ຊາອຸດີ ອາຣາເບຍ ໄດ້ເລີ່ມການສະເໜີບໍລິສັດ ນ້ຳມັນ ຊາອຸດີ ອາຣາມໂກ ຕໍ່ສາທາລະນະ ທີ່ລໍຖ້າມາດົນນານຢ່າງເປັນທາງການຄັ້ງທຳອິດຂອງເຂົາເຈົ້າໃນວັນອາທິດມື້ນີ້, ເຊິ່ງຈະໄດ້ເຫັນສ່ວນນຶ່ງຂອງບໍລິສັດນັ້ນ ຖືກສະເໜີໃນຕະຫຼາດຮຸ້ນໃນທ້ອງຖິ່ນ ດ້ວຍຄວາມຫວັງທີ່ຈະສ້າງລາຍໄດ້ຫຼາຍພັນລ້ານໂດລາ ສຳລັບຣາຊະອານະຈັກດັ່ງກ່າວ.
ການປະກາດສະບັບນຶ່ງຈາກອົງການຕະຫຼາດທຶນ ຂອງຣາຊະອານະຈັກ ຫຼື Capital Market Authority ໄດ້ເຮັດໜ້າທີ່ດັ່ງກັບສັນຍານການເລີ່ມຕົ້ນ ສຳລັບການສະເໜີຂາຍຮຸ້ນ ຫຼື IPO ທີ່ໃຫ້ຄຳສັນຍາໂດຍອົງມົງກຸດ ໂມຮຳເມັດ ບິນ ຊາລມານ ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ.
ແຜນການເບື້ອງຕົ້ນໄດ້ຮຽກຮ້ອງໃຫ້ຮຸ້ນສ່ວນຂອງບໍລິສັດ ຖືກຊື້ຂາຍໄດ້ຢູ່ຕະ ຫຼາດຮຸ້ນ ຕາດາວູລ ຂອງນະຄອນຫຼວງ ຣີຢາດ, ແລ້ວຫຼັງຈາກນັ້ນເອົາຮຸ້ນສ່ວນອື່ນໆໃສ່ຕະຫຼາດເງິນຕາຕ່າງປະເທດ.
ອົງມົງກຸດ ໂມຮຳເມັດ ຫວັງວ່າຈະສ້າງມູນຄ່າ 2 ພັນຕື້ໂດລາ ສຳລັບບໍລິສັດ ອາຣາມໂກ, ເຊິ່ງຜະລິດນ້ຳມັນດິບ 10 ລ້ານຖັງຕໍ່ມື້ ແລະ ສະໜອງຄວາມຮຽກຮ້ອງຕ້ອງການຈາກທົ່ວໂລກປະມານ 10 ເປີເຊັນ. ນັ້ນຈະເພີ່ມ 100 ພັນລ້ານໂດລາທີ່ເພິ່ນຕ້ອງການ ສຳລັບແຜນການພັດທະນາຄືນທີ່ມີຄວາມມຸ່ງໝັ້ນສຳລັບ ຊາອຸດີ ອາຣາເບຍ ດ້ວຍຄວາມຫວັງທີ່ຈະສ້າງວຽກງານໃໝ່ ໃນຂະນະທີ່ອັດຕາການຫວ່າງງານໄດ້ຢຸດຢູ່ທີ່ 10 ເປີເຊັນກວ່າ.
ແນວໃດກໍຕາມ, ຄວາມເປັນຫ່ວງດ້ານເສດຖະກິດ, ເຊັ່ນສົງຄາມການຄ້າລະຫວ່າງ ຈີນ ກັບ ສະຫະລັດ ແລະ ການເພີ່ມການຜະລິດນ້ຳມັນດິບ ໂດຍສະຫະລັດ ແມ່ນໄດ້ເຮັດໃຫ້ລາຄາພະລັງງານຖືກລົງ. ການໂຈມຕີໃສ່ສູນກາງຂອງບໍລິສັດ ອາຣາມໂກ ເມື່ອວັນທີ 14 ກັນຍາທີ່ຜ່ານມາ ໄດ້ເຮັດໃຫ້ບັນດານັກລົງທຶນບາງຄົນຮູ້ສຶກຕົກໃຈຢ້ານ, ດ້ວຍບໍລິສັດປະເມີນຄ່າແຫ່ງນຶ່ງ ໄດ້ຫຼຸດຄຸນຄ່າຂອງບໍລິສັດຍັກໃຫຍ່ດ້ານນ້ຳມັນດັ່ງກ່າວລົງແລ້ວ.
ການປະກາດໂດຍອົງການ Capital Market Authority ແມ່ນບໍ່ໄດ້ກຳນົດເວລາສຳລັບການສະເໜີຂາຍຮຸ້ນນັ້ນ.
ອົງການດັ່ງກ່າວໄດ້ເວົ້າໃນຖະແຫຼງການຂອງເຂົາເຈົ້າວ່າ “ຄະນະກຳມະການ Capital Market Authority ໄດ້ອອກມະຕິຂອງເຂົາເຈົ້າ ທີ່ອະນຸມັດໃຫ້ບໍລິສັດ ນ້ຳມັນ ຊາອຸດີ ອາເຣາເບຍ ຂໍສະໝັກສຳລັບການລົງທະບຽນ ແລະ ສະເໜີສ່ວນນຶ່ງຂອງຮຸ້ນສ່ວນຂອງເຂົາເຈົ້າ. ໜັງສືສະແດງໂຄງການຂອງບໍລິສັດນັ້ນຈະຖືກເປີດເຜີຍ ກ່ອນການເລີ່ມຕົ້ນຂອງໄລຍະການຈອງ.