ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເວົ້າວ່າ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ຄິວ​ບາ​ ຈັດຢູ່​​ໃນກຸ່ມປະ​ເທດ ທີ່​ທຳ​ການ​ຕ້ານ​ການ​ຄ້າ​ມະ​ນຸດ ​ຂີ້​ຮ້າຍທີ່​ສຸດ ​ໃນ​ໂລກ


​ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ ຜ່ານ​ມາ ຢູ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ກ່ຽວ​ກັບ​ສະ​ພາບ​ການ​ເຮັດ​ໜ້າ​ທີ່​ໃນ​ການ​ຕ້ານ​ການ​ຄ້າ​ມະ​ນຸດ​ຂອງຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ຄິວ​ບາ
​ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ ຜ່ານ​ມາ ຢູ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ກ່ຽວ​ກັບ​ສະ​ພາບ​ການ​ເຮັດ​ໜ້າ​ທີ່​ໃນ​ການ​ຕ້ານ​ການ​ຄ້າ​ມະ​ນຸດ​ຂອງຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ຄິວ​ບາ

ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ຄິວ​ບາ​ດຽວນີ້ ແມ່ນ​ຢູ່​ໃນ​ບັນ​ຊີ​ຂອງ​ປະ​ເທດ ທີ່​ສະ​ຫະ​ລັດ ຖື​ວ່າ ​ເປັນ​ປະ​ເທດ​ທີ່ລະ​ເລີຍຕໍ່ໜ້າ​ທີ່​ຮັບ​ຜິດ​ຊອບຂອງ​ຕົນໃນ​ການ​ຕໍ່​ສູ້​ກັບ​ການ​ຄ້າ​ມະ​ນຸດ, ຊຶ່ງ​ເຮັດ​ໃຫ້​ຄວາມສ່ຽງທີ່​ປະ​ເທດ​ເຫລົ່າ​ນັ້ນ​ຈະ​ຖືກລົງ​ໂທດເພີ້ມ ທະ​ວີ​ຂຶ້ນ.

ຢູ່​ໃນ​ບົດ​ລາຍ​ງານ​ປະ​ຈຳ​ປີ​ຂອງ​ຕົນ​ນັ້ນ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ກ່າວ​ຫາຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ເປັນ​ປະ​ເທດ​ພັນ​ທະ​ມິດນັ້ນວ່າ ໄດ້​ທຳການລະ​ເມີດ​ຢ່າງກວ້າງ​ຂວາງ ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ແຮງ​ງານ​ຕ່າງ​ຊາດ ແລະ​ໄດ້​ປະ​ນາມ​ຄິວ​ບາ​ວ່າ ໄດ້​ທຳ​ການ​ຄ້າ​ມະ​ນຸດ​ທີ່​ຖືກກ່າວ​ຫາ ໂດຍ​ຜ່ານ​ການ​ສົ່ງ​ທ່ານໝໍ ອອກໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ.

"ຖ້າ​ຫາກ​ທ່ານບໍ່ທຳ​ການຕ້ານການ​ຄ້າ​ມະ​ນຸດ​ແລ້ວ, ອາ​ເມ​ຣິ​ກາກໍຈະທຳ​ການ ຕ້ານຕໍ່​ທ່ານ” ນັ້ນ​ຄື​ຄໍ​າ​ເວົ້າ​ຂອງ​ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ ຜ່ານ​ມານັ້ນ ຢູ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ພາຍຫລັງທີ່​ມີ​ການ​ເຜີຍ​ແຜ່​ບົດ​ລາຍ​ງານ​ນັ້ນ​ອອກ​ມາບໍ່​ດົນ​ພໍ​ເທົ່າ​ໃດ.

ບົດ​ລາຍ​ງານ​ປະ​ຈຳ​ປີ ກ່ຽວ​ກັບການ​ຄ້າ​ຄົນ ຫລື ບົດລາຍ​ງານ TIP ທຳ​ການປະ​ເມີນສິ່ງ​ທີ່ປະ​ເທດຕ່າງໆໄດ້​ເຮັດໃນ​ສິ່ງ​ທີ່ທ່ານ​ພອມ​ພຽວ​ເວົ້າ​ວ່າ “ເປັນການກໍ່​ອາດຊະ​ຍາ​ກຳ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ໃນ​ໂລກ."

ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ສະ​ຫະ​ລັດ​ທ່ານນີ້ ເວົ້າ​ວ່າ ພວກ​ຄ້າ​ມະ​ນຸດປັດ​ຈຸ​ບັນ​ກຳ​ລັງ​ເຮັດ​ໃຫ້​ຄົນ​ເກືອບ​ຮອດ 25 ລ້ານ​ຄົນ​ ຢູ່​ທົ່ວ​ໂລກ​ຕົກ​ເປັນ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ຈັດ​ໃຫ້ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ຄິວ​ບາ ຢູ່​ໃນ​ກຸ່ມ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຢູ່​ໃນລ​ະດັບ3, ຊຶ່ງ​ເປັນ​ລະ​ດັບ​ທີ່​ຕໍ່າ​ທີ່​ສຸດ​ເທົ່າ​ທີ່​ມີ​ໄດ້​ ຢູ່​ໃນ​ບົດ​ລາຍ​ງານນັ້ນ. ຈີນ, ເກົາ​ຫລີ​ເໜືອ, ຣັດ​ເຊຍ, ແລະ​ເວ​ເນ​ຊູ​ເອ​ລາ ກໍ​ໄດ້​ຖືກ​ຈັດ​ໃຫ້​ຢູ່​ໃນ​ລະ​ດັບ​ນັ້ນ​ເຊັ່ນ​ກັນ.

ສະ​ຫະ​ລັດ​ເວົ້າ​ວ່າ ຣາດ​ຊະ​ອາ​ນາ​ຈັກ ຊາ​ອຸ​ດີ ໄດ້​ປະ​ຕິ​ບັດ​ການ​ພຽງ​ໜ້ອຍ​ດຽວ ເພື່ອ​ຊ່ວຍ​ພວກ​ໄດ້​ຮັບ​ເຄາະ​ຮ້າຍ, ແຕ່​ກົງ​ກັນ​ຂ້າມ, ກັບເລືອກ​ທີ່​ຈະ​ທຳ​ການ​ຈັບ​ກຸມ​ພວກ​ເຂົາ​ເຈົ້າໄປ​ຂັງຄຸກ, ປັບ​ໃໝ ຫລື​ເນ​ລະ​ເທດ​ເຂົາເຈົ້າພາຍ​ຫລັງ​ທີ່​ໄດ້​ກ່າວ​ຫາ​ເຂົາເຈົ້າ​ວ່າໄດ້​ລະ​ເມີດ​ລະ​ບຽບ​ການດ້ານ​ຄົນ​ເຂົ້າ​ເມືອງ ແລະ​ຄ້າ​ປະ​ເວ​ນີ​ແລ້ວ.

ສ່ວນ​ຄິວ​ບາ ທີ່​ເປັນ​ປະ​ເທດ​ປໍ​ລະ​ປັກ​ຂອງສະ​ຫະ​ລັດ​ມາ​ແຕ່​ດົນ​ນານ​ແລ້ວນັ້ນ ໄດ້​ທຳ​ການ​ນາບ​ຂູ່ ຫລື​ບັງ​ຄັບ​ໃຫ້​ພວກ​ນາຍ​ໝໍ ​ໃຫ້​ເຂົ້າ​ຮ່ວມ​ໂຄງ​ການ​ ການ​ແພດ​ຢູ່​ຕ່າງ​ປະ​ເທດຂອງ​ຕົນ, ອີງ​ຕາມ​ບົດ​ລາຍ​ງານ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເພີ້ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG