ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຕິຮູບ ຂອງ ຊາວອຸດີ ອາຣາເບຍ ແມ່ນຮວມທັງ ຄວາມຜິດ ໃນການລວນລາມ ທາງເພດ


ພວກແມ່ຍິງຊາອຸດີ ອາຣາເບຍ ພາກັນຍ່າງ ຍ່າງຢູ່ຕາມທາງ ໃນເຂດຊານເມືອງ ນະຄອນ ຣີຢາດ, ຊາອຸດີ ອາຣາເບຍ.
ພວກແມ່ຍິງຊາອຸດີ ອາຣາເບຍ ພາກັນຍ່າງ ຍ່າງຢູ່ຕາມທາງ ໃນເຂດຊານເມືອງ ນະຄອນ ຣີຢາດ, ຊາອຸດີ ອາຣາເບຍ.

ຊາອຸດີ ອາຣາເບຍ ແມ່ນພວມກະກຽມ ທີ່ຈະປະກາດໃຫ້ ການລວນລາມ ທາງເພດ ເປັນການກະທຳທີ່ຜິດກົດໝາຍ ບໍ່ຮອດນຶ່ງເດືອນກ່ອນທີ່ລາຊະອານາຈັກ ທີ່ນິຍົມ
ແນວທາງເດີມ ຍົກເລີກການເກືອດຫ້າມ ທີ່ມີມາເປັນເວລາຫຼາຍໆທົດສະວັດ ບໍ່ໃຫ້
ພວກແມ່ຍິງ ຂັບລົດໄດ້ນັ້ນ.

ສະພາຊູຣາຂອງປະເທດ ທີ່ເປັນສະຖາບັນນິຕິບັນຍັດ ຂອງລາຊະອານາຈັກນັ້ນ
ໄດ້ຮັບຜ່ານຮ່າງກົດໝາຍ ທີ່ຈະນຳສະເໜີໂທດຈຳຄຸກດົນເຖິງ 5 ປີ ແລະປັບໃໝ
80 ພັນໂດລາ.

ທ່ານອາມິນ ໄຊການ ຜູ້ອຳນວຍການຂອງສູນກາງການສຶກສາກ່ຽວກັບອາຣັບ
ແລະສາສະໜາອິສລາມ ທີ່ມະຫາວິທະຍາໄລ ແຫ່ງຊາດອອສເຕຣເລຍ ໄດ້ບອກກັບ
ວີໂອເອວ່າ ການເອົາບາດກ້າວທີ່ວ່ານີ້ ແມ່ນສະ ແດງໃຫ້ເຫັນວ່າ ລາຊະອານາຈັກ
ຕ້ອງການທີ່ຈະ “ປັບປຸງສະຖານະພາບຂອງພວກແມ່ຍິງ ແລະກະທຳໃນສິ່ງທີ່ຕົນ
ສາມາດເພື່ອປົກປ້ອງພວກເຂົາ ເຈົ້າ ຈາກການຖືກກົດຂີ່ ແລະການລວນລາມ
ທາງເພດ ທີ່ພວກເຂົາເຈົ້າໄດ້ປະເຊີນມາ ໃນອະດີດນັ້ນ.”

ກົດໝາຍທີ່ວ່ານີ້ ຈະບໍ່ເປີດເຜີຍຊື່ສຽງຮຽງນາມຂອງພວກທີ່ໄດ້ຮັບເຄາະທັງຫຼາຍ, ພ້ອມນີ້ຍັງຈະຖືວ່າ ການຍຸຍົງໃຫ້ມີການລວນລາມທາງເພດ ເປັນຄວາມຜິດທາງອາຍາ ຕະຫລອດທັງການລາຍງານທີ່ບໍ່ຖືກຕ້ອງຕໍ່ ເຈົ້າໜ້າທີ່ ນຳ.

ນອກນັ້ນ ກົດໝາຍນີ້ ຍັງໄດ້ກຳນົດວ່າພວກເຄາະຮ້າຍຈະບໍ່ສາມາດຖອນການຟ້ອງ
ຮ້ອງ ຫຼືບໍ່ລາຍງານເຫດການຕໍ່ຕຳຫຼວດເລີຍນັ້ນ.

ກົດໝາຍໃໝ່ນີ້ ແມ່ນເພີ້ມໃສ່ການປະຕິຮູບຫຼາຍໆຢ່າງ ທີ່ໄດ້ປະກາດໃຊ້ໂດຍລາຊະ
ອານາຈັກນິຍົມແນວທາງເດີມ ໃນຮອບຫຼາຍໆເດືອນຜ່ານມານີ້ ທີ່ຮວມທັງ ການເປີດ
ຄືນໂຮງຮູບເງົາ ແລະການຍົກເລີກການເກືອດຫ້າມໃນການຂັບລົດ ທີ່ເລີ້ມມີຜົນບັງຄັບ
ໃຊ້ ເມື່ອວັນທີ 24 ມິຖຸນາປີກາຍນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG