ອົງມົງກຸດລາຊະກຸມານ Nayef bin Abdul-Aziz al-Saudi ໄດ້ເຖິງແກ່ສະຫວັນນະຄົດໃນ
ວັນເສົາວານນີ້ ຫຼັງຈາກຖືກແຕ່ງຕັ້ງມາໄດ້ 8 ເດືອນ ລວມມີພະຊົນມາຍຸໄດ້ 70 ພັນສາກ່ວາໆ.
ຖະແຫຼງການສະບັບນຶ່ງທີ່ປະກາດອອກທາງສື່ຂອງລັດກ່າວວ່າ ເຈົ້າຟ້າຊາຍ Nayef ໄດ້ສິ້ນ
ພະຊົນຢູ່ນອກ Saudi Arabia. ລາຍງານຂ່າວເວົ້າວ່າ ອົງມົງກຸດໄດ້ເຖິງແກ່ສະຫວັນນະຄົດ
ຢູ່ທີ່ນະຄອນGeneva ປະເທດ Switzerland ບ່ອນທີ່ພະອົງໄດ້ຊົງເດີນທາງໄປປິ່ນປົວໂຕ
ເມື່ອບໍ່ດົນຜ່ານມາ ຍ້ອນພະຍາດທີ່ບໍ່ໄດ້ເປີດເຜີຍໃຊ້ຊາບ.
ພະລາຊະສໍານັກກ່າວວ່າ ພິທີໄຫວ້ວອນສົ່ງສະການຈະຈັດຂຶ້ນທີ່ແຂວງ Makkah ໃນວັນອາ
ທິດມື້ນີ້.
ປະທານາທິບໍດີບາຣັກ ໂອມາມາ ແຫ່ງສະຫະລັດ ໄດ້ສົ່ງຄວາມໂສກເສົ້າເສຍໃຈຢ່າງເລິກ
ເຊິ່ງຂອງທ່ານ ໄປຍັງລາຊະວົງແລະປະຊາຊົນ Saudi Arabia. ຖະແຫຼງການຈາກທໍານຽບ
ຂາວສະບັບນຶ່ງກ່າວວ່າ ພາຍໃຕ້ການນໍາພາຂອງມື້ລາງອົງມົງກຸດ Nayef ນັ້ນ ສະຫະລັດ
ແລະ Saudi Arabia ໄດ້ພັດທະນາຄວາມເປັນພາຄີກັນ ທີ່ແຂງແຮງແລະມີປະສິດທິຜົນ
ໃນການຕໍ່ຕ້ານພວກກໍ່ການຮ້າຍຮ່ວມກັນ ຊຶ່ງໄດ້ຊ່ອຍຊີວິດຊາວອະເມຣິກັນແລະຄົນ Sau
di Arabia ໄວ້ຢ່າງນັບບໍ່ຖ້ວນ.
ເຈົ້າຟ້າຊາຍ Nayef ຊຶ່ງເປັນອະດີດລັດຖະມົນຕີພາຍໃນ ໄດ້ຖືກແຕ່ງຕັ້ງເປັນອົງມົງກຸດໃນ
ເດືອນຕຸລາປີແລ້ວນີ້ ຫຼັງຈາກການສິ້ນພະຊົນຂອງເຈົ້າຟ້າຊາຍ Sultan bin Abdul-aziz
al-Saud. ໃນຖານະເປັນອົງມົງກຸດນັ້ນ ພະອົງຈະໄດ້ຂຶ້ນຄອງບັນລັງເວລາໃດທີ່ກະສັດ
Abdullah ສິ້ນພະຊົນ ຊຶ່ງເວລານີ້ພະອົງຊົງມີພະຊົນມາຍຸ 80 ພັນສາປາຍແລ້ວ.
ເບິ່ງຄືວ່າ ຜູ້ທີ່ຈະຂຶ້ນແທນພະອົງນັ້ນ ຈະແມ່ນເຈົ້າຟ້າຊາຍ Salman ຊຶ່ງມີພະຊົນອາຍຸ 76
ພັນສາ ແລະເປັນພະອານຸຊາຂອງກະສັດ Abdullah ຊຶ່ງໄດ້ຂຶ້ນດໍາລົງຕໍາແໜ່ງລັດຖະມົນ
ຕີປ້ອງກັນປະເທດໃນເດືອນພະຈິກປິແລ້ວນີ້ ຫຼັງຈາກເປັນຜູ້ຄອງກໍາແພງນະຄອນຫລວງ
Riyadh ມາໄດ້ດົນກວ່າ 4 ທົດສະວັດ.