ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງກາ​ນ OPCW ​ຢືນຢັນ​ວ່າ ມີການ​​ນຳ​ໃຊ້​ ແກັສຊາຣິນ ໂຈມຕີ ໃນຊີເຣຍ


ບັນດາຜູ້ເຄາະຮ້າຍ ຈາກການໂຈມຕີດ້ວຍອາວຸດເຄມີ ຢູ່ເມືອງ Khan Sheikhoun ໃນແຂວງ Idlib ທາງພາກເໜືອຂອງປະເທດ Syria.
ບັນດາຜູ້ເຄາະຮ້າຍ ຈາກການໂຈມຕີດ້ວຍອາວຸດເຄມີ ຢູ່ເມືອງ Khan Sheikhoun ໃນແຂວງ Idlib ທາງພາກເໜືອຂອງປະເທດ Syria.

ອົງກາ​ນຕິດຕາມສິ້ງຊອມ​ອາວຸດ​ເຄມີ​ສາກົນ ​ໄດ້​ຢືນຢັນ​ວ່າ ​ໄດ້​ມີ​ການ​ນຳ​ໃຊ້​ແກັສ ທຳ
ລາຍ​ເສັ້ນປະສາດ sarin ໃນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ຢູ່​ຊີ​ເຣຍ.

ອົງການເກືອດ​ຫ້າມການ​ໃຊ້​ອາວຸດ​ເຄມີ​ ຫລື OPCW ກ່າວ​ຢູ່​ໃນ​ຖະ​ແຫລ​ງການໃນ​
ວັນ​ສຸກ​ມື້​ນີ້​ວ່າ ການ​ປະຕິບັດ​ງານ​ຄົ້ນ​ຫາ​ຄວາມ​ຈິງ​ໄດ້​ພົບ​ເຫັນ​ວ່າ​ແກັສ sarin ​ໄດ້ຖືກ
ໃຊ້ ​ໃນ​ວັນ​ທີ 4 ເມສາ ຢູ່​ເມືອງ Khan Shaykhun ​ໃນ​ຊີ​ເຣຍ.

ຜູ້​ອຳນວຍ​ການ​ທົ່ວໄປ​ຂອງອົງການ OPCW ທ່ານ Ahmet Uzumcu ກ່າວ​ຢູ່​ໃນ
​ຖະ​ແຫລ​ງການ​ວ່າ “ຂ້າພະ​ເຈົ້າ​ຂໍປະນາມ​ຢ່າງ​ແຮງ​ຕໍ່​ການ​ກໍ່​ໂທດ​ກຳນີ້ ທີ່​ກົງ​ກັນ​ຂ້າມ
ກັບ​ຫລັກການ​ທັງ​ໝົດ ທີ່​ລະບຸ​ໄວ້​ໃນ​ສົນທິສັນຍາຄວບ​ຄຸມອາວຸດ​ເຄມີ. ບັນດາຜູ້ກະ
ທຳ​ຜິດ​ໃນການ​ໂຈມ​ຕີ​ທີ່​ໂຫດ​ຮ້າຍດັ່ງກ່າວ ​ຕ້ອງຮັບຜິດຊອບ​ຕໍ່​ການ​ກະທຳຄວາມ​
ຜິດຂອງ​ເຂົາ​ເຈົ້າ​.”

ເຮືອລົບສະຫະລັດ USS Porter ຍິງລູກສອນໄຟ Tomahawk ຢູ່ທະເລ Mediterranean.
ເຮືອລົບສະຫະລັດ USS Porter ຍິງລູກສອນໄຟ Tomahawk ຢູ່ທະເລ Mediterranean.

ການ​ສືບສວນ​ຮ່ວມ ​ລະຫວ່າງສະຫະ​ປະຊາ​ຊາດ ​ແລະອົງການ OPCW ບັດ​ນີ້​ຈະ
​ລົງ​ຄວາມ​ເຫັນ​ວ່າ ຜູ້​ໃດ​ຮັບຜິດຊອບ​ຕໍ່​ການ​ໂ​ຈມຕີ​ ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 87 ຄົນ
ຮວມທັງ​ແມ່ຍິງ ​ແລະເດັກ​ນ້ອຍ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ ສະຫະລັດ​ສະໜັບ
ສະໜູນ​ຢ່າງ​ເຕັມທີ່ ​ຕໍ່​ການ​ສືບ​ສວນ ທີ່​ໄດ້​ດຳ​ເນີນ​ມາ​ແບບ​ບໍ່​ເຂົ້າຂ້າງອອກ​ຂາ ​ແລະ
​ຢູ່ໃນ​ລັກສະນະ​ມື​ອາຊີບ​ທີ່​ສູງ​ສົ່ງ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Syria Chemical Weapon
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG