ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາອຸດີ ອາຣາເບຍ​ ປະຫານຊີວິດ 47 ຄົນ ທີ່ມີຄວາມຜິດ ຖານກໍ່ການຮ້າຍ


Saudi Arabia Executions
please wait

No media source currently available

0:00 0:00:43 0:00

ກະຊວງ​ພາຍ​ໃນ​ຂອງ Saudi Arabia ຖະ​ແຫຼງວ່າ ຕົນ​ໄດ້​ປະ
ຫານ​ຊີວິດ 47​ ຄົນ ທີ່​ພົບ​ເຫັນ​ວ່າ ​ມີ​ຄວາມ​ຜິດ ​ໃນ​ຖານ​ກໍ່​ການ
​ຮ້າຍ​ໃນ​ວັນເສົາ​ມື້ນີ້​.

ກະຊວງ​ພາຍ​ໃນ​ຂອງ Saudi ກ່າວ​ວ່າ ນັກ​ສອນ​ສາສະໜາ​ອິສ
ລາມ​ນິກາຍ​ຊີ​ໄອທີ່​ມີ​ຊື່ສຽງ​ ​Sheikh Nimr al-Nimr ​ກໍຮວມຢູ່
​ໃນ​ຈຳນວນ​ພວກ​ທີ່​ຖືກ​ປະຫານຊີວິດ ຜູ້ກ່ຽວເປັນ​ບຸກຄົນ​ສຳຄັນ​
ໃນ​ການ​ປະ​ທ້ວງ​ຂອງ​ຊາວ​ຊີ​ໄອ ທີ່​ໄດ້​ລະ​ເບີດ​ຂຶ້ນໃນ​ລະດູ​ບານ
​ໃໝ່​ຂອງ​ຊາວ​ອາຣັບໃນປີ​ 2011 ​ແລະ​ການ​ປະຫານ​ຊີວິດ​ທ່ານ
​ອາດຈະ​ກໍ່​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ​ຄັ້ງ​ໃໝ່​ໃນ​ໝູ່​ພວກ​ຊາວ​ຊີ​ໄອ
ທີ່​ເປັນ​ຊົນ​ກຸ່ມ​ນ້ອຍຢູ່​ໃນ​ລາຊະ​ອານາຈັກ Saudi Arabia ທີ່ພາ
ກັນ​ຈົ່ມ​ທຸກ​ວ່າໄດ້​ຮັບ​ການ​ປະຕິບັດ ຕໍ່​ແບບ​ບໍ່​ມີ​ຄວາມ​ສຳຄັນ​ນັ້ນ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ກ່າວ​ວ່າ ການ​ປະຫານ​ຊີວິດ​ຢູ່​ໃນ Saudi Arabia ຕາມ​
ປົກ​ກະຕິ​ແລ້ວ​ຈະ​ເປັນ​ການ​ຕັດ​ຫົວໃນ​ທີ່​ສາທາລະນະ. ​ເຂົາ​ເຈົ້າກ່າວ​ວ່າ​ ສົບ​ທີ່​ຖືກ​ຕັດ​ຫົວ​
ແລ້ວ ບາງ​ຄັ້ງອາດຈະ​ຖືກ​ນຳ​ໄປຕັ້ງສະ​ແດງໄວ້.

The Interior Ministry of Saudi Arabia said the country executed 47 people convicted of terrorism on Saturday.

The ministry said prominent Shi'ite cleric Sheikh Nimr al-Nimr was among those put to death.

He was a central figure in Shi'ite protests that erupted in 2011's Arab Spring and his execution may revive unrest among the kingdom's Shi'ite minority who complain of marginalization.

Human rights groups say executions in Saudi Arabia are usually public beheadings. They say the decapitated bodies are occasionally left on display.

XS
SM
MD
LG