ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັກກີ ເມກມໍຣະກົດ: ເຮົາເປັນຄົນລາວ (ວີດິໂອ)


ສັກ​ກີ ​ເມກ​ມໍຣະກົດ
ສັກ​ກີ ​ເມກ​ມໍຣະກົດ

ທ່ານແຟນໆເພງ ທີ່ຮັກແພງ ລາຍການສຽງເພງຈາກແດນໄກຂອງ VOA ແລງວັນອາທິດມື້ນີ້ ສະເໜີເພງຕາມຄໍາຂໍ ອີກຕາມເຄີຍ. ເຊີນເຂົ້າສູ່ລາຍການກັບວັນນະສອນ ໄດ້ນະບັດນີ້.


ເພງທີ່ຫາກໍຈົບລົງໄປນັ້ນ ແມ່ນເພງ "ເຮົາເປັນຄົນລາວ" ຂອງ
ສັກກີ ເມກມໍຣະກົດ ເປັນເພງເດັ່ນທີ່ປະທັບໃຈ ທັງພູມໃຈຂອງ
ທຸກໆຄົນລາວທີ່ໄດ້ຟັງເພງນີ້ ໃນທຸກໆຄັ້ງ ເພາະຄວາມເປັນລາວ
ບໍ່ໄດ້ຂຶ້ນຢູ່ກັບລະຍະທາງ ໃກ້ ໄກ ແລະສະຖານທີ່ໃດໆ ແຕ່ມັນ
ຢູ່ທີ່ໃຈ. ເພງນີ້ເຮັດໃຫ້ເຮົາຜູ້ທີ່ເປັນຄົນລາວທຸກໆຄົນຮັກຫໍ່ໂຮມ
ກັນອີກຕື່ມ ເປັນຜົນງານເພງຂອງນັກຮ້ອງ ນັກດົນຕຣີ ນັກແຕ່ງ
ເພງ ທີ່ເຕີມໂຕມາໃນສະຫະລັດ ທີ່ລັດ California ວັນນະສອນ
ຈຶ່ງຂໍມອບເພງນີ້ໃຫ້ຜູ້ຟັງທີ່ຂຽນຂໍຟັງເພງ ຜ່ານທາງ Facebook
ແສງພູໄຊ ອິນທະວີຄໍາ ນັກກາບ ນັກກອນໃນແວດວົງ Facebook
ແລະເພິ່ນກໍຈະແຕ່ງກອນມາອວນພອນປີໃໝ່ ໃຫ້ແຟນໆຂອງ
VOA. ສ່ວນເພງອໍາມະຕະຂອງລາວຕໍ່ໄປນີ້ ຈັດໃຫ້ຜູ້ຟັງຈາກ ອ໊ອສເຕຣເລຍ ພົນລະວຸດ
ກຸນສະມາທອງ ທີ່ຂຽນບອກມາວ່າມັກເພງລາວໃນອະດີດທີ່ຟັງແລ້ວປະທັບໃຈ.

ວັນນະສອນກໍເລີຍຂໍມອບເພງ "ທ່າເດື່ອແຫ່ງຄວາມຫຼັງ" ຂອງ ສີລາວົງແກ້ວ ຫວັງວ່າ ພໍໄດ້ຟັງເພງນີ້ແລ້ວຄົງຈະທົບທວນຄວາມຊົງຈໍາຂອງອ້າຍພົນລະວຸດ ແລະຂອງຫຼາຍໆ
ທ່ານ.


ເພງສຸດທ້າຍລາຍການນີ້ ວັນນະສອນຂໍຈັດມອບໃຫ້ຍາລຸງບົວຫອມ ດໍາຣົງ ຜູ້ຟັງທີ່ໜ້າຮັກ
ທີ່ຂໍຟັງເພງຂອງອາຈານ ຄໍາຫຼ້າ ໜໍ່ແກ້ວ ຊຶ່ງວັນນະສອນຂໍຈັດໃຫ້ເລີຍ ພ້ອມທັງຈະສົ່ງ
ປະຕິທິນ 2013 ໄປໃຫ້ ທັງໆທີ່ຍາລຸງຍັງບໍ່ທັນຂຽນຂໍມາເທື່ອ ແລະວ່າໃນອີກບໍ່ດົນ ຍາລຸງ
ຄົງຈະຂຽນເຂົ້າມາຜ່ານທາງ Facebook ຂໍເຊີນຮັບຟັງເພງໄດ້ ໃນບົດເພງ "ຄົນ" ​ແລະກໍຢ່າ
ລືມກັບມາພົບກັບວັນນະສອນ ພ້ອມດ້ວຍສຽງເພງມ່ວນໆໃນລາຍການສຽງເພງຈາກ
ແດນໄກຂອງ VOA ໃນສັບປະດາໜ້າ. ຂໍໃຫ້ທຸກໆທ່ານນອນລັບຝັນຫວານ.

ລິງໂດຍກົງ
ວີດິໂອ “ເຮົາເປັນຄົນລາວ” ຂອງສັກກີ ມໍຣະກົດ:
XS
SM
MD
LG