ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາບຖ່າຍຈາກດາວທຽມ ເປີດເຜີຍໃຫ້ເຫັນ ການຕິດຕັ້ງກະກຽມປ່ອຍລູກຈະຫຼວດຂອງ ອີຣ່ານ


ພາບຖ່າຍດາວທຽມຈາກ ມາຊາຣ໌ ເທັກໂນໂລຈີ ດັ່ງກ່າວນີ້ ເປີດເຜີຍໃຫ້ເຫັນ ການກະກຽມກໍ່ຕັ້ງລູກຈະຫຼວດ ຢູ່ທີ່ຖານປ່ອຍດາວທຽມ ທີ່ສູນອະວາກາດ ອີມາມ ໂຄເມນີ ທາງທິດຕາເວັນອອກສຽງໃຕ້ຂອງ ເຊັມນານ, ອີຣ່ານ, ເມື່ອວັນທີ 14 ມິຖຸນາ 2022.
ພາບຖ່າຍດາວທຽມຈາກ ມາຊາຣ໌ ເທັກໂນໂລຈີ ດັ່ງກ່າວນີ້ ເປີດເຜີຍໃຫ້ເຫັນ ການກະກຽມກໍ່ຕັ້ງລູກຈະຫຼວດ ຢູ່ທີ່ຖານປ່ອຍດາວທຽມ ທີ່ສູນອະວາກາດ ອີມາມ ໂຄເມນີ ທາງທິດຕາເວັນອອກສຽງໃຕ້ຂອງ ເຊັມນານ, ອີຣ່ານ, ເມື່ອວັນທີ 14 ມິຖຸນາ 2022.

ອີຣ່ານ, ເບິ່ງຄືວ່າ ມີຄວາມພ້ອມທີ່ຈະປ່ອຍຍານອະວາກາດ ໃນມື້ວັນອັງຄານວານນີ້ ເນື່ອງຈາກຮູບພາບຖ່າຍຈາກດາວທຽມ ໄດ້ເປີດເຜີຍໃຫ້ເຫັນລູກຈະຫຼວດ ຢູ່ຖານປ່ອຍຈະຫຼວດ ຢູ່ເຂດທະເລຊາຍ ໃນຊົນນະບົດ, ຂະນະທີ່ຄວາມເຄັ່ງຕຶງຍັງຄົງມີສູງ ກ່ຽວກັບໂຄງການນິວເຄລຍຢູ່ໃນນະຄອນຫຼວງເຕຫະຣ່ານ, ອີງຕາມລາຍງານຈາກອົງການຂ່າວ AP.

ຮູບພາບຕ່າງໆຈາກ ມາຊາຣ໌ ເຕັກໂນໂລຈີ (Maxar Technologies) ໄດ້ສະແດງໃຫ້ເຫັນຖານປ່ອຍຈະຫຼວດຢູ່ທີ່ ອີມາມ ໂຄເມິຍນີ ສເປສພອດທ໌ (Imam Khomeini Spaceport) ໃນແຂວງ ເຊັມນານ (Semnan) ເປັນເຂດຊົນນະບົດຂອງ ອີຣ່ານ, ເຊິ່ງເປັນທີ່ຕັ້ງຂອງຄວາມພະຍາຍາມທີ່ລົ້ມແຫຼວ ໃນການປ່ອຍດາວທຽມສູ່ວົງໂຄຈອນ ເມື່ອໄວໆມານີ້.

ພາບນຶ່ງຊຸດ ໃນຈໍານວນພາບທັງຫຼາຍເຫຼົ່ານັ້ນ ໄດ້ສະແດງໃຫ້ເຫັນລູກຈະຫຼວດເທິງລົດຂົນສົ່ງ ທີ່ກໍາລັງກະກຽມຍົກຂຶ້ນເພື່ອເອົາໄປໃສ່ຫໍປ່ອຍລູກຈະຫຼວດ. ຮູບພາບຕໍ່ມາຂອງຕອນບ່າຍໃນມື້ວັນອັງຄານ ໄດ້ເປີດເຜີຍໃຫ້ເຫັນວ່າ ລູກຈະຫຼວດໄດ້ຕັ້ງຢູ່ເທິງຫໍປ່ອຍຈະຫຼວດເປັນທີ່ຮຽບຮ້ອຍແລ້ວ.

