ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານຊາອຸດີ ໄດ້ຕັດສິນລົງໂທດ ນັກເຄື່ອນໄຫວ ດ້ານສິດທິແມ່ຍິງ ທີ່ມີຊື່ສຽງ


ພາບຂອງນັກເຄື່ອນໄຫວດ້ານສິດທິແມ່ຍິງທີ່ມີຊື່ສຽງຊາວຊາອຸດີ, ນາງ ລູເຈນ ອາລ-ຮາດລູລ
ພາບຂອງນັກເຄື່ອນໄຫວດ້ານສິດທິແມ່ຍິງທີ່ມີຊື່ສຽງຊາວຊາອຸດີ, ນາງ ລູເຈນ ອາລ-ຮາດລູລ

ສານຊາອຸດີໄດ້ຕັດສິນລົງໂທດນັກເຄື່ອນໄຫວດ້ານສິດທິແມ່ຍິງທີ່ມີຊື່ສຽງນາງ ລູເຈນ ອາລ-ຮາດລູລ (Loujain al-Hathloul) ໃຫ້ຕິດຄຸກເກືອບຮອດ 6 ປີ.

ສຳນັກຂ່າວແຊບ (Sabq) ທີ່ເຊື່ອມໂຍງກັບລັດຖະບານກ່າວວ່າ ສານຕ້ານການກໍ່ການຮ້າຍຂອງຊາອຸດີອາຣາເບຍໄດ້ພົບວ່າ ນາງ ລູເຈນ ອາລ-ຮາດລູລ (Loujain al-Hathloul) ມີຄວາມຜິດ ໃນຖານຍຸຍົງໃຫ້ມີການປ່ຽນແປງ, ປະຕິ ບັດຕາມຈຸດປະສົງຂອງຕ່າງປະເທດ ແລະນຳໃຊ້ອິນເຕີແນັດເພື່ອທໍາລາຍຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມທົ່ວໄປ.

ນາງອາລ-ຮາດລູລ ໄດ້ຮຽກຮ້ອງໃຫ້ມີການປະຕິຮູບ ເຊັ່ນຢຸດຕິກົດໝາຍວ່າດ້ວຍ ການໃຫ້ມີຜູ້ຊາຍຕິດຕາມຄຸ້ມຄອງ ແລະປ່ອຍໃຫ້ແມ່ຍິງມີສິດໃນການຂັບລົດ, ເຊິ່ງດຽວນີ້ພວກເຂົາສາມາດເຮັດໄດ້ແລ້ວ. ປີກາຍນີ້, ລັດຖະບານໄດ້ອອກກົດ ໝາຍວ່າດ້ວຍການຜ່ອນຜັນ ການໃຫ້ມີຜູ້ຊາຍຕິດຕາມ ແລະ ອະນຸຍາດໃຫ້ແມ່ ຍິງ ໄດ້ຮັບໜັງສືຜ່ານແດນ ແລະເດີນທາງໄດ້.

ນາງ ອາລ-ຮາດລູລ ໄດ້ຖືກຂັງຢູ່ໃນຄຸກຕັ້ງແຕ່ປີ 2018 ຫລັງຈາກນາງຖືກຈັບ ພ້ອມກັນກັບນັກເຄື່ອນໄຫວດ້ານສິດທິແມ່ຍິງຊາວຊາອຸດີອີກຢ່າງໜ້ອຍສິບຄົນ.

ນາງ ອາລ-ຮາດລູລສືບຕໍ່ສະໜັບສະໜຸນສິດທິມະນຸດໃນຕອນຢູ່ໃນຄຸກ. ອີງຕາມອົງການຂ່າວເອພີ ນາງໄດ້ທໍາການປະທ້ວງດ້ວຍການອົດອາຫານ ໃນຂະນະທີ່ຖືກຂັງຄຸກ. ນັກເຄື່ອນໄຫວດັ່ງກ່າວຍັງກ່າວຫາວ່າ ນາງຖືກທໍລະມານ ແລະຖືກລ່ວງລໍ້າທາງເພດ ໃນລະຫວ່າງການສອບປາກຄໍາຢູ່ນັ້ນ.

ຄອບຄົວຂອງນາງກ່າວວ່າ ນັກເຄື່ອນໄຫວຄົນນີ້ ໄດ້ປະຕິເສດຂໍ້ສະເໜີໃຫ້ຖືກປ່ອຍຕົວກ່ອນກໍານົດຖ້າຫາກວ່ານາງລົບລ້າງຂໍ້ກ່າວຫາຂອງນາງກ່ຽວກັບການທໍລະມານ, ອີງຕາມການລາຍງານຂອງອົງການຂ່າວເອພີ ໂດຍໄດ້ກ່າວເພີ້ມອີກວ່າ ສານຊາອຸດີ ເມື່ອມໍ່ໆມານີ້ໄດ້ກໍານົດວ່າ ບໍ່ມີຫລັກຖານໃດໆ ທີ່ເປັນການຢັ້ງ ຢືນການກ່າວຫາຂອງນາງໄດ້.

ຄະດີດັ່ງກ່າວໄດ້ເຮັດໃຫ້ມີການວິພາກວິຈານ ຈາກຜູ້ຊ່ຽວຊານດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ, ກຸ່ມປົກປ້ອງສິດທິມະນຸດ ແລະບັນດາສະມາ ຊິກສະພາຈາກສະຫະລັດ ແລະສະຫະພາບຢູໂຣບ.

ຫ້ອງການດ້ານສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ແຈ້ງຂ່າວກ່ຽວກັບການຕັດສິນໂທດ ຂອງນາງອາລ-ຮາດລູລທາງທວີດເຕີຢ່າງວ່ອງໄວ ໂດຍໄດ້ຂຽນດັ່ງນີ້ “#SaudiArabia: ຕັດສິນລົງໂທດ 5 ປີ 8 ເດືອນໄດ້ມີຂຶ້ນຕໍ່ນັກປຸກລະດົມສິດທິຂອງແມ່ຍິງທີ່ມີຊື່ສຽງ #LoujainAlHathloul, ຖືກກັກຂັງມາເປັນເວລາ 2 ປີ ເຄິ່ງແລ້ວ, ກໍາລັງເປັນບັນຫາຫຍຸ້ງຍາກຫລາຍ. ພວກເຮົາເຂົ້າ ໃຈວ່າການປ່ອຍຕົວກ່ອນກຳນົດ ແມ່ນມີຄວາມເປັນໄປໄດ້, ແລະ ຂໍສະໜັບສະໜູນໃຫ້ເຮັດແນວນັ້ນຢ່າງຮີບດ່ວນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG