ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ​ ໂຈະການ​ຂາຍ​ອາວຸດ ໃຫ້ແກ່ ຊາອຸດີ ອາຣາເບຍ


ຄວັນໄຟພຸ້ງຂຶ້ນຈາກການໂຈມຕີທາງອາກາດຂອງ ຊາອຸດີອາ
ຣາເບຍ ໃສ່ໂຮງງານຜະລິດອາຫານ ທືເມືອງ Sanaa ປະເທດ Yemen.
ຄວັນໄຟພຸ້ງຂຶ້ນຈາກການໂຈມຕີທາງອາກາດຂອງ ຊາອຸດີອາ ຣາເບຍ ໃສ່ໂຮງງານຜະລິດອາຫານ ທືເມືອງ Sanaa ປະເທດ Yemen.

ເຈົ້າໜ້າທີ່ ສະຫະລັດ​ ຄົນນຶ່ງ ​ກ່າວ​ວ່າ ສະຫະລັດ​ຈະ​ໂຈະ​ແຜນການ​ຂາຍ​ອາວຸດນຳວິຖີ ທີ່ແມ່ນ​ຢໍາ​ໃຫ້​ແກ່ຊາ​ອຸ​ດີ​ອາຣາ​ເບຍ ​ໃນ​ການ​ຕອບ​ໂຕ້​ຕໍ່​ຄວາມ​ເປັນ​ຫ່ວງ​ກ່ຽວກັບ ການ​ປະຕິບັດ​ງານ​ທາງ​ທະຫານ​ຂອງ​ຊາ​ອຸ​ດີ ​ໃນ​ສົງຄາມ​ກາງ​ເມືອງຂອງເຢ​ເມນ ທີ່​ໄດ້​ເຮັດ​ໃຫ້​ພົນລະ​ເຮືອນ​ເສຍ​ຊີວິດ​ຫລາຍ​ພັນ​ຄົນ.

​ເຈົ້າ​ໜ້າ​ທີ່ຄົນນັ້ນ ​ກ່າວ​ວ່າ ລັດຖະບານ ປະທານາທິບໍດີ Barack Obama ​ໄດ້​ລົບ​ລ້າງ​ການ​ຂາຍອາວຸດ ທີ່​ຖີ້ມລົງ​ມາຈາກ​ອາກາດ​ດ້ວຍຄວາມ​ແມ່ນ​ຢໍາ ​ໃຫ້​ແກ່​ຊາ​ອຸ​ດີ​ອາ​ຣາ​ເບຍ ທີ່​ເປັນ​ພັນ​ທະ​ມິດສຳຄັນ​ຂອງ​ສະຫະລັດນັ້ນ. ​ເຈົ້າ​ໜ້າ​ທີ່ດ່ັງກ່າວ​ເວົ້າ​ວ່າ “ນັ້ນ​ເປັນ​ທີ່​ແຈ້ງ​ຂາວ​ວ່າມັນສະທ້ອນ​ໂດຍ​ກົງ​ເຖິງ​ຄວາມ​ເປັນ​ຫ່ວງ ທີ່​ພວກ​ເຮົາ​ມີ​ກ່ຽວ​ກັບ​ວ່າ ການ​ໂຈມ​ຕີ​ຂອ​ງຊາ​ອຸ​ດີ ​ເປັນ​ຜົນເຮັດໃຫ້​ພົນລະ​ເຮືອນ​ເສຍ​ຊີວິດ.”

​ນອກເໜືອ​ໄປຈາກການ​ລົບ​ລ້າງກາ​ຂາຍ​ອາວຸດ​ນຳວິຖີທີ່​ແມ່ນ​ຢໍາແລ້ວ ສະຫະລັດ​ຈະ​ດັດ​ແປງ​ວິທີ​ເຝິກ​ແອບ​ໃຫ້​ແກ່ ກອງທັບ​ອາກາດ​ຊາ​ອຸ​ດີ ​ເພື່ອ​ປັບປຸງ​ຄວາມ​ແມ່ນ​ຢໍາ​ຂອງ​ເຂົາ​ເຈົ້າ ອັນເປັນທີ່ມາ​ຢູ່​ສະ​ເໝີຂອງ​ຄວາມ​ເປັນ​ຫ່ວງ​ຂອງລັດຖະບານ Obama.

ການ​ຕັດສິນ​ໃຈດັ່ງກ່າວ ​ອາດ​ເຮັດໃຫ້​ສຳພັນ​ທະ​ໄມຕີ​ລະຫວ່າງ ສະຫະລັດ ​ແລະ​ຊາ​ອຸ​ດີ ມີ​ຄວາມ​ເຄັ່ງຕຶງໄປ​ໜ້າ​ໃນ​ເວລາ ລັດຖະບານ​ປະທານາທິບໍດີ ທ່ານ Donald Trump ​ທີ່​ຖືກ​ເລືອກ​ໃໝ່ ​ເຂົ້າ​ມາຮັບໜ້າທີ່ຄວບ​ການບໍລິຫານ​ລັດຖະບານ​ສະຫະລັດ.

ນັກຊ່ຽວຊານຄົ້ນຫາຫລັກຖານ ຈາກການໂຈມຕີທາງອາກາດຂອງ ຊາອຸດີອາຣເບຍ ທີ່ເມືອງ Sanaa ປະເທດ Yemen.
ນັກຊ່ຽວຊານຄົ້ນຫາຫລັກຖານ ຈາກການໂຈມຕີທາງອາກາດຂອງ ຊາອຸດີອາຣເບຍ ທີ່ເມືອງ Sanaa ປະເທດ Yemen.

ຫ້ອງ​ການ​ສິດທິ​ມະ​ນຸດ​ສະຫະ​ປະຊາ​ຊາດ ກ່າວໃນ​ເດືອນ​ສິງຫາ​ວ່າ ການນໍາພາ​ແນວ​ໂຮມ​ຊາ​ອຸ​ດີ​ໃນ​ເຢ​ເມນ ​ໄດ້​ຮັບຜິດຊອບ​ຕໍ່ 60 ​ເປີ​ເຊັນ​ຂອງພົນລະ​ເຮືອນ 3,800 ຄົນ​ທີ່​ໄດ້​ເສຍ​ຊີວິດ​ໄປນັບ​ແຕ່​ເດືອນ​ມີນາ​ປີ 2015 ເປັນຕົ້ນມາ. ກຸ່ມ​ສິດທິ​ມະນຸດ​ຈຳນວນ​ນຶ່ງ​ໄດ້​ຕິຕຽນ​ສະຫະລັດ​ໃນ​ການ​ສະໜັບສະໜູນ ຄວາມ​ພະຍາຍາມ​ເຮັດ​ສົງຄາມ​ຂອງ​ຊາ​ອຸ​ດີດ້ວຍການ​ຂາຍ​ອາວຸດ ​ແລະ​ຕື່ມ​ນໍ້າມັນ​ໃຫ້​ແກ່​ເຮືອບິນ​ລົບ​ຊາ​ອຸ​ດີ. ກຸ່ມ​ສິດທິ​ມະນຸດ​ຈຳນວນ​ນຶ່ງ​ຍັງ​ກ່າວ​ວ່າ ການນຳພາ​ການ​ໂຈມ​ຕີ​ໂດຍ​ຊາ​ອຸ​ດີ​ໃສ່​ບັນດາ ຄລິ​ນິກ ​ໂຮງງານ​ຕ່າງໆ ຕະຫລາດ ​ແລະ​ໂຮ​ງຮຽນ​ໄດ້​ເພີ້​ມ​ການກໍ່ອາດຊະ​ຍາ​ກຳ​ສົງຄາມຫຼາຍຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG