ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເຫັນພາບ ຂອງໜ່ວຍ​ໂລກ ​ຖ່າຍຈາກ​ ອະ​ວະ​ກາດ ສາມາດຊ່ວຍໃຫ້ຄົນ ປ່ຽນແນວຄິດໄດ້


Our Planet Seen From High Above
please wait

No media source currently available

0:00 0:02:19 0:00

​ພາບ​ລວມຂອງ​ໂລກ ເມື່ອເບິ່ງ​ຈາກ​ອະ​ວະ​ກາດ

ພວກນັກບິນ​ອະ​ວະ​ກາດ​ເວົ້າວ່າ ການແນມ​ເບິ່ງໜ່ວຍ​ໂລກ​ຈາກບ່ອນ​ໄກໆ ​ທີ່​ສາມາດ
ຫລຽວ​ເຫັນ​ໜ່ວຍ​ໂລກທັງໝົດ​ ຢູ່ໃນພາບອັນ​ນຶ່ງ ​ເປັນ​ປະສົບ​ການ​ທີ່ທໍາ​ໃຫ້​ຊີວິດ
ປ່ຽນ​ໄປ ​ເພາະ​ມັນເຮັດ​ໃຫ້​ເຮົາຮູ້​ໄດ້​ວ່າ ໜ່ວຍ​ໂລກ​ເຮົາ​ນີ້ ງົດ​ງາມປານ​ໃດ ​ແລະ​ກໍ​
ບອບ​ບາງ ​ຫລາຍເທົ່າ​ໃດ. ກຸ່ມ​ທີ່​ມີຄວາມ​ກະຕືລືລົ້ນຕໍ່​ເລື່ອງ​ດັ່ງກ່າວ ຢູ່​ໃນ​ລັດ​ຄາ​ລິ
​ຟໍ​ເນຍ ​ໄດ້​ສ້າງຕັ້ງອົງການ​ບໍ່ຫວັງ​ຜົນ​ກໍາ​ໄລ​ອັນ​ນຶ່ງ ທີ່​ໃຊ້ພາບ​ຖ່າຍ​ທາງ​ດາວ​ທຽມ
​ເພື່ອ​ເຜີຍ​ແຜ່​ຄວາມ​ຮູ້ສຶກອັນ​ນີ້ ​ໄປໃຫ້ຫລາຍຄົນ​ຮູ້ເທົ່າໃດ​ຍິ່ງເປັນ​ການ​ດີ ​ທັງປູກ​
ຈິດ​ສໍານຶກ​ໃຫ້ເຂົາ​ເຈົ້າຮູ້ຈັກ​ ເຖິງອັນຕະລາຍ​ຂອງກິດຈະ​ກໍາ ທີ່​ເປັນ​ການ​ທໍາລາຍ
ລ້າງຜານ​ຂອງມະນຸດເຮົານຳ. George Putic ນັກ​ຂ່າວຂອງ VOA ມີ​ລາຍ​ງານ
ກ່ຽວກັບເລື່ອງ​ນີ້ ຊຶ່ງ​ບົວ​ສະຫວັນ​ຈະ​ນໍາ​ມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ພວກນັກບິນ​ອະ​ວະ​ກາດ​ເອີ້ນສິ່ງ​ນີ້ວ່າ "Overview Effect," ຫລື “ການ​ເບິ່ງ​ພາບ​
ລວມຂອງ​ໂລກ​ຈາກ​ຊັ້ນອະ​ວະ​ກາດ” ຊຶ່ງ​ເປັນ​ປະສົບ​ການ​ທີ່​ຫລຽວ​ເຫັນ​ໂລກ​ເປັນ
ໜ່ວຍໝາກບານ​ສີຟ້າງາມໆ ​ທີ່​ອ້ອມ​ຮອບ​ໄປດ້ວຍເນື້ອທີ່​ ​ມືດ ​ແລະ​ເປົ່າ​ຫວ່າງ.

