ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ຂັບໄລ່ ການໂຈມຕີ ຂ້າມຊາຍແດນ ຂອງພວກກະບົດ Houthi


ແຜນທີ່ປະເທດ ຊາອຸດີ ອາຣາເບຍ
ແຜນທີ່ປະເທດ ຊາອຸດີ ອາຣາເບຍ

ຊາ​ອຸ​ດີ ອາຣາ​ເບຍ ກ່າວ​ວ່າ ຕົນ​ໄດ້​ສັງຫານ “ຫລາຍ​ສິບ​ຄົນ”
ທີ່​ເປັນ​ພວກ​ກະບົດ Shi’ite ​ເຢ​ເມນ ຊຶ່ງໄດ້ທຳ​ການ​ໂຈ​ມຕີ​
ຂ້າມ​ຊາຍ​ແດນ​ຂະໜາດໃຫຍ່ ເຂົ້າໄປໃນລາດ​ຊະອານາ​ຈັກ.

​ໃນຖະ​ແຫລ​ງການນັ້ນ ກະ​ຊວງປ້ອງ​ກັນ​ປະ​ເທດຊາ​ອຸ​ດີ ກ່າວ​
ວ່າ ທະຫານ​ຂອງ ຕົນສາ​ມຄົນ​ໄດ້​ເສຍ​ຊີວິດ​ໃນ​ຕອນ​ເດິກຄືນ
​ວັນ​ພະຫັດ ຈາກ​ການ​ສູ້​ລົບ​ຢູ່ທີ່ແຂວງ​ Najran ໃນພາກ​ໃຕ້
​ຂອງປະເທດ.

ກະ​ຊວງປ້ອງກັນປະເທດກ່າວຕື່ມ​ວ່າ ພວກ​ກະບົດ​ພາກັນ​ໂຈມ
​ຕີ​ປ້ອມ​ຍາມ​ຊາຍ​ແດນ ​ແລະ​ດ່ານ​ຄວບ​ຄຸມຫຼາຍແຫ່ງ. ​ແຕ່ໄດ້
​ຖືກຂັບ​ໄລ່ໃຫ້ແຕກຖອຍໄປ ​ໂດຍ​ການໂຈມຕີຕອບໂຕ້ຂອງກຳລັງ​ພາກ​ພື້ນ​ດິນ ​ແລະ
ການໂຈມ​ຕີ​ທາງ​ອາກາດ ປະ ສົມປະສານກັນ.

​ເປັນ​ທີ່​ເຊື່ອກັນວ່າ ນີ້​ເປັນ​ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນ​ຄັ້ງ​ໃຫຍ່​ສຸດ ​ໂດຍ​ພວກ​ກະບົດ ນັບ​ຕັ້ງ
​ແຕ່​ກຳລັງ​ປະສົມພາຍໃຕ້ການນຳພາຂອງ ຊາ​ອຸ​ດີ ອາຣາ​ເບຍ ​ໄດ້​ເລີ້ມທຳ​ການ​ໂຈມ​ຕີ​ທາງ​
ອາກາດ ຕໍ່ພວກກະບົດເຢເມນເມື່ອ​ຫ້າ​ອາທິດ​ກ່ອນ.

ໃນອາທິດແລ້ວນີ້ Riyadh ​ໄດ້​ປະກາດວ່າ ຈະ​ຫລຸດ​ຜ່ອນ​ການ​ໂຈມ​ຕີ​ທາງອາ ກາດລົງ
​ໂດຍ​ກ່າວ​ວ່າ ຕົນໄດ້ບັນລຸຜົນສຳ​ເລັດຕາມ​ເປົ້າ​ໝາຍ​ ເພື່ອ​ເຮັດ​ໃຫ້​ພວກ​ກະບົດ​ອ່ອນ​ແອ
ລົງ ທີ່​ເຊື່ອ​ວ່າ​ ໄດ້ຮັບການ​ໜຸນ​ຫລັງ​ຈາກອີຣ່ານນັ້ນ.

ພວກກະບົດ Houthis ທີ່​ຈົງ​ຮັກ​ພັກ​ດີ​ຕໍ່ອະດີດ​ປະທານາທິບໍດີ ທີ່​ປົກຄອງປະ ເທດມາເປັນ
ເວລາດົນນານທ່ານ Ali Abdullah Saleh ​ທີ່​ໄດ້​ຖືກ​ຂັບ​ໄລ່​ອອກ​ອຳນາດໃນ​ປີ 2012 ​ໃນ​
ອັນ​ທີ່​ຮ້ອງກັນວ່າ ການລຸກຮືຂຶ້ນໃນ​ລະດູບານ​ໃໝ່ຂອງ ຊາວອາຣັບ ທີ່​ໄດ້ແຜ່​ລາມ​ໄປທົ່ວ​
ຂົ​ງ​ເຂດ.

ພວກ​ກະບົດ​ໄດ້​ເຂົ້າ​ຄວບຄຸມ​ນະຄອນຫລວງ Sanaa’a ຂອງເຢ​ເມນ ​ແລະ​ໄດ້​ຂັບ​ໄລ່​ຜູ້
ນຳ​ປະ​ເທດ ທີ່​ໜຸນ​ຫລັງ​ໂດຍ​ປະ​ເທດ​ຕາ​ເວັນ​ຕົກ ທ່ານ Abdu Rabu Mansour Hadi
ຊຶ່ງໄດ້ຫ​ລົບ​ໜີ​ໄປ​ຢູ່ ຊາ​ອຸ​ດີ ອາຣາ​ເບຍ.

Yemen
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG