ຜູ້ທີ່ມີຄວາມຫວັງ ຈະໄດ້ເປັນປະທານາທິບໍດີສະຫະລັດ ຂອງພັກ Republican ທ່ານ
Rick Santorum ໄດ້ຮັບຄະແນນນິຍົມໃນການເລືອກຕັ້ງຂັ້ນຕົ້ນຢູ່ໃນລັດ Louisiana
ທ່ານ Romney ອະດີດຜູ້ປົກຄອງລັດ Massachusetts ໄດ້ຊະນະການເລືອກຕັ້ງຂັ້ນ
ຕົ້ນທີ່ລັດ Illinois ໃນວັນອັງຄານທີ່ຜ່ານມາ ຊຶ່ງປັດ ຈຸບັນນີ້ ທ່ານໄດ້ຮັບຫຼາຍກວ່າ 550
ຄະແນນສຽງຂອງພວກຜູ້ຕາງໜ້າພັກໃນຂະນະທີ່ທ່ານ Santorum ໄດ້ຮັບປະມານ 250
ຂອງຈໍານວນ ຜູ້ຕາງໜ້າທີ່ຕ້ອງການທັງໝົດ 1,144 ສຽງກ່ອນຈະຖືກສະເໜີແຕ່ງ ຕັ້ງໃຫ້
ເປັນຜູ້ຕາງໜ້າຂອງພັກ. ຜູ້ໃດຊະນະໃນການເລືອກຕັ້ງຂັ້ນຕົ້ນທີ່ລັດ Louisianaໃນມື້ນີ້
ຈະໄດ້ຮັບຜູ້ຕາງໜ້າທັງໝົດສີ່ສິບຫົກຄະແນນ.
ທ່ານ Romney ໄດ້ຮັບການສະໜັບສະໜຸນຫລາຍຂື້ນຈາກຜູ້ຄົນສໍາຄັນຂອງພັກ
Republican ຊຶ່ງຫລາຍໆຄົນຢາກໃຫ້ການແຂ່ງຂັນຂັ້ນຕົ້ນນີ້ສີ້ນສຸດລົງ ໂດຍປາສຈາກ
ການໂຈມຕີກັນ ຊຶ່ງຈະເຮັດໃຫ້ພັກເກີດມີຄວາມອ່ອນແອລົງ ໃນໂອກາດທີ່ຈະເອົາຊະນະ
ປະທານາທິບໍດີ Barack Obama ໃນເດືອນພະຈິກຈະມາເຖິງນີ້.
ການໂຄສະນາຫາສຽງຂອງ ທ່ານ Santorum ປະກາດວ່າຈະຕໍ່ສູ້ໃຫ້ໄດ້ຄະແນນສຽງ
ຈາກຜູ້ຕາງໜ້າພັກ ຈົນຮອດກອງປະຊຸມໃຫ່ຍຂອງພັກ Republican ໃນເດືອນສິງຫາ
ຖ້າຫາກວ່າທ່ານ Romeny ບໍ່ສາມາດ ໄດ້ຮັບຄະແນນສຽງທີ່ຈໍາເປັນ ຈາກຜູ້ຕາງໜ້າ
ພັກເພື່ອສະເໜີແຕ່ງຕັ້ງ ທ່ານ. ການສະເໜີແຕ່ງຕັ້ງເປັນຜູ້ສະມັກປະທານາທິບໍດີຂອງ
ພັກຈະມີຕັດສີນໃຈຢູ່ໃນກອງປະຊຸມໃຫ່ຍ ຖ້າຫາກວ່າໃນເວລານັ້ນ ຍັງບໍ່ມີຜູ້ສະ ມັກຄົນ
ໃດໄດ້ຮັບຄະແນນສຽງຂອງຜູ້ຕາງໜ້າພັກພຽງພໍ.
ຜູ້ສະມັກອີກສອງທ່ານຂອງພັກ Republican ໃນການແຂ່ງຂັນເປັນປະທານາທິບໍດີ
ກໍຄືອະດີດປະທານສະພາຕໍ່າ ທ່ານ Newt Gingrich ແລະສະມາຊິກສະພາຈາກລັດ
Texas ທ່ານ Ron Paul ໄດ້ຮັບຄະແນນສຽງຂອງຜູ້ຕາງໜ້າພັກ ໄດ້ຮັບຄະແນນ
ສຽງຮວມກັນທັງໝົດແລ້ວ ຍັງມີຈໍານວນໜ້ອຍກວ່າຄະແນນສຽງທີ່ທ່ານ Santorum
ຜູ້ທີ່ຢູ່ໃນອັນ ດັບສອງ ໄດ້ຮັບໃນເວລານີ້.