ການ​ຂະຫຍາຍຕົວ​ຂອງ​ດາວ​ທຽ​ມທາງ​ການ​ຄ້າ ທີ່​ປະກອບ​ດ້ວຍ​ກ້ອງຖ່າຍຮູບ ທີ່​ມີ
ຄວາມ​ລະອຽດ​ສູງ​ ໄດ້​ເຮັດ​ໃຫ້ພາບ​ທີ່ໜ້າຕື່ນ​ຕາ​ຕື່ນ​ໃຈ​ອັນ​ນີ້ ມີ​ໄວ້​ໃຫ້​ບັນດາ​ບໍລິສັດ
​ແລະ​ລັດຖະບານ​ໃຊ້ ​ໃນ​ເວລາ​ທີ່​ພວກ​ເຂົາ​ເຈົ້າທໍາ​ການ​ຕັດສິນ​ໃຈ​ກ່ຽວກັບ​ຊັບພະຍາ
ກອນທໍາ​ມະ​ຊາດ. ທ່ານ Steve M​cCormick, ຈາກອົງການ Daily Overview
​ເວົ້າວ່າ:"ຂໍ້​ມູນ​ດັ່ງກ່າວ​ ຄ້າຍຄືກັບ​ວ່າເປັນປ່ຽງຮູບເກມສັບສົນ ທີ່​ໃຊ້ຕິດຕໍ່ກັນ ທີ່​ມີ​
ຈໍານວນຫລາຍ​ນັບ​ບໍ່​ຖ້ວນ. ມັນ​ມີ​ໄວ້​ໃຫ້​ເຮົາ​ຫລິ້ນ ​ແຕ່​ວ່າ​ມັນ​ບໍ່​ໄດ້​ຕິດຕໍ່​ໃສ່​ກັນ
​ແບບ​ເບິ່ງ​ແລ້ວຮູ້​ວ່າ​ແມ່ນ​ຮູບຫຍັງ."


ສະນັ້ນ Daily Overview ຊຶ່ງ​ເປັນອົງການບໍ່ຫວັງ​ຜົນ​ກໍາ​ໄລ ຈຶ່ງ​ໄດ້ຫັນ​ເອົາ​ທັດ​ສະ​ນີ
ຍະ​ພາບ​ດັ່ງກ່າວນີ້​ ໃຫ້ເປັນ​ຂໍ້​ມູນ​ທີ່​ເປັນປະ​ໂຫຍດ ​ແລະ​ກະ​ຕຸ້ນ​ຄວາມ​ສົນ​ໃຈຂອງສາ
ທາລະນະ​ຊົນ. ຈຸດປະສົງ​ກໍ​ຄື ​ເຮັດ​ໃຫ້​ຜູ້​ຄົນຮູ້​ຈັກ​ຄວາມ​ງາມ​ຂອງໜ່ວຍ​ໂລກ ພ້ອມ​ທັງ
​ ຄວາມ​ຫາຍຍະນະ​ຍ້ອນ​ການກະທໍາຂອງ​ຄົນ ແລະ​ເກີດ​ຈາກ​ທໍາ​ມະ​ຊາດ ນັບຕັ້ງ​ແຕ່​
ການ​ຂຸດ​ຄົ້ນບໍ່​ແຮ່​ທີ່​ຜິດ​ກົດໝາຍຢູ່​ເວ​ເນ​ຊູ​ເອລາ ຈົນ​ໄປ​ເຖິງ​ສູນ​ອົບ​ພະ​ຍົບຂອງ​ຊາວ
​ໂຣຮິງ​ຢາ. ທ່ານ Dan Hammer, ຈາກ Daily Overview ​ໃຫ້​ຄໍາ​ເຫັນ​ວ່າ:
"ພວກ​ເຮົາ​ສາມາດ​ຮູ້​ໄດ້​ເຖິງການ​ປ່ຽນ​ແປງ, ການ​ປ່ຽນ​ແປງທີ່​ກ່ຽວຂ້ອງກັບ​ການ​ທີ່​
ມະນຸດ​ຢູ່​ໃນ​ໂລກ​ໄດ້​ມີ​ຜົນ​ກະທົບຕໍ່ໜ່ວຍ​ໂລກ ​ແລະ​ພວກ​ເຮົາສາມາດ​ທີ່​ຈະລາ​ຍ
ງານໄດ້ ​ກ່ຽວກັບ​ການ​ປ່ຽນ​ແປງ​ນັ້ນ ​ໂດຍໃຫ້​ມີຄ່າ​ໃຊ້​ຈ່າຍ​ໜ້ອຍ, ​ແບບ​ບໍ່ໜ້າ​ເຊື່ອ ​
ແລະ​ມີ​ຄວາມ​ສະໝໍ່າສະ​ເໝີ ​ໂດຍ​ການໃຊ້ທັດສະນີ​ຍະ​ພາບ​ຖ່າຍ​ທາງ​ດາວ​ທຽມ."


