ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານນະຄອນຫຼວງ Sarajevo ຕັດສິນໃຫ້ ອະດີດຜູ້ບັນຊາການ ກອງທັບບົກ ບອສເນຍ ພົ້ນໂທດ


ທ່ານ Naser Oric (ຂວາ) ແມ່ນເຫັນໄດ້ວ່າ ນັ່ງຢູ່ກັບ ທະ
ນາຍຄວາມຂອງລາວ ໃນລະຫວ່າງ ການດຳເນີນຄະດີ ຢູ່ໃນນະຄອນ The Hague ຂອງ Netherlands, ວັນທີ 3 ກໍລະກົດ 2008.
ທ່ານ Naser Oric (ຂວາ) ແມ່ນເຫັນໄດ້ວ່າ ນັ່ງຢູ່ກັບ ທະ ນາຍຄວາມຂອງລາວ ໃນລະຫວ່າງ ການດຳເນີນຄະດີ ຢູ່ໃນນະຄອນ The Hague ຂອງ Netherlands, ວັນທີ 3 ກໍລະກົດ 2008.

ສານນະຄອນຫຼວງ Sarajevo ໃນວັນຈັນມື້ນີ້ ໄດ້ຕັດສິນໃຫ້ ອະດີດຜູ້ບັນຊາການ
ກອງທັບບົກ ໃນເມືອງ Srebrenica ຂອງ ບອສເນຍ ພົ້ນໂທດ ອາຊະຍາກຳສົງຄາມ
ໃນລະຫວ່າງ ສົງຄາມເຂດບາລກັນ ເມື່ອຊ່ວງປີ 1990.

ທ່ານ Naser Oric ອາຍຸ 50 ປີ ໄດ້ຖືກພົບເຫັນວ່າ ບໍ່ມີຄວາມຜິດ ໃນການສັງຫານ
ສະເລີຍເສິກ ຊາວບອສເນຍ ຊົນເຜົ່າເຊີເບຍ 3 ຄົນ ເມື່ອປີ 1992.

ສານດັ່ງກ່າວ ຍັງໄດ້ຕັດສິນໃຫ້ລູກນ້ອງຂອງທ່ານ Oric ຄື ອະດີດ ທະຫານກອງທັບບົກ
ຂອງບອສເນຍ ທ້າວ Sabahudin Muhic ພົ້ນໂທດ ການສັງຫານ ທີ່ໄດ້ເກີດຂຶ້ນ ຢູ່ໃນ
ພື້ນທີ່ຂອງເມືອງ Srebrenica ເຊັ່ນກັນ.

ໄອຍະການໄດ້ກ່າວຫາວ່າ ທ່ານ Oric ແລະ ທ້າວ Muhic ໄດ້ສັງຫານພວກຊາວເຊີເບຍ
ທີ່ໄດ້ຖືກຈັບກຸມ ຢູ່ໃນຄຸ້ມບ້ານ Zalazje ບ້ານ Lolici ແລະ ບ້ານ Kunjerac.

ເຖິງຢ່າງໃດກໍຕາມ ຜູ້ພິພາກສາທີ່ດຳເນີນຄະດີ ທ່ານ Saban Maksumic ໄດ້ກ່າວວ່າ
ໄອຍະການ ບໍ່ສາມາດພິສູດໃຫ້ເຫັນໄດ້ ເກີນຄວາມສົງໄສທີ່ສົມເຫດສົມຜົນ ວ່າ ທ່ານ
Oric ແລະ ທ້າວ Muhic ໄດ້ທຳການສັງຫານດັ່ງກ່າວ.

