ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວລາວ-ອາເມຣິກັນ ຫລາຍຄອບຄົວ ໄດ້ຮັບຜົນກະທົບ ຈາກພາຍຸ Sandy


ພາຍຸ Sandy ພັດຕົ້ນໄມ້ ລົ້ມລະເນຍລະນາດ ໃນລັດ New Jersey. (Photo: Dara Souvannaphouma-Stieglitz)
ພາຍຸ Sandy ພັດຕົ້ນໄມ້ ລົ້ມລະເນຍລະນາດ ໃນລັດ New Jersey. (Photo: Dara Souvannaphouma-Stieglitz)
ເຖິງແມ່ນວ່າພາຍຸ Sandy ຈະພັດຜ່ານໄປແລ້ວກໍຕາມ ແຕ່ມັນ
ໄດ້ຖິ້ມໄວ້ຊຶ່ງຄວາມຫາຍຍະນະຢ່າງມະຫາສານ ພາຍຸຫົວນີ້ຖືວ່າ
ຮ້າຍແຮງພໍໆກັນກັບ ພາຍຸ Hurrican ທີ່ປະສົມປະສານຈາກ
ອຸນະພູມທີ່ຮ້ອນແລະເຢັນໃນເວລາດຽວກັນ ຈຶ່ງພາໃຫ້ມີທັງຝົນ
ຕົກໜັກຢ່າງຕໍ່ເນື່ອງ ທັງຍັງມີລົມແຮງຫຼາຍກວ່າ 120 ກິໂລແມັດ
ຕໍ່ຊົ່ວໂມງພ້ອມທັງຄື້ນຟອງຍັກໃຫຍ່ຈາກທະເລ ກະທົບຕໍ່ຫຼາຍ
ລັດທາງຟາກຝັ່ງມະຫາສະມຸດ Atlantic ຂອງສະຫະລັດ ນັບຕັ້ງ
ແຕ່ລັດ Florida ຂຶ້ນໄປຈົນເຖິງລັດ Massachusset. ນອກນັ້ນ
ພາຍຸຫົວນີ້ຍັງໄດ້ເຮັດ ໃຫ້ມີພາຍຸຫິມມະ ໃນບາງເຂດນໍາດ້ວຍ.

ຈຸດສູນກາງທີ່ກະທົບໜັກກວ່າໝູ່ຈາກພາຍຸຫົວນີ້ ແມ່ນລັດ
New Jersey ທີ່ໄດ້ເຮັດໃຫ້ເມືອງ Atlantic City ແຫຼ່ງກາຊີໂນ
ໃຫຍ່ສຸດຂອງຝັ່ງຕາເວັນອອກສຽງເໜືອ ຖືກນໍ້າຖ້ວມໜັກ
ປິດໃຫ້ບໍລິການຍິ່ງຮ້າຍເເຮງໄປກວ່ານັ້ນ ບ້ານເຮືອນທີ່ຢູ່ອາໄສ
ລົດ truck ຖືກ​ນໍ້າ​ພັດ​ໄປ​ຕັນ​ທາງ​ລົດໄຟ
ລົດ truck ຖືກ​ນໍ້າ​ພັດ​ໄປ​ຕັນ​ທາງ​ລົດໄຟ
ແລະຫ້າງຮ້ານຕ່າງໆຈໍານວນຫຼາຍລ້ານແຫ່ງ ບໍ່ມີໄຟຟ້າໃຊ້.
ມື້ນີ້ເຈົ້າດາຣາ ສຸວັນນະພູມມາ ທີ່ອາໄສຢູ່ເມືອງ Point
Pleasant ລັດ New Jersey ທີ່ຫ່າງຈາກຈຸດສູນກາງນັ້ນ
ບໍ່ໄກປານໃດນັ້ນເລົ່າສູ່ຟັງວ່າ ​ເປັນແຕ່ບຸນບໍ່ໄດ້ຮັບຄວາມ
ເສຍຫາຍຫຼາຍເນື່ອງຈາກວ່າມີປະສົບປະການຈາກພາຍຸ
Irene ຂອງປີກາຍນີ້ແດ່ແລ້ວ ຈຶ່ງມີການຕຽມການພ້ອມ
ເປັນຢ່າງດີ ທັງອາຫານການກິນ ທຽນໄຂແລະໄຟ
ຊຶ່ງເຈົ້າດາຣາ ເລົ່າສູ່ຟັງວ່າ:



