ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຶ່ງປີຜ່ານ​ໄປ​ແລ້ວ ກໍ​ຍັງຊອກ​ຫາ ຜູ້​ຮັບ​ຜິດ​ຊອບ ຕໍ່​ການ​ສັງ​ຫານ​ ທ. ຄາ​ຊອກ​ກີ ບໍ່​ໄດ້​ເທື່ອ


ຮູບ​ຂອງ ທ. ​ຈາ​ມາ​ລ ຄາ​ຊອກ​ກີ, ຊາວ​ຊາ​ອຸ​ດີທີ່​ຕໍ່​ຕ້ານ​ລັດ​ຖະ​ບານ ແລະນັກ​ຂ່າວ​ໜັງ​ສື​ພິ​ມວໍ​ຊິງ​ຕັນ ນໂພ​ສ​ທ໌ ຕິດ​ຢູ່​ໃກ້ກັບ​ສະ​ຖານກົງ​ສຸນ​ ທີ່​ນະ​ຄອນ​ອິ​ສ​ຕັນ​ບູ​ລຂອງປະ​ເທ​ດ​ເທີ​ກີ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ​ນຶ່ງ​ປີ ທີ່​ທ່ານ​ໄດ້​ຖືກ​ຂ້າ​ຕາຍ. ວັນ​ທີ 2 ຕຸ​ລາ, 2019
ຮູບ​ຂອງ ທ. ​ຈາ​ມາ​ລ ຄາ​ຊອກ​ກີ, ຊາວ​ຊາ​ອຸ​ດີທີ່​ຕໍ່​ຕ້ານ​ລັດ​ຖະ​ບານ ແລະນັກ​ຂ່າວ​ໜັງ​ສື​ພິ​ມວໍ​ຊິງ​ຕັນ ນໂພ​ສ​ທ໌ ຕິດ​ຢູ່​ໃກ້ກັບ​ສະ​ຖານກົງ​ສຸນ​ ທີ່​ນະ​ຄອນ​ອິ​ສ​ຕັນ​ບູ​ລຂອງປະ​ເທ​ດ​ເທີ​ກີ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ​ນຶ່ງ​ປີ ທີ່​ທ່ານ​ໄດ້​ຖືກ​ຂ້າ​ຕາຍ. ວັນ​ທີ 2 ຕຸ​ລາ, 2019

ການ​ສັງ​ຫານ ທ່ານ​ຈາ​ມາ​ລ ຄາ​ຊອກ​ກີ, ຊາວ​ຊາ​ອຸ​ດີທີ່​ຕໍ່​ຕ້ານ​ລັດ​ຖະ​ບານ ແລະ ນັກ​ຂ່າວ​ໜັງ​ສື​ພິ​ມວໍ​ຊິງ​ຕັນໂພ​ສ​ທ໌ທີ່​ມີ​ຊື່​ສຽງ ໄດ້ເຮັດ​ໃຫ້ໂລ​ກ​ສັ່ນ​ສະ​ເທື່ອນ ໃນ​ນຶ່ງ​ປີ​ກ່ອນ ເມື່ອຜູ້ຄົນ​ທົ່ວ​ໄປໄດ້​ຮູ້​ວ່າ ​ທີມ​ຂອງ​ລັດ​ຖະ​ບານ​ຊາ​ອຸດີໄດ້ທຳ​ການ​ລອບ​ສັງ​ຫານ ແລະ​ຕັດ​ຮ່າງ​ກາຍ​ຜູ້​ກ່ຽວ​ອອກຄື​ແນວ​ໃດ ຢູ່​ໃນ​ກົງ​ສຸນ​ທີ່​ນະ​ຄອນ​ອິ​ສ​ຕັນ​ບູ​ລຂອງປະ​ເທ​ດ​ເທີ​ກີ.

ທ່ານ​ຄາ​ຊອກ​ກີ ໄດ້​ຕິ​ຕຽນ​ບັນ​ດາ​ຜູ້​ນຳ​ຊາ​ອຸ​ດີ ອາ​ຣາ​ເບຍວ່າ​ໄດ້​ລະ​ເມີດ​ສິດ​ທິ​ມະ​ນຸດຢູ່​ເລື້ອຍໆ, ທຳ​ການຈັບ​ກຸມ​ບັນ​ດາ​ຜູ້​ຕຳ​ນິ​ຕິ​ຕຽນລັດ​ຖະ​ບານ, ແລະມີນະ​ໂຍ​ບາຍ​ສຳ​ລັບຂົງ​ເຂດທີ່​ຮຸນ​ແຮງ, ຮວ​ມ​ທັງ​ບົດ​ບາດ​ພວກ​ເພິ່ນ​ຢູ່​ໃນ​ສົງ​ຄາມໃນປະ​ເທດ​ເຢ​ເມນທີ່​ແກ່​ຍາວມາ​ໄດ້ 4 ປີແລ້ວນັ້ນ.

