ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ກຽມທົດລອງ ລູກສອນໄຟ ລະຍະໄກ


ຮູບຖ່າຍຈາກດາວທຽມ ຂອງບໍລິສັດ DigitalGlobe (17 ກັນຍາ 2012)
ຮູບຖ່າຍຈາກດາວທຽມ ຂອງບໍລິສັດ DigitalGlobe (17 ກັນຍາ 2012)
ບໍລິສັດຖ່າຍຮູບທາງດາວ​ທຽມບໍລິສັດ​ນຶ່ງລາຍ​ງານ​ວ່າ ມີ​ການ
ເຄື່ອນ​ໄຫວເພີ້​ມຂື້ນທີ່​ຖານ​ສົ່ງ​ລູກ​ສອນ​ໄຟຂອງເກົາຫລີ​ເໜືອ
ຊຶ່ງ​ສ​ະ​ແດງ​ໃຫ້​ເຫັນ​ວ່າ ການຍິງ​ທົດ​ລອງ​ລູກ​ສອນ​ໄຟ​ລະ​ຍະ
ໄກ ອາດ​ຈະ​ມີ​ຂື້ນ ​ໃນບໍ່​ເທົ່າໃດ​ອາທິດ​ຂ້າງ​ໜ້າ​ນີ້.


ຮູບ​ພາບ ​ທີ່​ນຳ​ອອກ​ເຜີຍແຜ່​ ໃນ​ວັນ​ຈັນ​ວານ​ນີ້ ໂດຍບໍລິສັດ DigitalGlobe ສະ​ແດງ​ໃຫ້​ເຫັນວ່າ​ ມີການເພີ້​ມການ​ເຄື່ອນ​ໄຫວຂອງ ​ພະນັກງານ ລົດ​ບັນທຸກ ​ແລະ​ເຄຶ່ອງ​ອຸປະກອນ​ຕ່າງໆ ຢູ່ຖານ​ສົ່ງ​ດາວ ທຽມ​ເກົາ​ຫລີເໜືອ ທີ່​ເມືອງ Sohae ຊຶ່ງ​ຕັ້ງຢູ່​ແຄມຝັ່ງ​ທະ​ເລ​ກໍ້າ
ຕາເວັນ​ຕົກຂອງ​ປະ​ເທດ. ​ເຈົ້າ​ໜ້າ​ທີ່ບໍລິສັດ DigitalGlobe ກ່າວ​ວ່າ ຖ້າ​ຫາກ​ ​ເກົາຫລີ​ເໜືອ ມີ​ຄວາມ​ປາດ​ຖະໜາ ​ເຂົາ​ເຈົ້າກໍສາ​ມາດ ທີ່​ຈະ​ທໍາ​ການ​ທົດ​ລອງລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ລະຍະ​ໄກ ຈາກ​ຖານ​ສົ່ງ​ດັ່ງກ່າວໃນ​ສອງ​ສາມ​ອາທິດ​ຂ້າງ​ໜ້າ​ນີ້.

​ໂຄສົກກະຊວງ​ການ​ຕ່່າງປະ​ເທດເກົາ​ຫລີໃຕ້ ທ່ານ Cho Tai-Young ກ່າວ​ໃນ​ວັນ​ອັງຄານ​ມື້ນີ້​ວ່າ ກຸງ​ໂຊ​ລກໍາລັງ​ຕິດຕາມ​ເບິ່ງການ​ເຄື່ອນ​ໄຫວ ດັ່ງກ່າວ.

​ໂຄສົກ​ກະຊວງ​ການ​ຕ່່າງປະ​ເທດ ສະຫະລັດ ທ່ານນາງ Victoria Nuland ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ວໍ​ຊິງ​ຕັນ ຊາບ​ດີ​ກ່ຽວກັບ​ລາຍ​ງານ ​ຂ່າວ​ເຫຼົ່ານີ້ ແລະ​ໄດ້ຊັກ​ຊວນ​ບໍ່ໃຫ້ເກົາ
ຫລີ​ເໜືອ ທຳການ​ທົດ​ລອງ​ລູກ​ສອນ​ໄຟ​ໃດໆ​ຕໍ່​ໄປ​ອີກ.

ບໍລິສັດ GigitalGlobe ກ່າວ​ວ່າ ການ​ເຄື່ອນ​ໄຫວຢູ່ຖານ​ສົ່ງ​ລູກ​ສອນ​ໄຟ​ແຫ່ງ​ໃໝ່ ກໍຄ້າຍ
ຄື​ກັນ​ ​ກ່ອນທີ່​ເກົາຫລີ​ເໜືອ ປະສົບ​ກັບ​ຄວາມລົ້ມ​ແຫລວ ​ໃນກາ​ນສົ່ງ​ຈະ​ຫລວດ​ຫວ່າງ​ເດືອນ​ເມສາແລ້ວ​ນີ້. ພຽງ​ຢາງ ກ່າວ​ວ່າ ການ​ສົ່ງ​ຈະ​ຫລວດ​ໃນ​ເດືອນ​ເມສາ​ ມີ​ຈຸດປະສົງ​ ​ເພື່ອສົ່ງ​ດາວ​ທຽ​ມ​ຂຶ້ນສູ່​ວົງ​ໂຄຈອນ. ​ແຕ່​ວ່າ ສະຫະລັດ ​ແລະ​ບັນດາ​ປະ​ເທດ​ພັນທະ​ມິດ ກ່າວ​ວ່າ ​ເປັນ​ການ​ປົກ​ປິດ​ເພື່ອທົດ​ລອງລູກ​ສອນ​ໄຟຂີ​ປະ​ນາ​ວຸດ ທີ່​ຖືກ​ຫ້າມ ​ພາຍ​ໃຕ້​ການ​ລົງ​ໂທດ​ຂອງ​ອົງການສະຫະ​ປະຊາ​ຊາດນັ້ນ.
XS
SM
MD
LG