ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ອີ​ຣ່ານ ຈະ​ພົບ​ປະ​ກັນ ໃນ​ລະ​ຫວ່າງເດືອນ​ສັກ​ສິດ ຣາ​ມາ​ດານ


ໃນ​ພາບນີ້​ທີ່​ຖືກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ, ທ່ານ ຫວັງ ຢີ, ນັກ​ການ​ທູດ​ລະ​ດັບ​ສູງທີ່​ສຸດ​ຂອງ ຈີນ, ກາງ, ເປັນ​ປະ​ທານກອງ​ປະ​ຊ​ຸມ​ລະ​ຫວ່າງ​ຜູ້​ນຳ​ຈາກ ອີ​ຣ່ານ ແລະ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ , 11 ມ​ີ​ນາ 2023.
ໃນ​ພາບນີ້​ທີ່​ຖືກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ, ທ່ານ ຫວັງ ຢີ, ນັກ​ການ​ທູດ​ລະ​ດັບ​ສູງທີ່​ສຸດ​ຂອງ ຈີນ, ກາງ, ເປັນ​ປະ​ທານກອງ​ປະ​ຊ​ຸມ​ລະ​ຫວ່າງ​ຜູ້​ນຳ​ຈາກ ອີ​ຣ່ານ ແລະ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ , 11 ມ​ີ​ນາ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ ເຈົ້າ​ຊາຍ ໄຟ​ຊາ​ລ ບິນ ຟາ​ຮານ ອາ​ລ ຊາ​ອຸດ (Faisal bin Farhan Al Saud) ແລະ ຄູ່​ຮ່ວມ​ຕຳ​ແໜ່ງ​ຈາກ ອີ​ຣ່ານ, ທ່ານ ຮອ​ສ​ເຊນ ອາ​ມີ​ຣາບດອ​ລ​ລາ​ຮຽນ (Hossein Amirabdollahian), ໄດ້​ຕົກ​ລົງ​ທີ່​ຈະ​ພົບ​ປະ​ກັນ​ໃນ​ລະ​ຫວ່າງ​ເດືອນ​ສັກ​ສິດ ຣາ​ມາ​ດານ ຂອງ​ຊາວ ມຸ​ສ​ລິມ, ອີງ​ຕາມອົງ​ການ​ຂ່າວ​ SPA ຂອງ​ລັດ​ຖະ​ບານ ຊາ​ອຸ​ດີ ໃນ​ຕອນ​ເຊົ້າ​ຂອງວັນ​ຈັນ​ມື້ນີ້.

ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ລົມ​ກັນ​ທາງ​ໂທ​ລະ​ສັບ​ເປັນ​ຄັ້ງ​ທີ​ສອງ​ໃນ​ຮອບ​ສອງ​ສາມ​ວັນ​ທີ່​ຜ່າ​ນ​ມາ, ອີງ​ຕາມ​ອົງ​ການ​ຂ່າວ SPA.

ອົງ​ການ​ຂ່າວ SPA ໄດ້​ກ່າວ​ວ່າ “ໃນ​ລະ​ຫວ່າງ​ການ​ລົມ​ໂທ​ລະ​ສັບ​ນັ້ນ, ໄດ້​ມີ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຫຼາຍ​ບັນ​ຫາ​ທົ່ວ​ໄປ​ໃນ​ແງ່​ຂອງ​ຂໍ້​ຕົກ​ລົງ​ສາມ​ຝ່າຍ​ທີ່​ຖືກ​ເຊັນ​ໃນ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ ຈີນ. ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ​ຍັງ​ໄດ້​ຕົກ​ລົງ​ທີ່​ຈະ​ຈັດ​ກອງ​ປະ​ຊຸມ​ສອງ​ຝ່າຍ​ໃນ​ລະ​ຫວ່າງ​ເດືອນ ຣາ​ມາ​ດານ ທີ່​ດຳ​ເນີນ​ຢູ່.”

ໃນ​ຕົ້ນ​ເດືອນນີ້, ອີ​ຣ່ານ ແລະ ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ຟື້​ນ​ຟູ​ສາຍ​ພົວ​ພັນ​ຫຼັງ​ຈາກ​ຄວາມບໍ່​ເປັນ​ມິດຫຼາຍ​ປີ​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃນ​ອ່າວ ເປີ​ເຊຍ ແລະ ໄດ້​ຊ່ວຍ​ເປັນ​ເຊື້ອ​ໄຟ​ໃນ​ຄວາ​ມ​ຂັດ​ແຍ້ງ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຈາ​ກ​ປະ​ເທດ ເຢ​ເມນ ຫາ ຊີ​ເຣຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG