊາອຸດີ ອາຣາເບຍ ປະຈຳ ສະຫະລັດ ທ່ານ Adel al-Jubeir ໃຫ້
ເຂົ້າຮັບ ຕຳແໜ່ງແທນ ນັກການທູດອະວຸໂສ ເປັນເວລາດົນນານ ເຈົ້າຊາຍ Saud al-Faisal.
ສ່ວນລູກຊາຍຂອງກະສັດ Salman ຄື ເຈົ້າຊາຍ Mohammad bin Salman ແມ່ນຖືກ
ແຕ່ງຕັ້ງໃຫ້ເປັນ ຮອງອົງມົງກຸດລາດຊະກຸມານຄົນໃໝ່.
Saudi Arabia's King Salman bin Abdulaziz reshuffled a number of top posts Wednesday, including naming his nephew Prince Mohammed bin Nayef as the new crown prince.
The new heir apparent replaces the king's half-brother, Muqrin, who had been named crown prince in January when King Salman took power upon the death of the King Abdullah.
In another move, also announced by a decree in state media, the king appointed a new foreign minister, elevating the Saudi ambassador to the U.S. Adel al-Jubeir to replace longtime diplomat Saud al-Faisal.
The king's son, Prince Mohammad bin Salman, is the new deputy crown prince.