ສ່ວນເອື້ອຍພອນສະຫວັນ ອຸກຸສຸວັນນະ ທີ່ອາໄສຢູ່ກັບລູກສາວທີ່ ເມືອງ Clifton ເໜືອ
ລັດ New Jersey ເຊັ່ນກັນນັ້ນ ແມ່ນໄດ້ຮັບຄວາມເສັຍຫາຍຫຼາຍ: ຫຼັງຄາບ້ານກໍຮື້ອອກ
ປ່ອງຢ້ຽມແລະປະຕູແມ່ນຫັກພັງລົງ ຮັງລິນໄດ້ແຕກຫັກໄປເປັນ2-3 ທ່ອນ ຄິດວ່າຄົງເສຍ
ເງິນຄ່າສ້ອມແປງນີ້ເປັນໝື່ນຂຶ້ນໄປພຸ້ນລະ ຊຶ່ງເອື້ອຍພອນສະຫວັນ ໃຫ້ສໍາພາດດັ່ງນີ້:
ລິງໂດຍກົງ


ນະຄອນ New York ກໍເປັນອີກແຫ່ງທີ່ປະສົບກັບຄວາມເສຍຫາຍຢ່າງໜັກນໍ້າໄດ້ຖ້ວມ
ທາງພາກໃຕ້ຂອງເກາະ Manhattan ອະນຸສາວະລີສູນກາງການຄ້າໂລກ (World Trade
Center) ທີ່ຫາກໍເປີດ, ແລະ ຕະຫຼາດຫຸ້ນWall Street ນໍາ ນໍ້າໄດ້ຖ້ວມທາງລົດໄຟ ແລະ
ລົດໄຟໃຕ້ດິນໝົດ ປິດໃຫ້ບໍລິການ ແລະກໍຍັງບໍ່ຊາບຢ່າງແນ່ນອນເທື່ອວ່າ ເມື່ອໃດຈະເລີ່ມ
ໃຫ້ບໍລິການເປັນປົກກະຕິຄືນອີກ ຊຶ່ງໄດ້ກະທົບຜູ້ຄົນຫຼາຍສິບລ້ານຄົນ ທີ່ຢູ່ໃນຕົວເມືອງ
New York City ເອງ ແລະລັດເຂດອ້ອມແອ້ມ ຊຶ່ງ ໂພລິດາ ເພັງສົມພອນ ຮອງປະທານ
ຝ່າຍຂ່າວຂອງທະນາຄານເອກກະຊົນຊື່ດັງແຫ່ງນຶ່ງຂອງປະເທດເຢຍລະມັນ ທີ່ມີສາຂາ
ຢູ່ທີ່ New York City ໃນເຂດລຸ່ມເກາະ Manhattan ຂົງເຂດຍ່ານການເງິນທີ່ມີສໍານັກ
ງານການເງິນ ທະນາຄານນາໆປະເທດ ຮ່ວມທັງ ສໍານັກງານ Wall Street ນໍານັ້ນ ເລົ່າສູ່
ຕົ້ນໄມ້ລົ້ມລະເນຍລະນາດຈາກພາຍຸ Sandy
ຕົ້ນໄມ້ລົ້ມລະເນຍລະນາດຈາກພາຍຸ Sandy
ຟັງວ່າ ແຖວບ້ານລາວທີ່ Greenwich, Connecticut
ທີ່ຕິດກັນກັບລັດ New York ນັ້ນ ແມ່ນວ່າ ບໍ່ເສຍຫາຍ
ຫຼາຍ ມີຕົ້ນໄມ້ລົ້ມຕັນທາງລະເນຍລະນາດ ແລະເປັນ
ແຕ່ບຸນ ລາວຍັງມີໄຟຟ້າໃຊ້ ຊຶ່ງບາງເຂດແຖວບ້ານລາວ
ກໍບໍ່ມີໄຟຟ້າໃຊ້ຈົນຮອດປະຈຸບັນນີ້ ທີ່ຮ້າຍແຮງໄປກ່ວານັ້ນ
ແມ່ນວ່າ ລາວບໍ່ສາມາໄປເຮັດການໄດ້ ເພາະບໍ່ມີລົດໄຟ
ເຂົ້າໄປNewYork City ເລີຍ ຈຶ່ງໃຊ້ວິທີເຮັດວຽກທາງ
internet ຢູ່ກັບບ້ານ ໂພລິດາເຫຼົ່າວ່າ:
ລິງໂດຍກົງ