ຄະດີນີ້ ເປັນຄະດີທີ່ມີການໂຕ້ຖຽງກັນຢ່າງຫຼວງຫຼາຍ ເພາະວ່າ ທ່ານ Oric ຖືກມອງເຫັນ
ວ່າ ເປັນວິລະບຸລຸດ ໂດຍຊາວບອສເນຍຫຼາຍໆຄົນ ສຳລັບບົດບາດຂອງເພິ່ນ ໃນການປົກ
ປ້ອງ ເມືອງ Srebrenica ໃນຊ່ວງຫຼາຍປີ ກ່ອນໜ້າການສັງຫານໝູ່ ພວກຜູ້ຊາຍ ແລະ
ເດັກນ້ອຍຜູ້ຊາຍ ປະມານ 8,000 ຄົນ ໃນປີ 1995 ໃນເວລາທີ່ກອງທັບບົກຂອງເຊີເບຍ
ໄດ້ເຂົ້າຢຶດເອົາເມືອງດັ່ງກ່າວ.

ກ່ອນທີ່ການດຳເນີນຄະດີ ຈະໄດ້ເລີ່ມຂຶ້ນ ຝ່າຍຈຳເລີຍຂອງທ່ານ Oric ໄດ້ຂໍຮ້ອງໃຫ້ ສານອາຊະຍາກຳສົງຄາມ ຂອງສະຫະປະຊາຊາດ ໃນ The Hague ອອກຄຳສັ່ງ ໃຫ້
ໂຈະການດຳເນີນຄະດີ ຕໍ່ທ່ານ Oric ໂດຍໂຕ້ແຍ້ງວ່າ ທ່ານໄດ້ຖືກສານດຳເນີນຄະດີແລ້ວ
ແລະ ໄດ້ຖືກຕັດສິນໃຫ້ພົ້ນໂທດອາຊະຍາກຳສົງຄາມ ໃນເມືອງ Srebrenica ແລະ ບໍ່
ຄວນຖືກດຳເນີນຄະດີອາຊະຍາກຳດຽວກັນນີ້ອີກ ເປັນຄັ້ງທີສອງ. ເຖິງຢ່າງນັ້ນກໍຕາມ
ສານອາຊະຍາກຳສົງຄາມ ຂອງ ສະຫະປະຊາຊາດ ໄດ້ປະຕິເສດ ຄຳຮ້ອງດັ່ງກ່າວ ໂດຍ
ກ່າວວ່າ ຂໍ້ກ່າວຫາທັງຫຼາຍ ຢູ່ໃນຄະດີຄວາມຂອງບອສເນຍ ນັ້ນ ແມ່ນແຕກຕ່າງກັນ.

ໃນປີ 2006 ສານອາຊະຍາກຳສາກົນ ສຳລັບອະດີດ ປະເທດຢູໂກສລາເວຍ ຫຼື ICTY
ໄດ້ຕັດສິນລົງໂທດ ທ່ານ Oric ໃຫ້ຈຳຄຸກສອງປີ ຍ້ອນວ່າ ບໍ່ໄດ້ເຮັດສິ່ງທີ່ເໝາະສົມ
ພຽງພໍ ເພື່ອປົກປ້ອງພົນລະເມືອງ ຊາວເຊີເບຍຂອງ Srebrenica ໃນລະຫວ່າງ
ສົງຄາມຂອງບອສເນຍ ຊ່ວງປີ 1992 ຫາ 1995. ເຖິງຢ່າງໃດກໍຕາມ ທ່ານ Oric
ກໍໄດ້ຖືກຕັດສິນໃຫ້ພົ້ນໂທດ ຍ້ອນການຂໍອຸທອນ ໃນປີ 2008.

ທ່ານ Oric ເຄີຍເປັນຜູ້ຄຸມກັນໂຕ ໃຫ້ແກ່ອະດີດປະທານາທິບໍດີ ຢູໂກສລາເວຍ ທ່ານ
Slobodan Milosevic ແລະ ເປັນຜູ້ນຶ່ງຜູ້ດຽວ ທີ່ເປັນຜູ້ບັນຊາການທະຫານ ຊາວ
ມຸສລິມ ບອສເນຍ ທີ່ໄດ້ປະເຊີນໜ້າກັບການດຳເນີນຄະດີ ສຳລັບ ການກະທຳຄວາມ
ໂຫດຮ້າຍ ທາລຸນ ຕໍ່ຊາວເຊີເບຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG