ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາ​ອຸ​ດີ ອາ​ຣາ​ເບຍ ປະ​ຕິ​ເສດບໍ່ຮັບເອົາ​ທ່າ​ທີຂອງ​ສະ​ພາ​ສູງສະ​ຫະ​ລັດ ກ່ຽວ​ກັບ​ທ່ານ​ຄາ​ຊອກ​ກີ


​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ຍ່າງ​ເຂົ້າ​ສູ່​ກົງ​ສູນ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ວັນ​ທີ 9 ທັນ​ວາ 2018.
​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ຍ່າງ​ເຂົ້າ​ສູ່​ກົງ​ສູນ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ວັນ​ທີ 9 ທັນ​ວາ 2018.

ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ຕອບ​ໂຕ້​ຄືນ​ ​ມະ​ຕິຂອງ​ສະ​ພາ​ສູງ​ສະ​ຫະ​ລັດ ທີ່​ຈະຍຸຕິ​ການ​ສະ​
ໜັບ​ສະ​ໜູນ​ທາງ​ທະ​ຫານຂອງ​ສະ​ຫະ​ລັດ ຕໍ່​ສົງ​ຄາມໃໝ່​ໃນ​ເຢ​ເມນ ແລະ​ຖີ້​ມ​ໂທດ​ໃສ່
​ເຈົ້າ​ຟ້າ​ຊາຍ​ຊາ​ອຸ​ດີວ່າ ສັງ​ຫ​ານ​ນັກ​ຂ່າວ​ ທ່ານ​ຈ​າ​ມາ​ລ ຄາ​ຊອກ​ກີ.

ກະ​ຊວງ​ຕ່າງ​ປະ​ເທດໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ ​ທີ່​ໄດ້​ເຜີຍ​ແຜ່​ໂດຍ​ອົງ​ການຂ່າວ​ຊາ
​ອຸ​ດີ​ວ່າ “ລາດຊະອາ​ນາ​ຈັກ​ປະ​ນາມ​ທ່າ​ທີ​ຫຼ້າສຸດ​ຂອງ​ສະ​ພາ​ສູງ​ສະ​ຫະ​ລັດ ທີ່​ໄດ້​ອ້າງ​
ອີງ​ໃສ່​ການ​ກ່າວ​ຫາ​ທີ່​ບໍ່​ສຳ​ຄັນ ແລະ​ປະ​ຕິ​ເສດບໍ່ຍອມຮັບເອົາ​ການ​ແຊກ​ແຊງ​ທີ່​ຈົ່ງ
ແຈ້ງ​ຕໍ່​ທຸ​ລະ​ກິດ​ພາຍ​ໃນ.”

ສະ​ພາ​ສູງ​ໄດ້​ສົ່ງຂໍ້ຄວາມທີ່ເປັນ​ໂກດ​ແຄ້ນ​ທີ່​ບໍ່​ຂ່ອຍມີ​ໄປ​ຫາ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ
ທ​ຣຳ ກ່ຽວ​ກັບ​ຊາ​ອຸ​ດີ ອາ​ຣາ​ເບຍ ອາ​ທິດ​ແລ້ວ​ນີ້ ໂດຍໄດ້ລົງ​ຄະ​ແນນ​ສຽງ​ເພື່ອ​ຍຸຕິ
ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ແກ່​ສົງ​ຄາມຢູ່​ໃນ​ເຢ​ເມນ.

ນອກ​ນັ້ນ​ຍັງ​ໄດ້​ປະ​ນາມ​ການ​ສັງ​ຫານ​ທ່ານ​ຄາ​ຊອກ​ກີ ແລະ​ເອີ້ນ​ເຈົ້າ​ຟ້າ​ຊາຍ​ໂມຮຳ​
ເມັດ ບິ​ນ ຊາ​ລ​ມັນ ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ວ່າເປັນ​ຜູ້​ປົກ​ຄອງຫຸ່ນ “ທີ່ຮັບ​ຜິດ​ຊອບ”
​ເລື່ອງ​ນີ້.

ຣີ​ຢາດ ໄດ້​ເຕືອນ​ວ່າ ​ຕົນ​ຈະ​ບໍ່​ໂຍະຍານ​ຕໍ່​ການ​ທີ່​ບໍ່​ໃຫ້ “ຄວາມ​ນັບ​ຖື” ບັນ​ດາ​ຜູ້​ປົກ
​ຄອງ​ຂອງ​ຕົນ. “ທ່າ​ທີ​ໂດຍ​ສະ​ພາ​ສູງ​ສະ​ຫະ​ລັດໄດ້​ສົ່ງ​ສານທີ່​ຜິດພາດໄປຫາ​ບັນ​ດາ​
ຜູ້​ຢາກ​ສ້າງ​ຄວ​າມ​ແຕກ​ແຍກ​ໃນ​ຄວາມ​ສຳ​ພັນ​ຊາ​ອຸ​ດີ ກັບ​ສະ​ຫະ​ລັດ.”

ມະຕິຂອງ​ສະ​ພາ​ສູງ​ ໄດ້​ຮັບ​ຮູ້​ວ່າ ຄວາມ​ສຳ​ພັນລະຫວ່າງ​ສະ​ຫະ​ລັດ ກັບ​ຊາ​ອຸ​ດີ ມີ
“​ຄວາມ​ສຳ​ຄັນ” ແຕ່​ໄດ້​ຮ້ອງຂໍ​ໃຫ້​ອາ​ນາ​ຈັກດັ່ງກ່າວ “ຜ່ອນເບົາລົງ ນະ​ໂຍ​ບາຍ​
ການ​ຕ່າງ​ປະ​ເທດທີ່​ບໍ່​ປົກ​ກະ​ຕິຂອງຕົນ​ນັ້ນ​.”

ທ່ານ​ຄາ​ຊອກ​ກີ ນັກຂຽນ​ຄົນ​ນຶ່ງ​ຂອງ​ໜັງ​ສື​ພິ​ມ ວໍ​ຊິງ​ຕັນໂພ​ສ​ທ໌ ໄດ້​ຖືກ​ສັງ​ຫາ​ນ ໃນ
​ວັນ​ທີ 2 ຕຸ​ລາ ຫຼັງ​ຈາກ​ໄດ້​ເຂົ້າ​ໄປ​ໃນກົງ​ສຸນຂອງ​ລາດຊະອານາອາ​ນາ​ຈັກ ໃນ​ນະ​
ຄອນ​ອິ​ສ​ຕັນ​ບູ​ລ ອັນ​ທີ່​ຣີ​ຢາດ​ເອີ້ນວ່າ ການ​ປະ​ຕິ​ບັດ​ງານ “ທີ່ຊົ່ວຮ້າຍນັ້ນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG