ໃນວັນອາທິດມື້ອື່ນນີ້ ຊາອຸດີ ອາຣາເບຍ ຈະຍົກເລີກການຫ້າມທີ່ມີແຕ່ປະເທດດຽວເທົ່ານັ້ນ
ຢູ່ໃນໂລກທີ່ບໍ່ໃຫ້ແມ່ຍິງຂັບລົດໄດ້ນັ້ນ. ການເຄື່ອນໄຫວທີ່ເປັນຂີດໝາຍແກ່ພວກແມ່ຍິງຊາ
ອຸດີ ທີ່ໄດ້ກາງຕໍ່ອາໄສພວກຄົນຂັບລົດ, ຍາດຕິພີ່ນ້ອງຜູ້ຊາຍ, ຕັກຊີ ຫຼືຂີ່ລົດບໍລິການຂົນສົ່ງ
ເພື່ອໄປຫັ້ນມາໜີ້.
ໃນຕົ້ນເດືອນນີ້ ລັດຖະບານຊາອຸດີ ອາຣາເບຍໄດ້ເລີ້ມອອກໃບຂັບຂີ່ໃຫ້ແກ່ພວກແມ່ຍິງທີ່ມີ
ໃບຂັບຂີ່ມາຈາກປະເທດຕ່າງໆ ຮວມທັງຈາກອັງກິດ, ເລບານອນ ແລະການາດາ. ພວກແມ່ຍິງ
ດັ່ງກ່າວແມ່ນພາກັນສອບເສັງແບບສັ້ນໆ ກ່ອນຈະໄດ້ຮັບໃບຂັບຂີ່ໃໝ່ຂອງພວກເຂົາເຈົ້າ.
ເຖິງຢ່າງໃດກໍຕາມ ສ່ວນໃຫຍ່ ພວກແມ່ຍິງຢູ່ໃນປະເທດຍັງບໍ່ທັນໄດ້ມີໃບຂັບຂີ່ເທື່ອ. ແມ່ຍິງ
ຫຼາຍຄົນຍັງບໍ່ທັນມີໂອກາດໄດ້ຮຽນຂັບລົດ ທີ່ຫາກໍ່ເປີດຂຶ້ນບໍ່ເທົ່າໃດເດືອນມານີ້.
ອົງການຂ່າວບລູມເບີກ ກ່າວວ່າ ການສຳພາດບັນດາແມ່ຍິງຊາອຸດີຂອງຕົນໄດ້ສະແດງໃຫ້ເຫັນ
ວ່າ ພວກຜູ້ຍິງສ່ວນໃຫຍ່ແມ່ມີຄວາມຮູ້ສຶກທີ່ຂັດແຍ້ງກັນກ່ຽວກັບຄວາມກ້າວໜ້າໃໝ່ນີ້ ຊຶ່ງເຂົາ
ເຈົ້າມີທັງຄວາມຕື່ນເຕັ້ນທີ່ຈະໄດ້ຂັບລົດ ແຕ່ກໍຍັງຕ້ອງຢາກຮັກສາປະເພນີຂອງເຂົາເຈົ້າໄວ້.
ພວກແມ່ຍິງເຫລົ່ານີ້ກ່າວວ່າ ມັນຈະໃຊ້ເວລາດົນສົມຄວນທີ່ຈະເຮັດໃຫ້ສັງຄົມຄຸ້ນເຄີຍກັບ
ການປ່ຽນແປງໃໝ່ນີ້.