ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດິ ອາເຣເບຍ ສັ່ງຫ້າມ ການປະທ້ວງທຸກຢ່າງ


ພວກຕໍາຫລວດກໍາລັງສະກັດກັ້ນພວກປະທ້ວງທີ່ເມືອງ Awwamiya ຂອງ ຊາອຸດິ ອາເຣເບຍ ເມື່ອວັນທີ່ 3 ເດືອນມີນານີ້
ພວກຕໍາຫລວດກໍາລັງສະກັດກັ້ນພວກປະທ້ວງທີ່ເມືອງ Awwamiya ຂອງ ຊາອຸດິ ອາເຣເບຍ ເມື່ອວັນທີ່ 3 ເດືອນມີນານີ້

ຊາອຸດິ ອາເຣເບຍ ໄດ້ສັ່ງຫ້າມການປະທ້ວງທັງໝົດ ລຸນຫລັງມີການໂຮມຊຸມນຸມຂອງພວກປະທ້ວງກຸ່ມນ້ອຍໆ ຫລາຍໆ​ບັ້ນ ທີ່ຮຽກຮ້ອງໃຫ້ມີການປ່ຽນແປງຢູ່ໃນລາດ​ຊະ​ອານາຈັກອະນຸລັກນິຍົມປະ​ເທດ​ນັ້ນ.

ກະຊວງພາຍໃນຂອງຊາອຸດິ ອາເຣເບຍ ໄດ້ປະກາດຜ່ານ
ທາງໂທລະພາບຂອງລັດເມື່ອວັນເສົາວານນີ້ວ່າ ກໍາລັງຮັກ
ສາຄວາມປອດໄພຈະໃຊ້ອັນທີ່ ທາງ​ກະຊວງເອີ້ນວ່າ “ມາດ
ຕະການທຸກ​ຢ່າງ” ເພື່ອປ້ອງກັນຄວາມພະຍາຍາມໃດໆທີ່
ຈະຂັດຂວາງຄວາມເປັນລະບຽບຮຽບຮ້ອຍຂອງສາທາລະນະ.

ການສັ່ງຫ້າມດັ່ງກ່າວນີ້ມີຂຶ້ນ ຫລັງຈາກມີການປະທ້ວງ
ຫລາຍໆບັ້ນໂດຍພວກຊົນກຸ່ມນ້ອຍມຸສລິມນິກາຍ Shi’ite
ທີ່ໄດ້ຮຽກຮ້ອງໃຫ້ປ່ອຍຕົວພວກນັກໂທດ ທີ່ເຂົາເຈົ້າກ່າວ
ວ່າຖືກຄຸມຂັງຢ່າງບໍ່ຍຸຕິທໍານັ້ນ. ລາຍງານສື່ມວນຊົນກ່າວ
ວ່າ ຕໍາຫລວດໄດ້ທໍາການຈັບກຸມພວກປະທ້ວງຫລາຍໆຄົນ ໃນລະຫວ່າງເຫດການດັ່ງກ່າວນີ້.

ພວກຊົນກຸ່ມນ້ອຍມຸສລິມ Shi’ite ສ່ວນໃຫຍ່ແມ່ນອາໃສຢູ່ເຂດຕາເວັນອອກຂອງປະເທດ
ທີ່ອຸດົມສົມບູນ​ໄປ​ດ້ວຍນໍ້າມັນເຊື້ອໄຟນັ້ນ. ຂົງເຂດດັ່ງກ່າວມີຊາຍແດນທີ່ຕິດກັບລາດຊະອາ
ນາຈັກ ບາເຣນ ທີ່ໄດ້ປະສົບ​ກັບການປະທ້ວງຢ່າງ​ຕໍ່​ເນື່ອງໂດຍພວກກຸ່ມຊົນສ່ວນໃຫຍ່ຊາວ
Shi’ite ທີ່​ລຸກ​ຂຶ້ນຕໍ່ຕ້ານພວກຊາວ Sunni ທີ່ປົກຄອງພວກເຂົາເຈົ້າ. ຊາວ Shi’ite ​ໃນ
ຊາອຸດິ ກໍຄືກັນກັບພວກອ້າຍນ້ອງຊາວບາ​ເຣນທັງຫລາຍຂອງພວກເຂົາເຈົ້າ ທີ່ຈົ່ມທຸກວ່າ
ລັດຖະບານທີ່ຢູ່​ໃຕ້​ການຄວບ​ຄຸມຂອງພວກ Sunni ນັ້ນ ໄດ້ຈໍາແນກກີດກັນຕໍ່ພວກເຂົາເຈົ້າ.

ພວກນັກເຄຶ່ອນໄຫວຝ່າຍຄ້ານໃນຊາອຸດິ ອາເຣເບຍ ໄດ້ຮຽກຮ້ອງຢ່າງ​ເປີດ​ເຜີຍ ໂດຍຜ່ານ
ເຄືອຂ່າຍສັງຄົມ Facebook ​ໃຫ້​ປະຊາ​ຊົນ​ພາກັນ​ໄປໂຮມຊຸມນຸມປະ​ທ້ວງຄັ້ງ​ໃຫຍ່ ​ໃນ​ອັນ
ທີ່​ເອິ້ນ​ວ່າ “ວັນ​ແຫ່ງ​ຄວາມ​ໂກດ​ແຄ້ນ” ສອງ​ມື້ ຄື​ໃນວັນທີ່ 11 ເດືອນມີນາ ແລະວັນທີ່ 20 ເດືອນມີນານີ້ ເຊັ່ນກັນ.

ການ​ໂຮມຊຸມນຸມຫລາຍໆບັ້ນ ທີ່ເອີ້ນກັນວ່າ “ວັນແຫ່ງຄວາມໂກດແຄ້ນ” ນັ້ນ ໄດ້ລຸກລາມ
ໄປທົ່ວຂົງເຂດ ​ແລະ​ໄດ້ເປັນສາເຫດໂຄ່ນລົ້ມຜູ້ນໍາຕູນີເຊຍ ແລະອີຈິບ ລົງ​ຈາກ​ອໍານາດ.

XS
SM
MD
LG