ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາ​ອຸ​ດີ ອາ​ຣາ​ເບຍ ປະ​ຕິ​ເສດ​ການ​ ສົ່ງ​ຕົວ​ ຜູ້​ຕ້ອງ​ສົງ​ໄສ ສັງ​ຫານ​ທ່ານ ຄາ​ຊອກ​ກີ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ ອາ
​ແດ​ລ ອາ​ລ ຈູ​ແບ ກ່າວ​ຄ​ຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ຕອນ​ທ້າຍ​ຂອງກອງ​ປ​ະ​ຊຸມ​ສຸດຍອດ ອາ​ຣັບ, ເມືອງ ດາຣານ, ຊາ​ອຸ​ດີ ອາ​ຣາ​ເບຍ. 15 ເມ​ສາ, 2018.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ ອາ ​ແດ​ລ ອາ​ລ ຈູ​ແບ ກ່າວ​ຄ​ຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ຕອນ​ທ້າຍ​ຂອງກອງ​ປ​ະ​ຊຸມ​ສຸດຍອດ ອາ​ຣັບ, ເມືອງ ດາຣານ, ຊາ​ອຸ​ດີ ອາ​ຣາ​ເບຍ. 15 ເມ​ສາ, 2018.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ປະ​ຕິ​ເສດ​ການ​ຮຽກຮ້ອງ
ຂອງ ເທີກີ ໃນການສົ່ງຕົວອະດີດເຈົ້າໜ້າທີ່ ອາວຸໂສ ຊາອຸ ສອງຄົນ ທີ່ຖືກສົງໄສ ກ່ຽວ
ກັບ ການມີສ່ວນຮ່ວມໃນການສັງຫານນັກຂ່າວ ທ່ານ ຈາມາລ ຄາຊອກກີ ເມື່ອເດືອນ
ຕຸລາທີ່ຜ່ານມາ.

ທ່ານ ອາ​ແດ​ລ ອາ​ລ ຈູ​ແບ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ຣີ​ຢາດ ເມື່ອ​
ວັນອາທິດວານນີ້ວ່າ “ພວກເຮົາບໍ່ສົ່ງປະຊາຊົນຂອງເຮົາໃຫ້ປະເທດອື່ນ.”

ໃນ​ອາ​ທິດ​ແລ້ວນີ້, ສານ ເທີ​ກີ ໄດ້​ຮັບ​ຮອງ​ເອົາ​ໃບ​ສັ່ງ​ຈັບ​ທ້າວ ຊາ​ອຸດ ອາ​ລ ຄາ​ຕາ​ນີ,
ຜູ້ຊ່ວຍລະດັບສູງຂອງອົງມົງກຸດ ໂມຮຳເມັດ ບິນ ຊາລມານ, ແລະ ອະດີດຫົວໜ້າສືບ
ລັບ ທ່ານ ອາມັດ ອາລ ອາຊີຣີ.

ຜູ້​ຊາຍ​ທັງ​ສອງ​ຄົນ ​ແມ່ນ​ຢູ່​ໃນ​ກຸ່ມ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ ຜູ້​ທີ່​ຖືກ​ໄລ່​ອອກ ຫຼັງ​ຈາກ ບັນ​
ດາຜູ້ນຳ ຊາອຸ ໄດ້ອະທິບາຍ ກ່ຽວກັບ ການຕາຍຂອງທ່ານ ຄາຊອກກີ ວ່າເປັນການ
ປະຕິບັດການທີ່ດຳເນີນໂດຍພວກບໍ່ມີສິນທຳ.

ບັນ​ດາ​ໄອ​ຍະ​ການ ເທີ​ກີ ໄດ້​ກ່າວ​ວ່າ ມັນ​ມີ​ການ​ສົງ​ໄສ​ຢ່າງ​ແຮງວ່າ​ທ່ານ ອ​າ​ຊີ​ຣີ ກັບ
ທ້າວ ຄາຕານີ ແມ່ນມີສ່ວນຮ່ວມໃນການວາງແຜນສັງຫານ.

ທ້າວ ຄາ​ຕາ​ນີ ຍັງ​ເປັນ​ນຶ່ງ​ໃນ​ພວກ 17 ຄົນ ​ທີ່​ຖືກ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ວາງ​
ມາດຕະການລົງໂທດໃສ່ ໃນການເຊື່ອມໂຍງກັບການສັງຫານດັ່ງກ່າວ, ເຊິ່ງໄດ້ເກີດ
ຂຶ້ນຫຼັງຈາກທ່ານ ຄາຊອກກີ ໄດ້ເຂົ້າໄປໃນສະຖານກົງສຸນ ຊາອຸ ໃນນະຄອນ ອິສຕັນ
ບູລ.

ເທີ​ກີ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຢາກ​ດຳ​ເນີນ​ຄະ​ດີ​ຜູ້​ທີ່​ມີ​ສ່ວນ​ຮ່ວມ​ນັ້ນ ເພື່ອ​ທີ່​ຈະ​ຮັບ​ປະ​
ກັນວ່າ ຜູ້ທີ່ມີຄວາມຮັບຜິດຊອບໄດ້ຖືກນຳຕົວມາລົງໂທດ, ໃນຂະນະທີ່ ຊາອຸດີ
ອາຣາເບຍ ໄດ້ເວົ້າວ່າ ເຂົາເຈົ້າມີຄວາມສາມາດໃນການຮັບມືກັບບັນຫາດ້ວຍຕົນເອງ
ແລະ ວ່າ ເທີກີ ບໍ່ໄດ້ອອກມາແບ່ງປັນຂໍ້ມູນ ຈາກການສືບສວນສອບສວນຂອງເຂົາເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG