ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາ​ອຸ​ດີ ອາ​ຣາ​ເບຍ ຈະ​ເປັນ​ພາ​ຄີ ໃນ​ກຸ່ມ​ຄວາ​ມ​ໝັ້ນ​ຄົງ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຈີນ


ແຟ້ມ - ພວກ​ທີ່​ເຂົ້າ​ຮ່ວມ​ປະ​ຊຸມ ຟັງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສທາງວີ​ດີ​ໂອ ໃນ​ລະ​ຫວ່າງກອງ​ປະ​ຊຸມສຸດຍອດ​ອົງ​ການການ​ຮ່ວມ​ມື​ຊຽງ​ໄຮ້ ທີ່​ດູ​ຊານ​ເບ ຕາ​ຈິກ​ກິ​ສ​ຖານ ເມື່ອ​ວັນ​ທີ 17 ກັນ​ຍາ 2021.
ແຟ້ມ - ພວກ​ທີ່​ເຂົ້າ​ຮ່ວມ​ປະ​ຊຸມ ຟັງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສທາງວີ​ດີ​ໂອ ໃນ​ລະ​ຫວ່າງກອງ​ປະ​ຊຸມສຸດຍອດ​ອົງ​ການການ​ຮ່ວມ​ມື​ຊຽງ​ໄຮ້ ທີ່​ດູ​ຊານ​ເບ ຕາ​ຈິກ​ກິ​ສ​ຖານ ເມື່ອ​ວັນ​ທີ 17 ກັນ​ຍາ 2021.

ຊາ​ອຸ​ດີ ອາ​ຣາ​ເບຍ​ໄດ້​ຕົກ​ລົງ​ທີ່​ຈະ​ເຂົ້າ​ຮ່ວມ ອົງ​ການ​ການ​ຮ່ວມ​ມື​ຊຽງ​ໄຮ້ ໃນ​ “ຖາ​ນະ​ຄູ່​ຮ່ວມ​ເຈ​ລະ​ຈາ” ສື່ມວນ​ຊົນ​ຂອງ​ທາງ​ການ​ລາຍ​ງານ​ໃນ​ມື້​ວັນ​ພຸດ ຊຶ່ງ​ເປັນ​ຮ່ອງ​ຮອຍ​ອັນ​ຫຼ້າ​ສຸດ​ໃນຄວາມ​ສຳ​ພັນ​ທາງ​ດ້ານ​ການ​ເມືອງ​ທີ່​ໃກ້​ຊິດ​ຍິ່ງ​ຂຶ້ນ​ກັບ​ຈີນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ AFP.

ອົງ​ການ​ການ​ຮ່ວມ​ມື​ຊຽງ​ໄຮ້ ຖືກ​ຕັ້ງ​ຂຶ້ນ​ໃນ​ປີ 2001 ໃນ​ຖາ​ນະ​ອົງ​ການ​ຈັດ​ຕັ້​ງ​ທາງ​ດ້ານ​ການ​ເມືອງ ເສດ​ຖະ​ກິດ ແລະ​ຄວາມ​ໝັ້ນ​ຄົງ ເພື່ອ​ແຂ່ງ​ກັບ​ສະ​ຖາ​ບັນ​ຕ່າງໆ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ.

ນອກ​ຈາກ​ຈີນ ສະ​ມາ​ຊິກ 8 ປະ​ເທດ​ຂອງ​ອົງ​ການ​ດັ່ງ​ກ່າວ ຍັງ​ປະ​ກອບ​ດ້ວຍ ອິນ​ເດຍ ປາ​ກິ​ສ​ຖານ ແລະ​ຣັດ​ຊຍ ພ້ອມ​ທັງ 4 ປະ​ເທດ​ໃນ​ເຂດ​ເອ​ເຊຍ​ກາງ ຮວມ​ທັງ​ກາ​ຊັກ​ສະ​ຖານ ກຽກ​ກິ​ສ​ຖານ ອຸ​ສ​ເບັກ​ກິ​ສ​ຖານ ແລະ​ຕາ​ຈິກ​ກິ​ສ​ຖານ.

ຄະ​ນະ​ລັດ​ຖະ​ບານ​ຂອງ​ຊາ​ອຸດ ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ ໃນ​ກອງ​ປະ​ຊຸມ​ເມື່ອ​ວັນ​ອັງ​ຄານ​ຜ່ານ​ມາ ໂດຍ​ການ​ເປັນ​ປະ​ທານ​ ຂອງ​ກ​ະ​ສັດ ​ຊາ​ລ​ແມນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ທາງ​ການ​ຊາ​ອຸ​ດີ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ຈະ​ອະ​ນຸ​ຍາດ​ໃຫ້​ຣິ​ຢາດ​ໄດ້​ຮັບ “ຖາ​ນະ​ເປັນ​ພາ​ຄີ​ໃນ​ການ​ເຈະ​ລ​ຈາ ຢູ່​ໃນ​ອົງ​ການການ​ຮ່ວມ​ມື​ຊຽງ​ໄຮ້” ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ທາງ​ການ​ຊາ​ອຸ​ດີ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG