ອົງການຂ່າວຂອງທາງການ Saudi ລາຍງານໃນວັນພະຫັດມື້ນີ້ວ່າ ກະສັດ Salmam
ໄດ້ອະນຸມັດໃຫ້ເປີດຊາຍແດນກັບ Qatar ເພື່ອອຳນວຍໃຫ້ພວກສະແຫວງບຸນເຂົ້າໄປ
ສະຫຼອງ ບຸນ hajj ໄດ້.
ອົງການຂ່າວຂອງ Saudi ໄດ້ກ່າວວ່າ ນອກເໜືອກຈາກການເປີດດ່ານຂ້າມຊາຍແດນ
Salwa ແລ້ວ Saudi Arabia ຍັງຈະສົ່ງເຮືອບິນໄປຍັງນະຄອນ Doha ເພື່ອຮັບເອົາ
ພວກສະແຫວງບຸນຊາວກາຕ້າ ໂດຍ Saudi ເປັນຜູ້ເສຍຄ່າໃຊ້ຈ່າຍທັງໝົດ.
ລາຍງານຍັງໄດ້ລະບຸອີກວ່າ ການຕັດສິນໃຈທີ່ວ່ານີ້ ມີຂຶ້ນຫຼັງຈາກການພົບປະກັນ
ລະຫວ່າງອົງມົງກຸດລາດຊະກຸມມານ Mohammed Bin Salman ຂອງຊາອຸດີ
ແລະສະມາຊິກລາດຊະວົງຂອງ Qatar - Sheikh Abdullah bin Ali Al Thani.
ຊາອຸດີ ກ່າວກ່ອນໜ້ານີ້ວ່າ ຕົນຈະອະນຸຍາດໃຫ້ພວກສະແຫວງບຸນຊາວກາຕ້າ ເຂົ້າ
ປະເທດໂດຍຖ້ຽວບິນຈາກໂດຮາເທົ່ານັ້ນ ຊຶ່ງພາໃຫ້ກາຕ້າກ່າວຫາຊາອຸດີ ອາຣາເບຍ
ວ່າ ໃຊ້ຂັ້ນຕອນດັ່ງກ່າວໃນທາງການເມືອງ.
ທັງສອງປະເທດ ໄດ້້ເກີດການຂັດແຍ້ງທາງການທູດລະຫວ່າງກັນ ນັບຕັ້ງແຕ່ເດືອນ
ມິຖຸນາແລ້ວນີ້ ເປັນຕົ້ນມາ ເວລາ Saudi Arabia, Bahrain, ອິຈິບ ແລະສະຫະລັດ
ອາຣັບອິມິເຣັດ ຕັດສາຍພົວພັນກັບ Qatar ກ່ຽວກັບການກ່າວຫາທີ່ວ່າ ປະເທດ
ດັ່ງກ່າວສົ່ງເສີມພວກກໍ່ການຮ້າຍ. Qatar ປະຕິເສດຕໍ່ການກ່າວຫາວ່າທີ່ວ່ານີ້.
ພວກສະແຫວງບຸນ ໄປຍັງນະຄອນ Mecca ເມືອງສັກສິດຂອງສາສະໜາອິສລາມ
ແມ່ນເປັນນຶ່ງໃນຫ້າຢ່າງທີ່ຕ້ອງໄດ້ເຮັດຂອງສາສະໜາອິສລາມ. ຊາວມຸສລິມທັງຫຼາຍ
ຜູ້ທີ່ສາ ມາດເຮັດໄດ້ນັ້ນ ກໍຈະມີຄວາມຄາດຫວັງທີ່ຈະປະກອບສ່ວນ ໃນການໄປ
ສະຫລອງບຸນ hajj ຢ່າງນ້ອຍ ຄັ້ງນຶ່ງໃນຊີວິດ.