ໂດຍ ​ອີງ​ຕາມ​ລາຍ​ງານ​ທີ່​ໄດ້​ເຜີຍ​ແຜ່ອອກ​ມາ, ອົງການສືບລັບລັດ​ຖະ​ບານ​ກາງ​ຂອງສະ​ຫະ​ລັດ ຫລື CIA ໄດ້ສະ​ຫລຸບ​ວ່າ ການ​ສັງຫານທ່ານ​ຄາ​ຊ​ອກ​ກີແມ່ນ​ຖືກ​ສັ່ງການ​ໂດຍ​ເຈົ້າ​ຟ້າ​ຊາຍ ໂມ​ຮຳ​ເມດ ບິນ ຊາ​ລ​ມ​ານ ​ຂອງຊາ​ອຸ​ດີ ອາ​ຣາ​ເບຍ ຊຶ່ງ​ເຮັດ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສະ​ຫະ​ລັດ ປະ​ນາມ​ຢ່າງ​ເປີດ​ເຜີຍ​ຕໍ່​ປະ​ເທດດັ່ງ​ກ່າວ ແລະ​ພະ​ຍາ​ຍາມທີ່​ຈະ​ໂຈະ​ການ​ຂາຍ​ອາ​ວຸດ​ໃຫ້​ແກ່ຣາດ​ຊະອາ​ນາ​ຈັກແຫ່ງນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຄັດ​ຄ້ານ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ພັກ​ຂອງ​ທ່ານ ໂດຍ​ຊຸກ​ຍູ້​ໃຫ້​ຮັບຜ່ານ​ການ​ຂາຍ​ອາ​ວຸດທີ່​ມີ​ມູນ​ຄ່າ 8. 1 ຕື້​ໂດ​ລາ​ ເພື່ອຮັກ​ສາສາຍ​ສຳ​ພັນ​ທະ​ໄມ​ຕີ​ກັບຣາດ​ຊະ​ອາ​ນາ​ຈັກດັ່ງ​ກ່າວ ຊຶ່ງ​ທ່ານ​ໄດ້​ໃຫ້​ອ້າງ​ເຫດ​ຜົນ​ວ່າ ເພື່ອ​ປ້ອງ​ກັນການ​ແຊກ​ແຊງ​ຂອງ​ອີ​ຣ່ານ. ປະ​ທາ​ນາ​ທິບໍດີ​ທ​ຣຳ ໄດ້​ເນັ້ນ​ຢ້ຳ​ວ່າ ສະ​ຫະ​ລັດ​ບໍ່​ສາ​ມາດ​ທີ່​ຈະຍົກ​ເລີກ​ການ​ຂາຍ​ອາ​ວຸດ​ອັນ​ໃຫ​ຍ່ຫຼວງ​ໃຫ້​ແກ່​ພັນ​ທະ​ມິດ​ຕາ​ເວັນ​ອອກ​ກາງຂອງ​ຕົນ​ໄດ້.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ໃນ​ເດືອນ​ພະ​ຈິກ ປີ 2018 ວ່າ “​ພວກ​ເຮົາ​ອາດ​ຈະ​ບໍ່​ຮູ້​ເລື້ອງ​ຄວາມ​ຈິງ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງກັບ​ການ​ສັງ​ຫານ​ທ່ານ​ຄາ​ຊ​ອກ​ກີໄດ້. ໃນ​ນາມ​ເປັນປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຂ້າ​ພະ​ເຈົ້າ​ຕັ້ງ​ໃຈຮັບປະ​ກັນ​ວ່າ, ຢູ​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍອັນ​ຕະ​ລາຍນີ້,​ ອາ​ເມ​ຣິ​ກາປະ​ຕິ​ບັດ​ຕາມ​ການ​ຫາ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດຕົນ ແລະ​ແຂ່ງ​ຂັນ​ກັບ​ບັ​ນ​ດາ​ປະ​ເທດ​ທີ່​ປາດ​ຖະ​ໜາຢາກ​ທຳ​ຮ້າຍ​ພວກ​ເຮົາຢ່າງ​ຂ້ຽວ​ຂາດ. ເວົ້າ​ແບບ​ງ່າຍກໍ​ຄືມັນ​ເປັນ​ສິ່ງ​ທີ່ເອີ້ນວ່າ ອາ​ເມ​ຣິກາ ມາ​ກ່ອນໝູ່​ໝົດ.”

ຄູ່​ໝັ້ນ​ຂອງ​ທ່ານ​ຄາ​ຊອກ​ກີ​ກ່າວ​ວ່າ​ມີ ຫຼາຍ​ປະ​ເທດ​ຮວມ​ທັງ​ສະ​ຫະ​ລັດ ບໍ່​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ ແລະ​ເຮັດ​ໃຫ້​ບັນ​ດາ​ຜູ້​ນຳ​ຂອງຊາ​ອຸ​ດີ​ຮັບ​ຜິດ​ຊອບຕໍ່​ການ​ກະ​ທຳ​ຂອງ​ເຂົ​າ​ເຈົ້າ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG