ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາ​ອຸ​ດີ ອາ​ຣາ​ເບຍ ກ່າວ​ວ່າ ການ​ສັງ​ຫານ ທ່ານ​ຄາ​ຊ​ອກ​ກີ ມີການວາງ​ແຜນ​ລ່ວງ​ໜ້າ


ທ່ານ​ຊາ​ຮາ​ຣ ຊີ​ກີ ນັກ​ເຄື່ອນ​ໄຫວ​ຄົນ​ນຶ່ງ ກຳ​ລັງ​ວາງດອກ​ໄມ້ ໃຫ້​ແກ່​ໝູ່​ຂອງທ່ານ ຄື​ທ່ານ​ຄາ​ຊອກ​ກີ ທີ່​ຖືກ​ຂ້າ​ຕາຍ.
ທ່ານ​ຊາ​ຮາ​ຣ ຊີ​ກີ ນັກ​ເຄື່ອນ​ໄຫວ​ຄົນ​ນຶ່ງ ກຳ​ລັງ​ວາງດອກ​ໄມ້ ໃຫ້​ແກ່​ໝູ່​ຂອງທ່ານ ຄື​ທ່ານ​ຄາ​ຊອກ​ກີ ທີ່​ຖືກ​ຂ້າ​ຕາຍ.

ຊາ​ອຸ​ດີ ອາ​ຣາ​ເບຍ ອີກ​ເທື່ອ​ນຶ່ງ​ໄດ້​ປ່ຽນ​ການ​ອະ​ທິ​ບາຍ​ຂອງ​ຕົນໃນ​ການ​ສັງຫານ ​ນັກ
​ຂ່າວ​ຊາ​ອຸ​ດີ ທ່ານ​ຈາ​ມາ​ລ ຄາ​ຊອກ​ກີ ຢູ່​ທີ່​ກົງ​ສຸນ ​ຂອງ​ຣີ​ຢາດ ໃນ​ນະ​ຄອນ​ອິ​ສ​ຕັນບູລ
ຊຶ່ງບັດ​ນີ້​ກ່າວ​ວ່າ ເປັນ​ “ການວາງ​ແຜນ​ລ່ວງ​ໜ້າ” ອີງ​ຕ​າມຂໍ້​ມູນ ​ທີ່​ໄດ້​ຮັບ​ຈາກ​ເທີ​ກີ.

ຖະ​ແຫຼງ​ການ​ໃນ​ວັນ​ພະ​ຫັດ​ວານ​ນີ້ ທີ່​ນຳ​ອອກ​ເຜີ​ຍ​ແຜ່​ໂດຍອົງ​ການ​ຂ່າວຂອງທາງ
​ການຊາ​ອຸ​ດີ ເປັນ​ຄຳ​ຖະ​ແຫຼງຂອງ​ໄອ​ຍະ​ການ​ລັດ​ຖະ​ບານ.

ອັນ​ທີ່​ຍັງ​ບໍ່​ເປັນ​ທີ່ຈະແຈ້ງເທື່ອ​ນັ້ນກໍ​ຄື​ວ່າ ​ແມ່ນ​ໃຜ​ເປັນ​ຜູ້​ວາງ​ແຜນຂ້າ​ລ່ວງ​ໜ້າ. ຖະ
​ແຫຼງ​ການ​ກ່າວ​ວ່າ “ໄອ​ຍະ​ການ​ຂອງ​ລັດ​ຖະ​ບານ​ຈະ​ສືບ​ຕໍ່ ດຳ​ເນີນການສືບ​ສວນ​ກັບ​
ບັນ​ດາ​ຜູ້​ຕ້ອງ​ສົງ​ໄສເພື່ອ​ໃຫ້ການ​ດຳ​ເນີນ​ຄະ​ດີ​ດັ່ງ​ກ່າວ​ສິ້ນ​ສຸດ​ລົງ.” ຊາ​ອຸ​ດີ​ໄດ້​ປົດ
ເຈົ້າ​ໜ້າ​ທີ່​ຫ້າ​ຄົນ​ ທີ່​ພົວ​ພັນ​ກັບ​ການ​ສັງ​ຫານ ແລະ​ຈັບ​ຜູ້​ຕ້ອງ​ສົງ​ໄສ 18 ຄົນ.

ສາ​ກົນ​ໄດ້​ຕິ​ຕຽນ ຮວມ​ທັງ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ທີ່​ໄດ້​ກ່າວ​ວ່າ ຜູ້​ປົກ​ຄອງທີ່​
ແທ້​ຈິງ​ຂອງປະ​ເທດ ເຈົ້າ​ຟ້າຊາຍ​ໂມ​ຮາມັດ ບິນ ຊາ​ລ​ມານ ​ເປັນ​ຜູ້ຮັບ​ຜິດ​ຊອບ​ຂັ້ນ
​ສຸດ​ທ້າຍ​ເລື່ອງ​ນີ້.

