ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຊາ​ອຸ​ດີ ອາ​ຣາ​ເບຍ ເຮັດ​ໃຫ້​ອາ​ເຈັນ​ຕິ​ນາ ຕົກ​ໃຈ ຢູ່​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ


ທ້າວ​ລີ​ໂອ​ແນ​ລ ແມັ​ສ​ຊີ ຈາກ​ທີມ​ອາ​ເຈັນ​ຕີ​ນາ ສະ​ແດງ​ຄວາມ​ໂສກ​ເສົ້າ ໃນ​ລະ​ຫວ່າງ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ ສາຍ C ລະ​ຫວ່າງ​ອາ​ເຈັນ​ຕີ​ນາ​ແລະ​ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ສະ​ໜາມ Lusail ປະ​ເທດ​ກາ​ຕ້າ ເມື່ອ​ວັນ​ທີ 22 ພະ​ຈິກ 2022.
ທ້າວ​ລີ​ໂອ​ແນ​ລ ແມັ​ສ​ຊີ ຈາກ​ທີມ​ອາ​ເຈັນ​ຕີ​ນາ ສະ​ແດງ​ຄວາມ​ໂສກ​ເສົ້າ ໃນ​ລະ​ຫວ່າງ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ ສາຍ C ລະ​ຫວ່າງ​ອາ​ເຈັນ​ຕີ​ນາ​ແລະ​ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ສະ​ໜາມ Lusail ປະ​ເທດ​ກາ​ຕ້າ ເມື່ອ​ວັນ​ທີ 22 ພະ​ຈິກ 2022.

ທີມ​ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ຊະ​ນະ​ທີມ​ອາ​ເຈັນ​ຕີ​ນາ ແບບ​ບໍ່​ຄາດ​ຝັນ 2 ປະ​ຕູ​ຕໍ່ 1 ໃນ​ວັນ​ອັງ​ຄານ​ວານນີ້ ໃນ​ການ​ເປີດ​ຮອບ​ປະ​ຖົມ​ມະ​ເລີກ​ຊິງ​ຂັນ​ເຕະ​ບານໂລກ​ທີ່​ປ​ະ​ເທດ​ກາ​ຕ້າ.

ອາ​ເຈັນ​ຕີ​ນາ​ເຂົ້າ​ແຂ່ງ​ຂັນ​ໃນ​ຖາ​ນະ​ທີ່​ເປັນ​ທີມ​ຕິດ​ອັນ​ດັບສາມ​ຂອງ​ໂລກ ໃນ​ຂະ​ນະ​ທີ່​ທີມ​ຊາ​ອຸ​ດີ ອາ​ຣາ​ເບຍ ຢູ່​ໃນອັນ​ດັບ​ທີ 51.

ທ້າວລີ​ໂອ​ແນ​ລ ແມັ​ສ​ຊີ (Lionel Messi) ໄດ້​ເຮັດ​ຄະ​ແນນ ໃນ​ນາ​ທີ ທີ 10 ຂອງ​ການ​ແຂ່ງ​ຂັນ​ດ້ວຍ​ການ​ຍິງ​ລູກ​ໂທດ ເຮັ​ດ​ໃຫ້​ທີມ​ອາ​ເຈນ​ຕີ​ນາ​ນຳ​ໜ້າ ແລະ​ກໍ​ເບິ່ງ​ຄື​ວ່າອາ​ເຈັນ​ຕີ​ນາ​ເປັນ​ຜູ້​ຄວບ​ຄຸມ​ການ​ແຂ່ງ​ຂັນ ທັງໆ​ທີ່​ຫຼາຍໆ​ປະ​ຕູ​ໄດ້​ຖືກ​ຍົກ​ເລີກ​ຍ້ອນ​ແລ່ນ​ລ້ຳ​ໜ້າ​ບານ​ຫຼື​ອອບ​ໄຊ.

ແຕ່​ທີມ​ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ເປີດ​ສາກ​ບຸກ​ຄືນ​ໃນ​ເຄິ່ງ​ທີ​ສອງ ຊຶ່ງ​ໄດ້​ເຮັດ​ຄະ​ແນນ​ໃນ​ນາ​ທີ​ທີ 48 ດ້ວຍ​ການ​ຍິງ​ປະ​ຕູ​ຂອງ​ທ້າວ​ຊາ​ເລ ອາ​ລ​ເຊ​ຣີ (Saleh Alshehri).

