ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Saudi Arabia ​ເປັນ​ຜູ້ນຳພາການໂຈມຕີ ຕໍ່ພວກກະບົດ Houthi ໃນເຢເມນ


Yemen
please wait
Embed

No media source currently available

0:00 0:02:42 0:00

ເຮືອບິນລົບຂອງ Saudi ນຳພາການໂຈມຕີຮອບໃໝ່ຕໍ່ພວກ
ກະບົດ Houthi ໃນເຢເມນ ໃນວັນພະຫັດມື້ນີ້ ໃນຂະນະທີ່
ບັນດາປະເທດພັນທະມິດອາຣັບໃນເຂດອ່າວເປີເຊຍ ແລະກຸ່ມ
ອື່ນໆໃນຂົງເຂດ ​ຈັດສົ່ງການຊ່ອຍເຫຼືອຢ່າງຮີບດ່ວນ ໄປໃຫ້
ປະທານາທີບໍດີ Abd-Rabbu Mansour Hadi ທີ່ໄດ້ຮັບ
ການໜຸນຫລັງຈາກນາໆຊາດນັ້ນ.

ເຈົ້າໜ້າທີ່ໄດ້ກ່າວວ່າ ການໂຈມຕີທາງອາກາດ ທີ່ເລີ້ມຂຶ້ນ
ໃນແລງວັນພຸດວານນີ້ ແມ່ນເເນເປົ້າໝາຍໃສ່ພວກຄ້າຍ
ທະຫານຕ່າງໆ ທີ່ໄດ້ຖືກຍຶດເອົາ ໂດຍພວກກະບົດ Houthi
ໃນຂະນະທີ່ພວກເຂົາ ສືບຕໍ່ການບຸກໂຈມຕີ ລົງສູ່ພາກໃຕ້
ຂອງປະເທດ ໃນໄລຍະຫຼາຍໆອາທິດຜ່ານມານີ້.

Jordan ອີຈິບ ແລະ Sudan ຢືນຢັນວ່າ ກອງກຳລັງຂອງພວກເຂົາເຈົ້າ ກໍໄດ້ມີສ່ວນປະກອບ
ໃນການປະຕິບັດງານທີ່ວ່ານີ້ ໃນຂະນະທີ່ກະຊວງການຕ່າງປະເທດຂອງປາກີສຖານ ໄດ້ກ່າວ
ວ່າ ຕົນກຳລັງພິຈາລະນາ ຕໍ່ການຮ້ອງຮຽນຈາກ Saudi Arabia ເພື່ອໃຫ້ສົ່ງກອງກຳລັງ
ທະຫານໄປຊ່ອຍ.

ອົງການຂ່າວຂອງທາງການ Saudi ໄດ້ກ່າວວ່າ Morocco ໄດ້ໃຫ້ຄຳໝັ້ນສັນຍາວ່າ
ຈະປະກອບສ່ວນນຳ ໃນຂະນະທີ່ ເຄືອຂ່າຍໂທລະພາບ al-Arabiya ທີ່ Saudi ເປັນເຈົ້າ
ຂອງນັ້ນ ກ່າວວ່າ Saudi Arabia ແມ່ນໃຫ້ຄຳໝັ້ນສັນຍາທີ່ຈະສົ່ງທະຫານ 150 ພັນຄົນ​ແລະເຮືອບິນລົບ 100 ລຳໄປຊ່ອຍ.

ອີຣານ ຊຶ່ງເປັນຄູ່ປໍລະປັກກັບ Saudi ​ແລະ​ມີ​ການ​ເຊື່ອ​ກັນຢ່າງກວ້າງຂວາງ​ວ່າ ​ເປັນ​ຜູ້​ໃຫ້
ການ​ສະໜັບສະໜຸນພວກກະບົດ Houthi ນັ້ນ ​ໄດ້​ກ່າວ​ປະນາມ​ການ​ໂຈມ​ຕີ​ທາງ​ອາກາດ
ໂດຍກ່າວ​ວ່າ ການ​ເອົາ​ບາດກ້າວ​ທາງ​ທະຫານນັ້ນ ​ແມ່ນການ​ຮຸກຮານ ຊຶ່ງມີແຕ່ຈະເຮັດໃຫ້
ວິ​ກິດ​ການ​ໃນ​ເຢ​ເມນ ສະ​ລັບ​ສັບ​ຊ້ອນ​ເພີ້​ມຕື່ມ​ອີກ.

ໃນຂະນະທີ່ ​ການ​ຖິ້ມ​ລະ​ເບີດຍັງດຳເນີນ​ຕໍ່​ໄປໃນ​ວັນ​ພະຫັດ​ມື້​ນີ້ ກອງ​ກຳລັງ ທີ່​ຈົງ​ຮັກ​ພັກດີ​
ຕໍ່​ປະທານາທິບໍດີ Hadi ​ໄດ້ເຂົ້າຍຶດຄືນ ​ເອົາ​ສະໜາມ​ບິນ​ນາໆຊາດ Aden ​ແລ້ວ​. ສະຖານ​ທີ່​ໆທ່ານ Hadi ໄປພັກເຊົາຢູ່ນັ້ນ ​ຍັງ​ບໍ່​ມີຜູ້ໃດຮູ້​ເທື່ຶອ ຫຼັງ​ຈາກ​ທີ່​ທ່ານ​ໄດ້ຫລົບ​ໜີ​ອອກ​ຈາກ​ທຳນຽບປະທານາທິບໍດີ ​ໃນເມືອງ Aden ໃນວັນພຸດວານນີ້ ໃນຂະນະທີ່ກອງກຳລັງຂອງ
ພວກກະບົດ Houthi ປິດລ້ອມຕົວເມືອງ.

Saudi Arabiaຍັງໄດ້ສັ່ງໃຫ້ໂຈະຖ້ຽວບິນ ຢູ່ຕາມສະໜາມບິນຕ່າງໆ ໃກ້ໆກັບຊາຍ
ແດນເຢເມນ.

​ແຜ່ນ​ທີ່​ຂອງ​ກອງກຳລັງ ​ເຢ​ເມນ ທີ່​ຕໍ່ສູ້​ກັບ​ກຸ່ມ​ກະບົດ Houthis
​ແຜ່ນ​ທີ່​ຂອງ​ກອງກຳລັງ ​ເຢ​ເມນ ທີ່​ຕໍ່ສູ້​ກັບ​ກຸ່ມ​ກະບົດ Houthis

XS
SM
MD
LG