ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຮູບພາບຈາກດາວທຽມ ສະແດງໃຫ້ເຫັນ ກຳປັ່ນບັນທຸກນໍ້າມັນທີ່​ອີ​ຣ່ານຍຶດ ຈອດຢູ່​ໃກ້ ເມືອງ​ທ່າບັນດາ ອັບບັສ


ຮູບພາຍຈາກດາວທຽມ Planet Labs PBC ສະແດງໃຫ້ເຫັນກຳປັ່ນບັນທຸກນໍ້າມັນ Niovi ຢູ່ນອກຝັ່ງທະເລ Bandar Abbas ອີຣ່ານ ງັນທີ 6 ພຶດສະພາ 2023
ຮູບພາຍຈາກດາວທຽມ Planet Labs PBC ສະແດງໃຫ້ເຫັນກຳປັ່ນບັນທຸກນໍ້າມັນ Niovi ຢູ່ນອກຝັ່ງທະເລ Bandar Abbas ອີຣ່ານ ງັນທີ 6 ພຶດສະພາ 2023

ກໍາປັ່ນບັນທຸກນໍ້າມັນສອງລຳ ທີ່ຖືກຍຶດໂດຍອີີຣ່ານ ຫວ່າງມໍ່ໆມານີ້ ໄດ້​ຖືກ​ນຳ​ໄປ​ຈອດ​ໄວ້ ຢູ່ນອກຝັ່ງຂອງນຶ່ງ​ໃນທ່າເຮືອຍຸດທະສາດ ທີ່​ຊ່ອງແຄບຮໍມຸສ ອີງຕາມພາບຖ່າຍຈາກດາວທຽມ ທີ່​ວິ​ເຄາະໂດຍ ອົງການຂ່າວເອພີໃນວັນອາທິດວານນີ້. ບັນດາພາບຖ່າຍຈາກດາວທຽມ Planet Labs PBC ໄດ້ສະແດງໃຫ້ເຫັນວ່າ ກຳປັ່ນ Advance Sweet ແລະ Niovi ໄດ້​ຖິ້ມ​ສະ​ໝໍ ຈອດຢູ່ທາງໃຕ້ຂອງເມືອງທ່າ ບັນດາ ອັບບັສ ໃກ້ກັບຖານທັບເຮືອ ໃນແຂວງໂຮໂມສກັນຂອງອີີຣ່ານ ໃນວັນເສົາທີ່ຜ່ານມາ. ການຍຶດເອົາຂອງເຂົາເຈົ້າ ສະແດງໃຫ້ເຫັນວ່າ ນີ້ເປັນເທື່ອຫລ້າສຸດໃນການຍຶດເອົາກຳປັ່ນ ທີ່ປະຕິບັດໂດຍອີຣ່ານທ່າມກາງຄວາມເຄັ່ງຕຶງກັບ​ປະ​ເທດຕາເວັນຕົກ ກ່ຽວກັບຄວາມ​ກ້າວໜ້າຢ່າງໄວ​ວາ ຂອງໂຄງການນິວເຄລຍ ເຖິງແມ່ນປາກົດວ່າ ກຳປັ່ນທັງສອງລຳອາດຖືກຍຶດເອົາໄວ້ດ້ວຍເຫດ​ຜົນ​ອື່ນຫວ່າງມໍ່ໆມານີ້.

Two oil tankers recently seized by Iran are anchored off the coast of one of its key port cities on the strategic Strait of Hormuz. That's according to satellite photos analyzed by The Associated Press on Sunday. The images from Planet Labs PBC showed the Advantage Sweet and the Niovi anchored just south of Bandar Abbas near a naval base in the port city in Iran’s Hormozgan province Saturday. Their capture represents just the latest ship seizure conducted by Iran amid tensions with the West over its rapidly advancing nuclear program, though it appears the two ships may have been taken for different reasons.

XS
SM
MD
LG