ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະຂາຍເຮືອບິນ ມູນຄ່າ 6 ພັນ 700 ລ້ານໂດລາ ໃຫ້ຊາອຸດີ


ທຳນຽບຫ້າແຈ
ທຳນຽບຫ້າແຈ
ທຳນຽບຫ້າແຈໄດ້ປະກາດກ່ຽວກັບແຜນການທີ່ຈະຂາຍເຮືອບິນ
ແລະອຸບປະກອນທາງທະຫານອື່ນໆມູນຄ່າ 6 ພັນ 700 ລ້ານໂດ
ລາໃຫ້ແກ່ຊາອຸດີອາຣາເບຍ.

ການຂາຍດັ່ງກ່າວນີ້ ຈະຮວມທັງເຮືອບິນຂົນສົ່ງ C-130 ຈຳນວນ
20 ລຳ ແລະເຮືອບິນຕື່ມນໍ້າມັນອີກ 5 ລຳ.

ທຳນຽບຫ້າແຈກ່າວວ່າ ຊາອຸດີອາຣາເບຍໄດ້ຮ້ອງຂໍຊື້ເຮືອບິນເຫຼົ່າ
ນີ້. ເຈົ້າໜ້າທີ່ກ່າວວ່າ ການຂາຍເຮືອບິນ ແລະອຸບປະກອນທາງ
ທະຫານດັ່ງກ່າວນີ້ຈະມີສ່ວນໃນການເສີມຄວາມເຂັ້ມແຂງໃຫ້ແກ່
ຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ໂດຍຊ່ອຍປັບປຸງຄວາມ
ໝັ້ນຄົງຂອງປະເທດເພື່ອນມິດ. ເຈົ້າໜ້າທີ່ເອີ້ນຊາອຸດີອາຣາເບຍ
ວ່າ ເປັນກຳລັງທີ່ສຳຄັນ ໃນການສ້າງ ສະຖຽນລະພາບ ທາງດ້ານ
ການເມືອງແລະ ຄວາມກ້າວໜ້າທາງດ້ານເສດຖະກິດຢູ່ໃນພາກຕາເວັນອອກກາງ.

ນອກນັ້ນ ທຳນຽບຫ້າແຈຍັງເວົ້າວ່າ ຝູງເຮືອບິນຂອງຊາອຸດີອາຣາເບຍ ໄດ້ຫຼ້າສະໄໝໄປ ແລ້ວ ແລະຈຳເປັນຕ້ອງໄດ້ປັບປຸງໃຫ້ທັນສະໄໝ.

ລັດຖະສະພາສະຫະລັດ ຕ້ອງໃຫ້ການອະນຸມັດກ່ຽວກັບການຂາຍອາວຸດດັ່ງກ່າວນີ້.
XS
SM
MD
LG