ພາບທີ່ໜ້າສົນ​ໃຈ​ຫລາຍ​ທີ່​ສຸດ​ແມ່ນ ພາບ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງສະ​ເພາະ
​ໃດ​ນຶ່ງ ທີ່​ເປັນຕາມ​ການ​ເວລາ ​ເຊັ່ນການ​ທໍາລາຍ​ປ່າ​ໄມ້, ຜົນ​ກະທົບຂອງ​ການ​ຂຸດ​ໜ້າ
ດິນ​ເພື່​ອ​ເອົາ​ແຮ່​ທາດ ຫລື​ຫາດ​ຊາຍ​ແຄມ​ທະ​ເລ​ທີ່​ຖືກ​ເປິເປື້ອນດ້ວຍ​ມົນ​ລະ​ພິດ.
ອົງການ Daily Overview ຫວັງ​ວ່າ​ ຈະ​ພັດທະນາ​ກິດຈະ​ກໍາ​ຂອງ​ຕົນ​ ໃຫ້​ກ້າວໜ້າ
ຂຶ້ນກວ່າ​ເກົ່າ. ທ່ານ Ben Grant, ຈາກ​ອົງການ Daily Overview ກ່າວ​ມ້ວນທ້າຍ​ວ່າ:
"ຂ້າພະ​ເຈົ້າດໍາ​ເນີນງານຢູ່​ພາຍ​ໃຕ້ ການ​ສົມມຸດ​ຖານ​ວ່າ ຖ້າ​ຫາກ​ຄົນ​ເຮົາໄດ້​ເຫັນ
​ສິ່ງ​ໃດ ສິ່ງ​ນຶ່ງ ​ເຂົາ​ເຈົ້າຈະ​ຮູ້ຈັກຫລາຍກ​ວ່າ ​ວ່າ​ ​ແມ່ນ​ຫຍັງ​ກໍາລັງເກີດ​ຂຶ້ນ ​ແລ້ວ​
ມັນ​ກໍ​ຈະ​ນໍາ ​ໄປ​ສູ່​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ປະພຶດ."


ພາບ​ອື່ນໆ ສະ​ແດງ​ໃຫ້​ເຫັນ​ຄວາມ​ງົດ​ງາມ​ອັນໜ້າອັດສະຈັນ​ຂອງທັງ​ສະຖານທີ່​ທໍາ​ມະ
​ຊາດ ​ແລະ​ຂອງອັນ​ທີ່​ເອີ້ນວ່າ 'ສະພາບ​ແວດ​ລ້ອມ​ທີ່​ສ້າງ​ຂຶ້ນມາ', ຊຶ່ງ​ລວມມີ​ຕົວ​ເມືອງ, ທາງ​ແຍກ​ຂອງທາງດ່ວນ, ຂົວ ​ແລະ​ທ່າ​ເຮືອ​ຕ່າງໆ.

​ເມື່ອ​ເບິ່ງ​ພາບ​ແລ້ວ, ບໍ່ມີ​ໃຜດອກ​ທີ່​ຈະອົດ​ໄດ້ ບໍ່​ໃຫ້​ເກີດ​ຄວາມ​ຮູ້ສຶກ​ສະອອນ ​ຊຶ່ງລວມ
ທັງຄວາມ​ໂສກ​ເສົ້ານຳຍ້ອນໄດ້​ເຫັນຄວາມເສຍ​ຫາຍ​ຢ່າງ​ໃຫຍ່​ໂຕທີ່​ເກີດ​ມາ​ຈາກ​ການ​
ທໍາລາຍ.

ໃນສີ່​ປີ ​ໂດຍທີ່​ບໍ່ຕ້ອງ​ໄດ້​ໂຄສະນາ​ຫຍັງ ຜູ້​ທີ່​ຕິດຕາມ​ເວັບ​ໄຊ​ຂອງ​ອົງການ Daily
Overview ຢູ່​ໃນສື່​ສັງຄົມ​ອອນ​ລາຍ​ໄດ້​ເພີ້ມຂຶ້ນ ຫລາຍ​ກວ່າ 675,000 ຄົນ. ຮູບພາບ​
ແຕ່​ລະ​ອັນ​ແມ່ນ​ມີ​ຄໍາອະທິບາຍສັ້ນໆ. ​ໂປຣ​ແກມ​ພິ​ເສດ​ຮັບປະກັນ​ວ່າ ຮູບ​ພາບບໍ່ຖືກ
​ປ່ຽນ​ແປງ ​ແລະຈະ​ມີ​ໃຫ້​ຄົນ​ເຂົ້າ​ເບິ່ງ​ໄດ້​ໃນ​ເວັບ​ໄຊ ທີ່ dailyoverview.com.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາສາ​ອັງກິດ

XS
SM
MD
LG