ອີຣ່ານຍອມຮັບວ່າ ການປ່ອຍດາວທຽມ ທີ່ສູນປ່ອຍດາວທຽມນັ້ນ ໃກ້ຈະເກີດຂຶ້ນແລ້ວ ແລະພາລະກິດຂອງພວກເຂົາເຈົ້າ ຕໍ່ອົງການສະຫະປະຊາຊາດຢູ່ໃນນະຄອນນິວຢອກ ບໍ່ໄດ້ຕອບຕໍ່ຄໍາຮຽກຮ້ອງສໍາລັບຄວາມເຫັນ ໃນທັນທີທັນໃດ.

ຢ່າງໃດກໍຕາມ, ອົງການຂ່າວ IRNA ທີ່ດໍາເນີນງານໂດຍລັດຖະບານອີຣ່ານ ໄດ້ກ່າວໃນເດືອນພຶດສະພາທີ່ຜ່ານມາວ່າ ເບິ່ງຄືວ່າ ອີຣ່ານ ອາດຈະມີດາວທຽມທີ່ຜະລິດຂຶ້ນມາດ້ວຍຕົນເອງ 7 ໜ່ວຍ ເພື່ອປ່ອຍພາຍໃນທ້າຍປີ ຕາມປະຕິທິນຂອງເປີເຊຍ ຂອງເດືອນມີນາ ປີ 2023 ນີ້. ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຍັງໄດ້ແນະນໍາ ໃນເມື່ອໄວໆມານີ້ວ່າ ອີຣ່ານ ອາດຈະທົດສອບຍິງດາວທຽມໃໝ່ທີ່ແຂງແກ່ນຂອງພວກເຂົາເຈົ້າ ແລະຂັບເຄື່ອນໂດຍຈະຫຼວດ ເຊິ່ງມີຊື່ວ່າ ຊູລຈານາ (Zuljanah).

ຍັງບໍ່ທັນເປັນທີ່ແຈ່ມແຈ້ງເທື່ອວ່າ ເມື່ອໃດການຍິງດັ່ງກ່າວນັ້ນຈະເລີ້ມຕົ້ນ, ເຖິງແມ່ນວ່າ ໂດຍທົ່ວໄປແລ້ວການສ້າງຈະຫຼວດ ຈະໝາຍເຖິງການປ່ອຍໃນໄວໆນີ້. ອົງການ NASA ຍິງຈານດາວທຽມ ເຊິ່ງໄດ້ກວດພົບແສງຈາກອະວາກາດ, ຍັງບໍ່ທັນພົບເຫັນການດໍາເນີນງານໃດໆຢູ່ສະຖານທີ່ດັ່ງກ່າວໃນທັນທີ ໃນຕອນແລງຂອງມື້ວັນອັງຄານວານນີ້.

ເມື່ອມີການຖາມກ່ຽວກັບການກະກຽມຕ່າງໆ, ໂຄສົກຂອງກະຊວງການຕ່າງປະເທດ ທ່ານເນດ ໄພຊ໌ (Ned Price) ກ່າວຕໍ່ບັນດານັກຂ່າວຢູ່ໃນນະຄອນຫຼວງວໍຊິງຕັນວ່າ ສະຫະລັດ ຮຽກຮ້ອງໃຫ້ ອີຣ່ານ ຈົ່ງຫຼຸດສະຖານະການລົງມາ.

“ອີຣ່ານ ຍັງຄົງເລືອກທີ່ຈະເພີ້ມຄວາມເຄັ່ງຕຶງຢ່າງຕໍ່ເນື່ອງ, ອີຣ່ານເອງ ເປັນຜູ້ເລືອກທີ່ຈະດໍາເນີນການກະຕຸ້ນຕ່າງໆ,” ທ່ານ ໄພຊ໌ ກ່າວ.

ໂຄສົກປະຈໍາທໍານຽບ 5 ແຈ, ພັນຕີ ຣອບ ໂລດວິກ (Rob Lodewick) ແຫ່ງກອງທັບສະຫະລັດ ກ່າວວ່າ ກອງທັບອາເມຣິກາ “ຈະຕິດຕາມການສະແຫວງຫາເທັກໂນໂລຈີການຍິງທາງອະວາກາດຂອງ ອີຣ່ານ ຢ່າງໃກ້ຊິດ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG