ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະເທດ ຊາອຸດີ ອາເຣເບຍ, ອີຈິບ, UAE, ແລະ ບາເຣນ ຕັດສາຍພົວພັນ ການທູດກັບ ປະເທດ ກາຕ້າ


ກະສັດ Salman bin Abdulaziz Al Saud ແຫ່ງປະເທດ ຊາອຸດີ ອາເຣເບຍ, ຊ້າຍ, ລົມກັບ ອົງມົງກຸດ Sheikh Mohammed bin Zayed Al Nahyan, Abu Dhabi's ແຫ່ງນະຄອນ Abu Dhabi ແລະ ຜູ້ບັນຊາການທະຫານ
ແຫ່ງກອງກຳລັງຕິດອາວຸດ ຂອງ ເອມີເຣັດສ ໃນເມືອງ Jiddah, ປະເທດ ຊາອຸດີ ອາເຣເບຍ. 2 ມິຖຸນາ, 2017.
ກະສັດ Salman bin Abdulaziz Al Saud ແຫ່ງປະເທດ ຊາອຸດີ ອາເຣເບຍ, ຊ້າຍ, ລົມກັບ ອົງມົງກຸດ Sheikh Mohammed bin Zayed Al Nahyan, Abu Dhabi's ແຫ່ງນະຄອນ Abu Dhabi ແລະ ຜູ້ບັນຊາການທະຫານ ແຫ່ງກອງກຳລັງຕິດອາວຸດ ຂອງ ເອມີເຣັດສ ໃນເມືອງ Jiddah, ປະເທດ ຊາອຸດີ ອາເຣເບຍ. 2 ມິຖຸນາ, 2017.

ປະເທດ ຊາອຸດີ ອາເຣເບຍ, ປະເທດ ບາເຣນ, ສະຫະລາດຊະອານາຈັກ ອາຣັບ ເອມີ
ເຣັດສ ແລະ ອິຈິບ ຕ່າງກໍໄດ້ປະກາດໃນວັນຈັນມື້ນີ້ວ່າ ຕົນຈະຕັດສຳພັນທາງການທູດ ກັບປະເທດ ກາຕ້າ ໂດຍກ່າວຫາວ່າ ປະເທດດັ່ງກ່າວສະນັບສະໜູນລັດທິກໍ່ການຮ້າຍ.

ພວກປະເທດເຫຼົ່ານັ້ນ ໄດ້ປະກາດການເຄື່ອນໄຫວດັ່ງກ່າວໃນເວລາເກືອບພ້ອມໆກັນ ໂດຍກ່າວວ່າ ພວກຕົນຈະຖອນນັກການທູດອອກຈາກ ກາຕ້າ ທັງຈະຕັດການບິນ ແລະ ການເດີນທະເລໄປສູ່ປະເທດດັ່ງກ່າວນຳ.

ສາຍການບິນໃນຂົງເຂດ ອັນມີລວມທັງສາຍການບິນ Saudia, Emirates ແລະ
Ethihad ຕ່າງກໍເວົ້າວ່າຕົນຈະໂຈະການບິນໄປຍັງ ກາຕ້າ ໃນຂະນະທີ່ ກາຕ້າ ໄດ້ປະ
ກາດຢູ່ສະເໝີວ່າຕົນໄດ້ໂຈະການບິນໄປຫາ ຊາອຸດີ ອາເຣເບຍ ແລ້ວ.

ຕໍ່ມາ ເຢເມັນ ກໍໄດ້ເຂົ້າຮ່ວມໃນການຕັດສາຍພົວພັນກັບ ກາຕ້າ.

ຊາອຸດີ ອາເຣເບຍ ຊຶ່ງນຳພາກຳລັງປະສົມຫຼາຍຊາດ ໃນການຕໍ່ສູ້ເພື່ອສະໜັບສະໜູນ ລັດຖະບານ ເຢເມັນ ຍັງໄດ້ກ່າວວ່າ ກຳລັງຂອງ ກາຕ້າ ກໍຈະຖືກຖອນອອກຈາກການ
ຕໍ່ສູ້ທີ່ວ່ານັ້ນ.

ອົງການຂ່າວສານ SPA ຊຶ່ງລັດຖະບານ ຊາອຸດີ ອາເຣເບຍ ເປັນເຈົ້າຂອງ ກ່າວວ່າ
“ກາຕ້າ ຮັບເອົາກຸ່ມຕ່າງໆຂອງພວກກໍ່ການຮ້າຍ ແລະ ພວກຄົນທົ່ວໄປທີ່ມີເປົ້າໝາຍ
ສ້າງຄວາມບໍ່ທຸ່ນທ່ຽງໃຫ້ແກ່ຄວາມໝັ້ນຄົງຂອງຂົງເຂດ ລວມທັງພວກພະລາດອນ
ພາບ ມຸສລິມ, ພວກ ISIS ແລະ ອາລໄກດາ ທັງສົ່ງເສີມຄຳຂັວນ ແລະ ແນວທາງ
ຕ່າງໆຂອງກຸ່ມເຫຼົ່ານັ້ນ ໂດຍຜ່ານສື່ມວນຊົນຂອງເຂົາ."

ລັດຖະມົນຕີການຕ່າງປະເທດຂອງ ກາຕ້າ ກ່າວວ່າ ມາດຕະການດັ່ງກ່າວ “ບໍ່ຍຸຕິທຳ
ແລະ ອີງຕາມສິ່ງທີ່ບໍ່ມີພື້ນຖານ ແລະ ເປັນຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG