ອົງມົງກຸດ ໂມຮຳເມັດ ບິນ ຊາລມານ ຂອງປະເທດ ຊາອຸດີ ອາຣາເບຍ ໃນວັນອາທິດ
ວານນີ້ ໄດ້ສຳຫຼວດການເຊັນຂໍ້ຕົກລົງ ການລົງທຶນທີ່ບໍ່ເຄີຍມີມາກ່ອນກັບ ປາກິສຖານ
ມູນຄ່າ 20 ຕື້ໂດລາ ພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກເພິ່ນໄດ້ເດີນທາງຮອດນະຄອນ
ຫຼວງ ອິສລາມາບັດ ໃນການຢ້ຽມຢາມຄັ້ງທຳອິດຂອງເພິ່ນ.
ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ ພ້ອມກັບບັນດາເຈົ້າໜ້າທີ່ອາວຸ
ໂສ ພົນລະເຮືອນ ແລະ ກອງທັບ ໄດ້ຕ້ອນຮັບຜູ້ນຳຊາອຸດີ ອາຣາເບຍ ຢູ່ຖານທັບອາ
ກາດ ຕັ້ງຢູ່ນອກນະຄອນຫຼວງຂອງປະເທດ. ຕໍ່ມາທ່ານ ຄານ ໄດ້ຂັບລົດດ້ວຍຕົນເອງ
ນຳພາອົງມົງກຸດໄປທຳນຽບນາຍົກລັດຖະມົນຕີ ບ່ອນທີ່ຜູ້ນຳທັງສອງ ໄດ້ຈັດການເຈ
ລະຈາຢ່າງເປັນທາງການ ກ່ອນໄດ້ສຳຫຼວດການເຊັນຂໍ້ຕົກລົງ ລະຫວ່າງ ບັນດາຜູ້
ແທນຂອງທັງສອງຝ່າຍ.
ຜູ້ນຳທັງສອງຄົນຕໍ່ມາ ໄດ້ກ່າວຄຳປາໄສໃນພິທີ ແລະ ຄຳປາໄສຂອງພວກເພິ່ນໄດ້
ສາຍອອກອາກາດໂດຍໂທລະພາບລັດຖະບານ. ອົງມົງກຸດ ຊາລມານ, ທີ່ຮູ້ກັນໂດຍ
ທົ່ວໄປວ່າ MBS ນັ້ນ, ໄດ້ກ່າວເນັ້ນວ່າຄະນະຜູ້ແທນຂອງທ່ານໄດ້ເຊັນ ບັນທຶກຄວາມ
ເຂົ້າໃຈ ມູນຄ່າ “20 ຕື້ຶ້ໂດລາ”.
ເພິ່ນໄດ້ເວົ້າວ່າ “ມັນໃຫຍ່ຫຼາຍສຳລັບໄລຍະທຳອິດ ແລະ ແນ່ນອນມັນຈະເຕີບໂຕ
ຂຶ້ນທຸກໆເດືອນ, ທຸກໆປີເປັນຕົວເລກທີ່ໃຫຍ່ກວ່ານີ້ ແລະ ຈະໃຫ້ຜົນປະໂຫຍດແກ່
ທັງສອງປະເທດຂອງພວກເຮົາ.”
MBS ໄດ້ກ່າວຢ້ຳ ຄວາມສຳຄັນຂອງສາຍພົວພັນສອງຝ່າຍ, ໂດຍເວົ້າວ່າເພິ່ນໄດ້
ເລືອກ ປາກິສຖານ ເປັນບ່ອນເດີນທາງຢ້ຽມຢາມຟາກຕາເວັນອອກຄັ້ງທຳອິດຂອງ
ເພິ່ນ ນັບຕັ້ງແຕ່ໄດ້ກາຍເປັນອົງມົງກຸດ.
ເພິ່ນໄດ້ເນັ້ນວ່າ “ປາກິສຖານ ຈະເປັນປະເທດທີ່ສຳຄັນຫຼາຍໃນອະນາຄົດ ແລະ
ພວກເຮົາຢາກເຮັດໃຫ້ແນ່ໃຈວ່າ ພວກເຮົາແມ່ນສ່ວນນຶ່ງໃນນັ້ນ.”
MBS ໄດ້ກ່າວວ່າ “ພວກເຮົາເຊື່ອໝັ້ນໃນພາກພື້ນຂອງພວກເຮົາ ຍ້ອນແນວນັ້ນພວກ
ເຮົາຈຶ່ງລົງທຶນໃສ່ມັນ ແລະ ພວກເຮົາເຊື່ອວ່າ ພວກເຮົາຈະມີເຂດຕາເວັນອອກກາງ ທີ່
ຖືກຫຸ້ມລ້ອມໂດຍ ປາກິສຖານ ຈາກຟາກຕາເວັນອອກ.”