ພວກ​ເຈົ້າ​ໜ້າ​ທີ່​ຊາ​ອຸ​ດີ ​ໃນ​ຂັ້ນ​ຕົ້ນກ່າວ​ວ່າ ທ່ານ​ຄາ​ຊອກ​ກີໄດ້​ຍ່າງ​ອອກໄປຈາກ​
ກົງ​ສຸ​ນເມື່ອສາມ​ອາ​ທິດ​ກ່ອນ ແລະ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ ​ທ່ານ​ຢູ່​ໃສ. ຫຼັງ​ຈາກ​ນັ້ນ ​ໄດ້​ກ່າວ
​ວ່າ​ ທ່ານ​ໄດ້​ເສຍ​ຊີ​ວິດ​ໃນ​ການ​ຕີ​ກັນ​ຢູ່​ໃນ​ກົງ​ສຸນ. ຫລ້າ​ສຸດ​ນີ້ຊາ​ອຸ​ດີ​ກ່າວ​ວ່າ ທ່ານ
​ຄາ​ຊອກ​ກີ ໄດ້​ຖືກ​ສັງ​ຫານ​ໂດຍ​ການ​ຫັດ​ຄໍ ເວ​ລາ​ທ່ານພະ​ຍາ​ຍາມ​ທີ່​ຈະ​ໜີ​ອອກ​
ຈາກ​ກົງ​ສຸນ​ເພື່ອ​ຮ້ອງ​ຂໍການ​ຊ່ວຍ​ເຫຼືອ.

ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ຽວ​ກັບ​ການ​ເສຍ​ຊີ​ວິດ ຂອງນັກ​ຂ່າວຊາ​ອຸ​ດີ ​ທ່າ​ນຈາ​ມາ​ລ ຄາ​ຊອກ​ກີ ທີ່​ທຳ​ນຽບ​ຂາວ ວັນ​ທີ 23 ຕຸ​ລ​າ 2018.
ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ຽວ​ກັບ​ການ​ເສຍ​ຊີ​ວິດ ຂອງນັກ​ຂ່າວຊາ​ອຸ​ດີ ​ທ່າ​ນຈາ​ມາ​ລ ຄາ​ຊອກ​ກີ ທີ່​ທຳ​ນຽບ​ຂາວ ວັນ​ທີ 23 ຕຸ​ລ​າ 2018.

ເຖິງ​ແມ່ນ​ວ່າ​ຊາ​ອຸ​ດີ​ໄດ້​ຍອມ​ຮັບ​ວ່າ ​ການ​ສັງ​ຫານ​ດັ່ງ​ກ່າວນີ້ ເປັນ​ການ​ວາງ​ແຜນ​
ລ່ວງ​ໜ້າ​ກໍ​ຈິງ ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດເທີ​ກີ ທ່ານ​ເມີບ​ລຸ​ຕ ກາ​ວູ​ໂຊກ​ລູ ກ່າວ​ວ່າ
“ຍັງ​ມີ​ຢູ່​ຫຼາຍ​ຄຳ​ຖາມ​ທີ່​ຕ້ອງ​ການ​ຄຳ​ຕອບ” ຮວມ​ທັງ​ວ່າ​ເປັນ​ຫຍັງ​ຊາ​ອຸ​ດີ​ຈຶ່ງ​ຈັບ​ຜູ້​
ຕ້ອງ​ສົງໄສ 18 ຄົນ​ນັ້ນ.

ທ່ານຖາມ​ວ່າ “ໃຜ​ເປັນ​ຜູ້​ອອກ​ຄຳ​ສັ່ງ​ເຂົາ​ເຈົ້າ? ທ່ານ​ຮັບ​ຮູ້​ວ່າ ​ເຂົາ​ເຈົ້າ​ໄດ້​ເຮັດ ແຕ່
​ເປັນ​ຫ​ຍັງ​ເຂົາ​ເຈົ້າ​ບໍ່​ເວົ້າວ່າ” ຊາກ​ສົບ​ນັ້ນ​ຢູ່​ໃສ. “ຄອບ​ຄົວ​ຂອງ​ທ່ານ​ຍັງ​ຕ້ອງ​ການ
ຢາກ​ຮູ້ ແລະ​ເພື່ອ​ສະ​ແດງຄວາມ​ເຄົາ​ລົບ​ເປັນ​ເທື່ອ​ສຸດ​ທ້າຍ.”

ຮູບ​ພາບ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ຊາ​ອຸ​ດີ SPA ຂອງ​ ເຈົ້າ​ຟ້າຊາຍ​ໂມ​ຮາມັດ ບິນ ຊາ​ລ​ມານ ​ ວັນ​ທີ 24 ຕຸ​ລາ 2018.
ຮູບ​ພາບ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ຊາ​ອຸ​ດີ SPA ຂອງ​ ເຈົ້າ​ຟ້າຊາຍ​ໂມ​ຮາມັດ ບິນ ຊາ​ລ​ມານ ​ ວັນ​ທີ 24 ຕຸ​ລາ 2018.

ລັດ​ຖະ​ມົນ​ຕີ​ເທີ​ກີທ່ານ​ໄດ້​ກ່າວ​ຢ້​ຳ​ອີກ​ເທື່ອງ​ນຶ່ງ ເຖິງ​ການ​ຮຽກ​ຮ້ອງ​ຂອງປະ​ທາ​ນາ
​ທິ​ບໍດີ ຣີ​ເຊ​ບ ​ໄຕ​ຢິບ ເອີ​ດວານ ວ່າ​ພວກ​ທີ່​ຖືກ​ຈັບ​ໃນ​ຄະ​ດີ​ດັ່ງ​ກ່າວຄວນ​ໄປ​ຂຶ້ນ
​ສານ​ຢູ່​ໃນ​ນະ​ຄອນ​ອິ​ສ​ຕັນບູ​ລ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG