ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮູບຈາກດາວທຽມ ສະແດງວ່າ ເກົາຫຼີເໜືອ ອາດພວມອາດສ້າງ ເຮືອດຳນ້ຳ


ຮູບຈາກດາວທຽມ Airbus ເວັບໄຊ 38 North. (Includes material Pleiades © CNES 2016 Distribution Airbus DS / Spot Image, all rights reserved.)
ຮູບຈາກດາວທຽມ Airbus ເວັບໄຊ 38 North. (Includes material Pleiades © CNES 2016 Distribution Airbus DS / Spot Image, all rights reserved.)

ເກົາຫຼີ​ເໜືອ​ອາດ​ກຳລັງ​ສ້າງ​ເຮືອ​ດຳ​ນ້ຳທີ່​ອອກ​ແບບ​ເພື່ອ​ຍິງ​ລູກ​ສອນ​ໄຟ ອີງ​ຕາມ​ເວັບ​ໄຊ​ນຶ່ງ​ຂອງ​ສະຫະລັດ​ທີ່​ຕິດຕາມ​ເບິ່ງ​ການ​ພັດທະນາ​ອາວຸດ​ຂອງ​ເກົາຫຼີ​ເໜືອ.

​ເວັບ​ໄຊ 38 North ​ໄດ້​ພິມ​ເຜີຍ​ແຜ່ ຮູບ​ພາບທີ່​ຖ່າຍ​ຈາກ ​ດາວ​ທຽມ​ພານິດ ທີ່​ເວັບໄຊດັ່ງ ກ່າວເວົ້າວ່າ ​ເປັນ​ການສະ​ແດງ​ໃຫ້​ເຫັນ ​ເຖິງການ​ກໍ່ສ້າງ​ຂອງ​ໂຄງການ​ກອງທັບ​ເຮືອ ​ແຕ່ ​ບໍ່ສາມາດ ໃຫ້ການ​ຢືນ​ຢັນ​ວ່າ ​ສິ່ງທີ່​ເຫັນນັ້ນ ເປັນ​ເຮືອ​ດຳ​ນ້ຳ​. ຖ້າ​ລຳຕົວ​ທີ່​ຮູບ​ພາບດາວ​ທຽມ​ສະ​ແດງ​ໃຫ້​ເຫັ​ນ​ເປັນ​ເຮື​ອດຳ​ນ້ຳ​ແລ້ວ ມັນ​ຈະ​ຕ້ອງ​ ມີ​ຂະໜາດ​ໃຫຍ່​ກວ່າ​ເຮືອ​ດຳ​ນ້ຳ​ ທີ່ພຽງ​ຢາງ​ໃຊ້​ຍິງ​ລູກ​ສອນ​ໄຟ​ນິວ​ເຄລຍ​ໄດ້​ຢ່າງ​ແນ່​ນອນ.

ຮູບຖ່າຍຈາກດາວທຽມ Airbus ແລະເວັບໄຊ 38 North. (Includes material Pleiades © CNES 2016 Distribution Airbus DS / Spot Image, all rights reserved.)
ຮູບຖ່າຍຈາກດາວທຽມ Airbus ແລະເວັບໄຊ 38 North. (Includes material Pleiades © CNES 2016 Distribution Airbus DS / Spot Image, all rights reserved.)

ຄວາມ​ເປັນ​ຫ່ວງ​ກັງວົນ​ຂອງ​ໂລກ ​ກ່ຽວ​ກັບ​ໂຄງການ​ກອງທັບ​ເຮືອ​ຂອງ​ເກົາຫຼີ​ເໜືອ​ແມ່ນ​ເພີ້ມທະວີ​ຂຶ້ນ ຫລັງ​ຈາກ​ໄດ້​ມີ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຈາກ​ເຮືອ​ດຳ​ນ້ຳ​ ໃນ​ເດືອນ​ແລ້ວນີ້.

ລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ໄລຍະ​ບໍ່​ໄກ​ປານ​ໃດ​ຈາກ​ແຄມ​ຝັ່ງ​ຂອງ​ເມືອງ Sinpo ​ເມື່ອເດືອນ​ສິງຫາ​ຜ່ານ​ມາ ​ໄດ້​ເດີນທາງໄປ​ໃນ​ໄລຍະປະມານ 500 ກິ​ໂລ​ແມັດ​ກ່ອນ​ທີ່​ຈະ​ຕົກລົງ​ໃສ່​ ທະ​ເລຢູ່​ໃນ​ເຂດ​ແຈ້ງ​ການ ກ່ຽວ​ກັບ​ການ​ປ້ອງ​ກັນ​ທາງ​ອາກາດ​ຂອງຍີ່ປຸ່ນ​ ທີ່​ເອີ້ນຫຍໍ້​ວ່າ ADIZ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG