ບັນດາຜູ້ນຳຂອງໂລກ ພວມໄປເຕົ້າໂຮມກັນທີ່ ຊາອຸດີ ອາຣາເບຍ
ເພື່ອສະແດງຄວາມເຄົາລົບນັບຖື ຫລັງຈາກກະສັດ Abdullah
ຊົງສິ້ນພະຊົນ.
ເຖິງແມ່ນວ່າ ໄດ້ເກີດຄວາມເຄັ່ງຕຶງລະຫວ່າງປະເທດຕ່າງໆ ກໍ່ຕາມ
ແຕ່ລັດຖະມົນຕີຕ່າງປະເທດຂອງອີຣ່ານ ທ່ານ Mohammad
Javad Zarif ແມ່ນເປັນຜູ້ທຳອິດ ທີ່ໄດ້ໄປເຖິງຊາອຸດີ ອາຣາເບຍ
ໃນວັນເສົາວານນີ້.
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຕັດການ
ຢ້ຽມຢາມປະເທດອິນເດຍໃຫ້ສັ້ນລົງ ເພື່ອບິນໄປຍັງປະເທດ
ຊາອຸດີ ອາຣາ ເບຍ ທີ່ປົກຄອງໂດຍຊາວກະສັດ ທີ່ນັບຖືສາສະໜາອິສລາມນິກາຍ Sunni ໃນວັນອັງຄານຈະມານີ້. ທ່ານໄດ້ໂທລະສັບໄປຫາ ກະສັດ Salman bin Abdulaziz ຈາກເຮືອບິນ Air Force One ທີ່ກຳລັງບິນມຸ້ງໜ້າໄປອິນເດຍ ໃນວັນເສົາວານນີ້ ເພື່ອສະແດງຄວາມເສົ້າສະຫລົດໃຈ ດ້ວຍຕົວທ່ານເອງ. ທຳນຽບຂາວ ກ່າວວ່າ ກະສັດ Salman ສະແດງຄວາມປິຕິຍິນດີ ນຳຂ່າວທີ່ ທ່ານ ໂອບາມາ ຈະເດີນທາງໄປຍັງນະຄອນຫລວງ Riyadh.
ທ່ານ Joe Biden ຮອງປະທານາທິບໍດີສະຫະລັດ ມີກຳນົດ
ຈະນຳພາຄະນະຜູ້ແທນ ຕາງໜ້າປະທານາທິບໍດີ ແຕ່ມາບັດນີ້
ແມ່ນຈະປະຕິບັດໜ້າທີ່ ຢູ່ວໍຊິງຕັນ.
ສ່ວນບັນດາຜູ້ນຳອື່ນໆ ທີ່ໄດ້ເດີນທາງໄປສະແດງຄວາມເສົ້າ
ສະຫລົດໃຈ ແລະໄດ້ພົບປະ ກັບກະສັດອົງໃໝ່ ແມ່ນຮວມທັງ
ເຈົ້າຟ້າຊາຍ Charles ແຫ່ງອັງກິດ ພ້ອມດ້ວຍ ນາຍົກລັດຖະ
ມົນຕີອັງກິດ ທ່ານ David Cameron ປະທານາທິບໍດີຝຣັ່ງ
ທ່ານ Francois Hollande ແລະ ປະທານາທິບໍດີອີຈິບ ທ່ານ
Abdel Fattah el-Sissi. ຄະນະຜູ້ແທນຈຳນວນນຶ່ງຂອງຊາອຸດີ
ອາຣາເບຍ ແມ່ນໄດ້ສະແດງໃຫ້ເຫັນໃນວີດີໂອເມື່ອວັນເສົາວານນີ້
ໃນຂະນະທີ່ຕ້ອນຮັບປະທານາທິບໍດີອັຟການິສຖານ ແລະ ຕູນີເຊຍ ແລະ ຮອງປະທານາ
ທິບໍດີຂອງອິນເດຍ ແລະ ອິນໂດເນເຊຍ.
ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ແມ່ນ
ຮວມຢູ່ໃນບັນດາຜູ້ນຳມຸສລິມ ທີ່ໄດ້ໄປຮ່ວມພິທີສົ່ງສະການໃຫ້
ແກ່ກະສັດ Abdullah ໃນວັນສຸກຜ່ານມາທີ່ນະຄອນຫຼວງ Riyadh.
ກະສັດ Abdullah ທີ່ມີພະຊົນມາຍຸ 90 ພັນສາ ໄດ້ສິ້ນພະຊົນໃນມື້
ວັນສຸກ ຫລັງຈາກໄດ້ຮັບຮັບການປິ່ນປົວທີ່ໂຮງພະຍາບານຍ້ອນ
ປອດອັກເສບ. ເຈົ້າ Salman ຊຶ່ງເປັນພະອະນຸຊາຕ່າງມານດາ
ຈະຂຶ້ນ ຄອງບັນລັງແທນພະອົງ.