ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການປາບປາມ ການສໍ້ລາດບັງຫລວງ ໃນຊາອູດີ ອາຣັບເບຍ ອາດມີຜົນ ກະທົບຕໍ່ເສດຖະກິດ ຂອງປະເທດ


ປ້າຍໃຫຍ່ທີ່ມີຮູບຂອງ​ເຈົ້າຟ້າ​ຊາຍ Mohammed bin Salman ​ຂອງ Saudi Arabia ທີ່ມີຖ້ອຍຄວາມຂຽນເປັນພາສາອາຣັບວ່າ " ພະເຈົ້າຄຸ້ມຄອງພະອົງ" ຕິດຢູ່ຂ້າງທາງດ່ວນໃນເມືອງທ່າເຮືອ Tripoli ຂອງເລບານອນໃນວັນທີ 9 ພະຈິກ, 2017.
ປ້າຍໃຫຍ່ທີ່ມີຮູບຂອງ​ເຈົ້າຟ້າ​ຊາຍ Mohammed bin Salman ​ຂອງ Saudi Arabia ທີ່ມີຖ້ອຍຄວາມຂຽນເປັນພາສາອາຣັບວ່າ " ພະເຈົ້າຄຸ້ມຄອງພະອົງ" ຕິດຢູ່ຂ້າງທາງດ່ວນໃນເມືອງທ່າເຮືອ Tripoli ຂອງເລບານອນໃນວັນທີ 9 ພະຈິກ, 2017.

ການ​ທັບ​ມ້າງການ​ສໍ້​ລາດ​ບັງ​ຫລວງ​ຢູ່​ໃນ Saudi Arabia ທີ່​ໄດ້​ນຳພາ​ໂດຍ​ເຈົ້າຟ້າ​ຊາຍ
Mohammed bin Salman ​ໄດ້​ຂະຫຍາຍ​ອອກ​ໄປ​ຫາ​ສະມາຊິກ​ຫລາຍ​ຄົນ ຂອງ​
ຄະນະ​ຍາດ​ຣາດຊະວົງ ​ແລະ​ໄດ້ກວາມ​ເອົາ​ບັນດາ​ຜູ້​ຊາຍ​ຈຳນວນ​ນຶ່ງ​ທີ່​ຮັ່ງມີ​ ​ແລະ​ມີ
​ອຳນາດທີ່ສູງ​ສຸດ ຢູ່​ໃນ​ເຂດຕາ​ເວັນ​ອອກ​ກາງ. ຫລາຍ​ຄົນໃນນັ້ນ ແມ່ນ​ນັກ​ລົງທຶນ​ລາຍ
ໃຫຍ່​ຢູ່​ທົ່ວ​ໂລກ ​ແລະສະພາບ​ເສດຖະກິດ​ຕົກ​ຕໍ່າ​ນີ້ ອາດຈະມີຜົນກະທົບເກີນຂອບ
ເຂດຂອງການ​ຫັນ​ປ່ຽນພື້ນຖານທາງ​ການ​ເມືອງ​ ຂອງ Saudi Arabia.

ບັນດາ​ນັກ​ການ​ທູດ ​ແລະ​ນັກ​ລົງທຶນ​ຢູ່​ທົ່ວ​ໂລກ ພາກັນ​ຫລັ່ງ​ໄຫລ​ໄປ​ໂຮງ​ແຮມ Ritz
Carlton ທີ່​ນະຄອນ Riyard ​ເມື່ອຄໍ່າ​ຄືນມື້ກ່ອນ​ເພື່ອ​ຟັງ​ເຈົ້າຟ້າ​ຊາຍ ຂາຍ​ເມືອງ​ໃໝ່​
ທີ່ຍິ່ງ​ໃຫຍ່ໃນ​ຝັນ​ຂອງ​ທ່ານ ທີ່​ມີ​ມູນ​ຄ່າ 500 ພັນ​ລ້ານ​ໂດ​ລາ ​ໃນ​ລາດຊະອານາຈັກ
Saudi ຊຶ່ງເມືອງດັ່ງກ່າວຈະໃຊ້ແຕ່ພະລັງງານທາງເລືອກເທົ່ານັ້ນຊຶ່ງໄກກັນຫລາຍ
ກັບເສດຖະກິດຂອງປະເທດທີ່ໃຊ້ນໍ້າມັນນັ້ນ.

ຮູບ​ພາບ​ທີ່ລັກບັນທຶກໃນວີ​ດີ​ໂອ ທີ່​ໄດ້​ຖ່າຍເອົາ​ໃນ​ອາທິດ​ນີ້ ສະ​ແດງ​ໃຫ້​ເຫັນ​ເສື່ອນອນ
​ແລະ​ຜ້​າຫົ່ມ​ປົກ​ຄຸມ​ພື້ນ​ທີ່​ ທີ່ສວຍ​ງານ​ຂອງ​ຫ້ອງ​ປະຊຸມ​ໂຮງ​ແຮມ Ritz Carlton ທີ່ໃຊ້
​ເປັນ​ບ່ອນ​ກັກ​ຂັງບັນດາ​ສະມາຊິກຣາດຊະ​ວົງ ​ແລະ​ນັກທຸລະກິດ​ຫລາຍ​ສິບ​ຄົນ​ຖືກ​ຈັບ
ກຸມນັ້ນ.

ນັກວິ​ເຄາະ​ອ່າວ​ຊາ​ອຸດີ ທ່ານ​ນາງ Jane Kinnimont ຂ​ອງສະພາ Chatham House
ກ່າວ​ວ່າ “​ການ​ປະຈານ​ຕໍ່​ສາທາລະນະຊົນ ​ແລະການເຜີຍແຜ່ລາຍລະອຽດຂອງ​ການ​
ກ່າວ​ຫາໃນການ​ກະທຳ​ຜິດ​ໂດຍສະມາຊິກຣາດຊະ​ວົງ ​ແລະ​ບັນດາ​ພັນທະ​ມິດ​ເຂົາ​ເຈົ້າ
​ແລະ​ທຸລະ​ກິດ​ດັ່ງກ່າວ ​ອອກ​ມາ ​ເປັນ​ວິ​ທີ​ການ​ເມືອງແບບໃໝ່​ຂອງ​ຣາດຊະ​ວົງ Al Saud.
ປາກົດ​ວ່າ ​ມີການຊ່າລືກັນວ່າ ເຈົ້າຟ້າ​ຊາຍ Mohammed Bin Salman ຈະ​ເປັນ​ທີ່​ນິຍົມຂອງສາທາລະນະຊົນ.”

ຮ່ວມ​ຢູ່​ໃນ​ບັນດາ​ຜູ້​ຖືກ​ຈັບນັ້ນ ​ມີ​ເຈົ້າ​ຊາຍ Alwaleed bin Talal ທີ່​ມັກ​ຮ້ອງ​ເປັນ​ຊື່​ນ້ອຍ​ວ່າ
Warren Buffet ຂອງ​ຕາ​ເວັນ​ອອກ​ກາງ ຊຶ່ງເປັນ​ຊາຍຄົນ​ນຶ່ງ​ທີ່​ເປັນຄົນຮັ່ງມີ​ທີ່​ສຸດ​ໃນໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

XS
SM
MD
LG