ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອູດີ ອາເຣເບຍ ປ່ອຍຕົວນັກໂທດ ເຢເມນ 109 ຄົນ


ປະຊາຊົນ ເຢເມນ ກວດກາ ຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດໂດຍ ພັນທະມິດນຳໜ້າໂດຍ ຊາອູດີ ອາເຣເບຍ ໃນນະຄອນຫຼວງ Sana'a, ປະເທດ ເຢເມນ. 27 ກຸມພາ, 2016.
ປະຊາຊົນ ເຢເມນ ກວດກາ ຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດໂດຍ ພັນທະມິດນຳໜ້າໂດຍ ຊາອູດີ ອາເຣເບຍ ໃນນະຄອນຫຼວງ Sana'a, ປະເທດ ເຢເມນ. 27 ກຸມພາ, 2016.

ພັນທະມິດນຳໜ້າໂດຍ ຊາອູດີ ອາເຣເບຍ ສູ້ຮົບກັບກຸ່ມກະບົດ ນິກາຍ Shi’ite ໃນ ເຢເມນ ກ່າວໃນວັນຈັນມື້ນີ້ວ່າ ຕົນໄດ້ປ່ອຍຕົວ ນັກໂທດ ເຢເມນ 109 ຄົນໃນການແລກປ່ຽນ ກັບຄົນສັນຊາດ ຊາອູດີ ອາເຣເບຍ 9 ຄົນທີ່ຖືກຄຸມຂັງຢູ່.

ຖະແຫຼງການຂອງກຸ່ມພັນທະມິດບໍ່ໄດ້ໃຫ້ຂໍ້ມູນກ່ຽວກັບວ່າ ຄົນຊາອູ ດີ ອາເຣເບຍ ໄດ້ຖືກ ກັກຂັງຢູ່ບ່ອນໃດ ແລະ ດ້ວຍວິທີໃດ, ແຕ່ໄດ້ ກ່າວວ່າຄົນ ເຢເມນ ໄດ້ຖືກຈັບຢູ່ໃກ້ກັບເຂດ ຊາຍແດນຂອງ ຊາອູ ດີ ອາເຣເບຍ.

ພວກກະບົດ Houthi ນິກາຍ Shi’ite ໄດ້ຍຶດເອົານະຄອນຫຼວງ Sana’a ຂອງ ເຢເມນ ໃນເດືອນກັນຍາ 2014 ແລະ ໃນເດືອນມີນາ ປີກາຍນີ້ ໄດ້ບຸກໂຈມຕີ ຄືບໜ້າໄປຮອດ ເມືອງທ່າເຮືອ Aden ຢູ່ທາງພາກໃຕ້ຂອງປະເທດ ເຮັດໃຫ້ປະທານາທິບໍດີ ທ່ານ Abdu Rabu Mansour Hadi ຕ້ອງຫຼົບໜີອອກໄປປະເທດ ຊາອູດີ ອາເຣເບຍ.

ຊາອູດີ ອາເຣເບຍ ໄດ້ຕອບໂຕ້ດ້ວຍການກໍ່ຕັ້ງກຸ່ມພັນທະມິດ ເພື່ອດຳເນີນການໂຈມຕີທາງອາ ກາດຕໍ່ກັບພວກ Houthi, ແລະ ຕໍ່ມາຄວາມຂັດແຍ້ງກໍໄດ້ລວມເອົາທະຫານເທິງພື້ນດິນທີ່ສະ ໜັບສະໜູນທ່ານ Hadi ຕໍ່ສູ້ກັບພວກກະບົດ ແລະ ມີເຫດການຄວາມຮຸນແຮງບາງຄັ້ງບາງ ຄາວຢູ່ຕາມເຂດຊາຍແດນ ຊາອູດີ ອາເຣເບຍ ແລະ ເຢເມນ.

ການຕໍ່ສູ້ກັນໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 6,000 ຄົນເສຍຊີວິດໃນປະເທດທີ່ທຸກຍາກທີ່ ສຸດຂອງບັນດາປະເທດ ອາຣັບແຫ່ງນັ້ນ.

XS
SM
MD
LG