ສີ່ໃນຈຳນວນບັນດາປະເທດທີ່ຜະລິດນໍ້າມັນໃຫຍ່ທີ່ສຸດໃນໂລກ
ໄດ້ເຄື່ອນໄຫວໂຈະການຜະລິດນໍ້າມັນຂອງເຂົາເຈົ້າ ໃນວັນອັງ
ຄານວານນີ້ ເພື່ອພະຍາມຍຸດຕິ ການຕົກລາຄາ 70 ເປີເຊັນຂອງ
ມັນດິບ ເພາະວ່າ ມີນໍ້າມັນຫລາຍເກີນໄປໃນຕະຫລາດໂລກ.
ການຕົກລົງໄດ້ບັນລຸກັນ ໂດຍລັດຖະມົມຕີນ້ຳມັນຣັດເຊຍ ແລະ
ອີກສາມສະມາ ຊິກຂອງບັນດາປະເທດສົ່ງນໍ້າມັນອອກ ປະກອບ
ມີ ຊາອຸດີ ອາຣາເບຍ ເວເນຊູເອລາ ແລະກາຕ້າ ລະຫວ່າງການ
ປະຊຸມລັບທີ່ນະຄອນຫລວງ Doha. ທັງສີ່ປະເທດ ກ່າວວ່າ ເຂົາ
ເຈົ້າຈະຢຸດການສົ່ງອອກໃນລະດັບເດືອນມັງກອນ ຊຶ່ງລັດຖະ
ມົນຕີນໍ້າມັນ ຊາອຸດີ ທ່ານ Ali al-Naimi ຮອ້ງວ່າ ເປັນທີ່ “ພຽງພໍ.”
ແຕ່ທ່ານ Naimi ກ່າວວ່າ ການຕົກລົງນີ້ມີເງື່ອນໄຂຢູ່ວ່າ ຜູ້ຜະລິດລາຍໃຫຍ່ອື່ນໆ ຍັງຈະ
ຕ້ອງໄດ້ເຫັນດີໃຫ້ໂຈະການຜະລິດຂອງເຂົາເຈົ້າ.
ການເຈລະຈາເພີ້ມຕື່ມທີ່ພົວພັນກັບອີຣ່ານແລະອີຣັກ ມີກຳນົດຈະໄຂຂຶ້ນທີ່ນະຄອນເຕຫະ ຣ່ານ ໃນວັນພຸດມື້ນີ້. ອີຣ່ານ ອາດຈະບໍ່ເຫັນດີກັບ ການຫລຸດການຜະລິດລົງ ໃນຂະນະທີ່
ປະເທດດັ່ງກ່າວກຳລັງຊອກຫາທາງສົ່ງນໍ້າມັນອອກນ້ຳມັນ ຫລັງຈາກມີການຍົກເລີກການ
ລົງໂທດທາງດ້ານເສດຖະກິດ ຂອງສະຫະປະຊາຊາດ ແລະປະເທດຕາເວັນຕົກ ທີ່ໄດ້ແນ
ໃສ່ເພື່ອໃຫ້ເຕຫະຣ່ານຫລຸດຜ່ອນການພັດທະນາອາວຸດນິວເຄລຍ.
ທ່ານ Naimi ກ່າວວ່າ “ພວກເຮົາບໍ່ຕ້ອງການ ໃຫ້ມີການຂຶ້ນລາຄາ ທີ່ສຳຄັນໃດໆ. ພວກ
ເຮົາບໍ່ຕ້ອງການຫລຸດການຜະລິດລົງ ພວກເຮົາຕ້ອງການໃຫ້ຜະລິດພຽງພໍກັບຄວາມຕ້ອງ
ການ ແລະພວກເຮົາຕ້ອງການໃຫ້ລາຄານໍ້າມັນມີຄວາມທຸ່ນທ່ຽງ."