ໄພທໍາມາຊາດທີ່ຫຼາກຫຼາຍແບບ ອັນແລ້ວອັນເຫຼົ່າ ພັດຜ່ານເຂົ້າມາຕາມລະດູການ
ໄດ້ທໍາລາຍບ້ານເຮືອນເຂົ້າຂອງ ຊັບສິນເສຍຫາຍແລະພັດພາກຊີວິດຜູ້ຄົນໄປແລ້ວ
ແລະພາຍຸ Sandy ຄັ້ງນີ້ກໍເຊັ່ນກັນ ນໍາຄວາມຫາຍຍະນະມາສູ່ຫຼາຍລັດ ທາງຝັ່ງຕາເວັນອອກ
ສຽງເໜືອຂອງສະຫະລັດ ຢ່າງມະຫາສານ ຄິດເປັນມູນຄ່າຫຼາຍສິບພັນລ້ານໂດລາ ແລະໄດ້
ພາກຊີວິດຜູ້ຄົນໄປແລ້ວຫຼາຍກວ່າ 30 ຄົນ. ທາງເຈົ້າໜ້າທີ່ພາຍໃນຂົງເຂດແລະລັດຖະບານ
ກາງນັ້ນກໍໃຫ້ຄວາມເອົາໃຈໃສ່ ຊ່ອຍເຫຼືອແລະອຸ້ມຊູເຖິງທີ່ສຸດ ໂດຍສະເພາະທ່ານປະທານາ
ທິບໍດີ Obama ນັ້ນ ກໍໄດ້ໄປສໍາຫຼວດເບິ່ງຄວາມເສຍຫາຍແລະຢ້ຽມຢາມຄາມຂ່າວປະຊາຊົນ
ຜູ້ໄດ້ຮັບເຄາະໃນລັດ New Jersey ຮ່ວມກັນກັບຜູ້ວ່າການລັດ ທ່ານ Chris Christie
ໃນວັນພຸດວານນີ້.

ປະສົບການທີ່ຮ້າຍແຮງ ຫວາດກົວແລະສະຫຍອງຂັວນຂອງໄພພິບັດຄັ້ງນີ້ ຄົງຈະຍັງຢູ່ໃນ
ຄວາມຊົງຈໍາຂອງພວກຜູ້ປະສົບເຄາະໄປອີກນານແລະຖ້າກັບມອງໃນແງ່ດີ ທີ່ເກີດຈາກ
ຄວາມໂສກນາດຕະກໍານີ້ ແມ່ນຄວາມມີໄມຕີຈິດ ຮັກຫອມ ເພິ່ງພາອາໄສແລະຊ່ອຍເຫຼືອ
ເພື່ອມະນຸດດ້ວຍກັນ. ທາງ VOA ຂໍ​ເອົາໃຈຊ່ອຍ ​ແລະ​ເປັນ​ກໍາ​ລັງ​ໃຈ ​ໃຫ້ກັບ​ຄືນ​ສູ່ວິຖີຊີວິດ
​ແບບ​ບປົກກະຕິ​ໃນ​ໄວໆ​ນີ້.

ທາງລາຍການຊີວິດຊາວລາວໃນຕາງແດນຂອງ VOA ໃນທຸກໆພະຫັດ ກໍຈະໝູນວຽນ ພັດປ່ຽນການນຳສະເໝີເລື່ອງລາວທີ່ໜ້າຮຽນຮູ້ໜ້າສົນໃຈກ່ຽວກັບວິຖີຊີວິດຂອງຊາວລາວ
ໃນຕ່າງແດນ ມາສະເໜີໃຫ້ທ່ານຜູ້ຟັງໄດ້ຮັບຊາບກັນອີກ. ກະລຸນາຄອຍຕິດຕາມ.
XS
SM
MD
LG