ຫລັງ​ຈາກນັ້ນ​ອີກ 5 ນາ​ທີ​ຕໍ່​ມາ ທ້າວ​ຊາ​ແລມ ອາ​ລ​ດໍ​ຊາ​ຣີ (Salem Aldaw-sari) ກໍ​ໄດ້​ຍິງ​ປະ​ຕູ​ອີກ​ລູກ​ນຶ່ງ ເຮັດ​ໃຫ້​ຊາ​ອຸ​ດີ ອາ​ຣາ​ເບຍ​ມີ​ຄະ​ແນນນຳ​ໜ້າ.

ຜູ້​ຮັກ​ສາ​ປະ​ຕູ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ທ້າວ​ໂມ​ຮຳ​ເໝັດ ອາ​ໂລ​ວາ​ອິ​ສ (Mo-hammed Alowais) ຊ່ວຍ​ທີມ​ຂອງ​ລາວ​ໃຫ້​ໄດ້​ຮັບ​ໄຊ​ຊະ​ນະ ດ້ວຍ​ການ​ຮັບ​ລູກ​ຍິງທີ່​ດີໆຂອງ​ອາ​ເຈັນ​ຕີ​ນາ​ໄວ້​ໄດ້​ຫຼາຍໆລູກ ​ໃນຊຸມນາ​ທີສຸດ​ທ້າຍ ​ເພື່ອ​ຫາ​ທາງ​ໃຫ້​ຄະ​ແນນ​ສະ​ເໝີ​ກັນ.

ອາ​ເຈັນ​ຕີ​ນາ​ຈະ​ພະ​ຍາ​ຍາມ​ເອົາ​ຊະ​ນະ​ໃຫ້​ໄດ້ ໃນ​ການ​ແຂ່ງ​ຂັນ​ກັບ​ເມັກ​ຊິ​ໂກ​ ຊຶ່ງ​ຢູ່​ໃນ​ສາຍ C ໃນ​ວັນ​ເສົາ​ຈະ​ມານີ້. ສ່ວນ​ຊາ​ອຸ​ດີ ອາ​ຣາ​ເບຍ ຈະ​ລົງ​ແຂ່ງ​ຂັນ​ກັບ​ໂປ​ແລນ.

ນອກນັ້ນ ໃນ​ວັນ​ອັງ​ຄານ​ວານນີ້ ທີມ​ຝ​ຣັ່ງ ຊຶ່ງ​ເປັນ​ຜູ້​ປ້ອງ​ກັນ​ແຊ້ມ ໄດ້​ເອົາ​ຊະ​ນະ​ອອ​ສ​ເຕ​ຣ​ເລຍ 4 ປະ​ຕູ​ຕໍ່ 1. ທ້າວກີ​ລຽງ ເອັມ​ບັບ​ເປ (Kylian Mbappe) ໄດ້​ເຮັດ​ຄະ​ແນນ​ນຶ່ງ​ປະ​ຕູ ແລະ​ສົ່ງ​ລູກໃຫ້​ທ້າວ​ໂອ​ລີ​ວີ​ເອ ກີ​ຣູ (Olivier Giroud) ຍິງ​ໄດ້ 2 ປະ​ຕູ.

​ອີກ​ຄູ່​ນຶ່ງ​ທີ່​ລົງ​ແຂ່ງ​ຂັນ​ໃນ​ວັນ​ອັງ​ຄານ​ວານນີ້ ກໍ​ແມ່ນ​ເດັນ​ມາກ ແລະ​ຕູ​ນີ​ເຊຍ ທີ່​ໄດ້​ຄະ​ແນນ​ຈາວ​ກັນ 0 ປະ​ຕູ​ຕໍ່ 0 ໃນ​ສາຍ D. ສ່ວນ​ເມັກ​ຊິ​ໂກ ແລະ​ໂປ​ແລນກໍ​ໄດ້​ລົງ​ແຂ່ງ​ຂັນ​ໃນ​ສາຍ C ແລະ​ໄດ້​ຄະ​ແນນ​ຈາວ​ກັນ 0 ປະ​ຕູ​ຕໍ່ 0.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG