ຊາວໜຸ່ມຊາອຸດີຄົນນຶ່ງ ຜູ້ທີ່ໄດ້ປະເຊີນໜ້າກັບການເປັນໄປໄດ້ວ່າ ຈະຖືກລົງໂທດ ປະ
ຫານຊີວິດ ໃນການເຂົ້າຮ່ວມປະທ້ວງທີ່ນຳພາໂດຍພວກຊີໄອມຸສລິມ ເວລາຍັງເປັນ
ເດັກນ້ອຍຢູ່ນັ້ນ ຈະບໍ່ຖືກປະຫານຊີວິດ.
ທ້າວມາຣຕາຈາ ກູເຣຣິສ ຜູ້ທີ່ມີອາຍຸ 13 ປີ ເວລາລາວຖືກຈັບໃນປີ 2014 ຈະໄດ້ໃຊ້
ເວລາຢູ່ໃນຄຸກແທນ.
ສານຊາອຸດີແຫ່ງນຶ່ງ ໃນວັນອາທິດວານນີ້ ໄດ້ຕັດສິນລົງໂທດທ້າວກຸເຣຣິສ ເປັນເວລາ
12 ປີ ໃຫ້ຢູ່ໃນຄຸກຊຶ່ງຮວມທັງເວລາທີ່ໄດ້ໃຊ້ມາແລ້ວ ແລະອີກສີ່ປີ ໃນການຝາກໂທດ.
ນັ້ນໝາຍຄວາມວ່າລາວອາດຖືກປ່ອຍໂຕໃນປີ 2022.
ເຈົ້າໜ້າທີ່ຊາອຸດີກ່າວວ່າ ທ້າວກູເຣຣິສ ໄດ້ສ້າງ ແລະໃຊ້ລະເບີດແກ້ວນໍ້າມັນ ຢ່າງຕໍ່
ເນື່ອງໃນການໂຈມຕີຕ້ານຕຳຫຼວດ ແລະຮ້ານຂາຍຢາແຫ່ງນຶ່ງ ທີ່ລາວໄດ້ໃຊ້ປືນ ຫຼັງ
ຈາກໄດ້ຖືກເກນໂດຍພວກ “ກໍ່ການຮ້າຍ” ແລ້ວ.
ຊາອຸດີອາຣາເບຍ ໄດ້ຕົກຢູ່ພາຍໃຕ້ການຕ້ອງຕິຢ່າງໜັກ ໂດຍບັນດາກຸ່ມສິດທິມະນຸດ
ນັບແຕ່ການສັງຫານນັກຂ່າວ ທ່ານຈາມາລ ຄາຊົກກີ ໃນເດືອນຕຸລາປີກາຍນີ້ ພ້ອມທັງ|
ໃສ່ຄຸກບັນດານັກເຄື່ອນໄຫວສິດທິແມ່ຍິງ ຜູ້ທີ່ຍັງຖືກດຳເນີນຄະດີຢູ່.
ໃນເດືອນເມສາຜ່ານມາ ອານາຈັກດັ່ງກ່າວ ໄດ້ສັງຫານຜູ້ຊາຍ 37 ຄົນ ສ່ວນໃຫຍ່ແມ່ນ
ເປັນພວກຊີໄອ. ຮວມຢູ່ໃນພວກທີ່ຖືກສັງຫານນັ້ນ ກໍໄດ້ມີເດັກນ້ອຍຜູ້ຊາຍຊີໄອທີ່ຖືກ
ຈັບອາຍຸ 16 ປີ ອີງຕາມອົງການນິລະໂທດກຳສາກົນ. ບັນດາກຸ່ມສິດທິມະນຸດເຫັນວ່າ
ການດຳເນີນຄະດີຂອງຈຳນວນພວກທີ່ຖືກສັງຫານນັ້ນ “ເປັນທີ່ຮັບບໍ່ໄດ້ ບໍ່ມີຄວາມ
ທ່ຽງທຳ.”
ອົງການິລະໂທດກຳສາກົນ ໄດ້ມີປະຕິກິລິຍາຕໍ່ຂ່າວຂອງທ້າວກູເຣຣິສ ຢູ່ທາງທວິດເຕີ
ໃນວັນອາທິດວານນີ້. “ເປັນທີ່ໂລ່ງໃຈ ທີ່ໄດ້ຮຽນຮູ້ວ່າ ພວກເຈົ້າໜ້າທີ່ຊາອຸດີ ຢືນຢັນວ່າ
#ທ້າວມູຣຕາຈາກຼເຣຣິສ ຈະບໍ່ຖືກຕັດສິນລົງໂທດປະຫານຊີວິດ. #ເສັດສິ້ນການລົງ
ໂທດປະຫານຊີວິດ #ຊາອຸດີອາຣາເບຍ.”