ຊາອຸດີ ອາຣາເບຍ ໄດ້ຈັບກຸມບັນດານັກຂຽນ ແລະນັກເຄື່ອນໄຫວ ຢ່າງໜ້ອຍ 8 ຄົນ
ທີ່ປະກອບດ້ວຍ ສອງຄົນທີ່ຖືສອງສັນຊາດ ສະຫະລັດ ແລະຊາອຸດີ ອາຣາເບຍ ໃນ
ການປາບປາມຄັ້ງຫຼ້າສຸດ ຕໍ່ພວກສະໜັບສະໜຸນ ການເຄື່ອນ ໄຫວເພື່ອສິດທິຂອງ
ພວກແມ່ຍິງ.
ພວກພະນັກງານໃນດ້ານສິດທິມະນຸດ ກ່າວວ່າ ພວກທີ່ຖືກຄວບຄຸມໂຕທັງໝົດ ໄດ້
ສະແດງອອກເຖິງການສະໜັບສະໜຸນ ແກ່ກຸ່ມບັນດານັກເຄືອນໄຫວ ເພືື່ອສິດທິຂອງ
ພວກແມ່ຍິງ ຊາວຊາອຸດີ ບັດນີ້ ພວກເຂົາກຳລັງຖືກດຳເນີນຄະດີ ໃນຂໍ້ຫາ ໃສ່ຮ້າຍ
ປ້າຍສີ ຣາຊະອານາຈັກ ທີ່ກ່ຽວຂ້ອງກັບການປະຕິບັດ ຕໍ່ພວກແມ່ຍິງ.
ກະຊວງການຕ່າງປະເທດຂອງສະຫະລັດ ໄດ້ໃຫ້ການຢືນຢັນ ກ່ຽວກັບການຈັບກຸມ
ຊາວອາເມຣິການ 2 ຄົນ. ໂຄສົກຂອງກະຊວງທ່ານນຶ່ງ ໄດ້ກ່າວວ່າ ທາງກະຊວງ
ການຕ່າງປະເທດ ກຳລັງປະສານງານ “ເພື່ອສະໜອງການຊ່ອຍເຫຼືອຕ່າງໆ ທີ່
ເໝາະສົມຈາກກົງສຸນ ແລະຫາທາງທີ່ຈະເຂົ້າຫາພົນລະເມືອງດັ່ງກ່າວ ໂດຍ
ປາດສະຈາກການຊັກຊ້າໃດໆ.”
ກຸ່ມປົກປ້ອງສິດທິມະນຸດ ALQST ທີ່ມີຫ້ອງການຕັ້ງຢູ່ໃນນະຄອນລອນດອນ ກ່າວວ່າ
ພວກທີ່ຖືກຈັບກຸມເຫຼົ່ານັ້ນ ເປັນ “ພວກນັກຂຽນ ແລະ ນັກຂຽນຂ່າວ ລົງສື່ສັງຄົມ ຊຶ່ງ
ກ່ອນໜ້ານີ້ ໄດ້ທຳການສົນທະນາໃນເລື້ອງການປະຕິຮູບ.”
ພວກທີ່ຖືກຄວບຄຸມໂຕ ໂດຍສ່ວນໃຫຍ່ ໄດ້ຖືກຈັບກຸມໃນວັນພະຫັດຜ່ານມານີ້.
ທ່ານ ບາດຣ໌ ອາລ-ອີບຣາຮີມ ເປັນນັກຂຽນ ແລະເປັນໝໍ ແມ່ນຜູ້ນຶ່ງ ທີ່ຖືສອງສັນຊາດ
ສະຫະລັດ ແລະຊາອຸດີ ທີ່ໄດ້ຖືກຈັບກຸມ.
ສ່ວນຜູ້ຖືກຄວບຄຸມໂຕຊາວອາເມຣິກັນຄົນອື່ນໆ ແມ່ນມີ ທ້າວ ຊາລາ ອາລ-ໄຮດາຣ
ຜູ້ທີ່ເປັນລູກຂອງ ທ່ານ ອາຊີຊາ ອາລ-ຢູເຊັຟ ເປັນນັກເຄື່ອນໄຫວ ຜູ້ທີ່ໄດ້ຖືກປ່ອຍໂຕ
ຊົ່ວຄາວ ເມື່ອສັບປະດາແລ້ວນີ້ ແຕ່ຍັງຄົງຈະຖືກດຳເນີນຄະດີ ພ້ອມກັນກັບພວກຄົນ
ອື່ືນໆ.