ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບົດບາດຂອງ ສະຕີລາວ-ອາເມຣິກັນ ໃນ ສະຫະລັດ


ທ່ານນາງ Sandy Spackman ສະຕີລາວ-ອາເມຣິກັນ ທີ່ສະມັກ
ເຂົ້າແຂ່ງຂັນ ເປັນສະມາຊິກສະພາເທດສະບານ ສໍາລັບເຂດ 4 ຂອງນະຄອນ San Diego ລັດ California.
ທ່ານນາງ Sandy Spackman ສະຕີລາວ-ອາເມຣິກັນ ທີ່ສະມັກ ເຂົ້າແຂ່ງຂັນ ເປັນສະມາຊິກສະພາເທດສະບານ ສໍາລັບເຂດ 4 ຂອງນະຄອນ San Diego ລັດ California.

ລາຍການ ຊີວິດຊາວລາວໃນຕ່າງແດນ ຂອງແລງວັນພະຫັດມື້ນີ້ ຈະນໍາເອົາການສໍາພາດ ທ່ານນາງ ສີລິວັນ ຫລື Sandy Spackman ສະຕີລາວ-ອາເມຣິກັນ ທີ່ເປັນນັກເຄື່ອນໄຫວ ນັກອາສາສະມັກ ແລະປະທານສະມາຄົມໂຮມ ລາວ. ທ່ານນາງ Sandy ກໍາລັງສະມັກເຂົ້າແຂ່ງຂັນເປັນ ສະມາຊິກສະພາເທດສະບານ ເຂດ 4 ຂອງນະຄອນ San Diego ລັດ California ຊຶ່ງຈະມີການປ່ອນບັດລົງຄະແນນສຽງ ໃນວັນທີ 26 ເດືອນມີນາ ຈະມາເຖິງນີ້ ຊຶ່ງ ກິ່ງສະຫວັນ ມີລາຍງານ ມາສະເໜີທ່ານ.

ໃນ​ລະຍະ​ເວ​ລາ 30 ກວ່າປີ​ທີ່​ຜ່ານ​ມານີ້ ບັນດາສະ​ຕີ​ລາວ ຢູ່ໃນ
ສະ​ຫະ​ລັດ ອາ​ເມຣິກາ ​ໄດ້​ພາ​ກັນ​ວາງ​ບົດ​ບາດ​ໃຫ້​ເຫັນ ​ຢ່າງ
ຄຽງ​ບ່າຄຽງ​ໄຫລ່ ກັບ​ບັນ​ດາຜູ້​ຊາຍ ​ຢູ່ໃນ​ໜ້າ​ທີ່​ວຽກ​ການ​ອັນ​
ສຳ​ຄັນຫລາ​ຍຢ່າງ. ປັດ​ຈຸ​ບັນ​ນີ້ມັນ​ບໍ່ແມ່​ເລື້ອງແປກ​ປະ​ຫລາດ
ທີ່​ເຮົາຈະ​ເຫັນ ​ສະ​ຕີ​ລາວ-ອາເມ​ຣິ​ກັນ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບສູງ​
ຢູ່​ໃນ​ວົງ​ການ​ຕ່າງໆ ເຊ່ນ​ວ່າ ເປັນນັກ​ການ​ເມືອງ ນັກ​ການທູດ
ນາຍ​ແພດ ​ທະ​ຫານ ຕຳ​ຫລວດ ນັກ​ກົດ​ໝາຍ ນັກ​ວິ​ຊະ​ວະ​ກອນ
ນັກ​ສິນ​ລະ​ປິນ ນັກການຄ້າ ຫົວ​ໜ້າ​ຜະ​ແໜກ​ຫ້ອງ​ການ​ຕ່າ​ງໆ
ແລະ​ວິຊາ​ອາ​ຊີບອຶ່ນໆ ຢູ່ໃນປະ​ຊາ​ຄົມອາ​ເມ​ຣິກັນ ທົ່ວ​ປະ​ເທດ.
ຜົນ​ສຳ​ເລັດ​ທັງ​ໝົດ​ນີ້​ກໍ​ເນຶ່ອງ​ມາ​ຈາກ ພື້ນ​ຖານ​ການສຶກສາ​ສູງ
ພ້ອມ​ທັງໄດ້ຮັບ​ສິດ​ສະ​ເມີ​ພາບ ແລະເສ​ລີພາບເທົ່າທ່ຽມກັນ.

ພາຍໃນອາ​ນາ​ຄົດອັນ​ໃກ້ໆ​ນີ້ ເຮົາກໍ​ອາດຈະ​ໄດ້​ເຫັນ​ ​ສະ​ຕີ​ລາວ-ອາ​ເມ​ຣິ​ກັນ ອີກ​ຄົນ​ນຶ່ງ ກ້າວເຂົ້າສູ່​ການ​ໄດ້​ຮັບ​ຕຳ​ແໜ່ງຢູ່​ໃນ ​ສະພາ​ເທດສະບານ​ເມຶ​ອງ ຫລືວ່າ City Council
ໂດຍ​ເປັນ​ໂຕ​ແທນ​ຂອງເຂດ 4 ຂອງນະຄອນ San Diego ລັດ California.

ຄວາມ​ຮັບ​ຜິດ​ຊອບ​ຂອງ​ໜ້າ​ທີ​ນີ້​ກໍ​ຄື ບໍ​ລິ​ຫານ ກວດ​ກາ ລົງ​ຄວາມ​ເຫັນ ​ອະ​ນຸ​ມັດ​ງົບ​ປະ​
ມານໃຊ້​ຈ່າຍບູລະນະ ​ສ້າງ​ສາ ຄວາມ​ເປັນ​ລະບຽບຮຽບຮ້ອຍ ຄວາມ​ສະ​ຫງົບ ​ແລະ​ອອກ​
ກົດໝາ​ຍທ້ອງ​ຖິ່ນ ​ເພື່ອ​ຄວາມ​ຢູ່​ເຢັນ​ເປັນ​ສຸກຂອງບັນດາປະຊາ​ຄົມໃນເຂດເມືອງ|
ດັ່ງກ່າວ. ​

ທ່ານນາງສິລິວັນ ກັບຄະນະກໍາມະການໂຄສະນາຫາສຽງ(photo by Seigio Leon Lau) - ຄລິກຮູບເພື່ອຂະຫຍາຍໃຫຍ່.
ທ່ານນາງສິລິວັນ ກັບຄະນະກໍາມະການໂຄສະນາຫາສຽງ(photo by Seigio Leon Lau) - ຄລິກຮູບເພື່ອຂະຫຍາຍໃຫຍ່.


ສະ​ຕີ​ລາວ-ອາ​ເມ​ຣິກັນ ​ຄົນ​ນີ້ມີ​ຊື່​ວ່າ ທ່ານ​ນາງ ສີ​ລິ​ວັນ ຈັນ​ທະ​ປະ
​ເສີດ ເກີດ​ທີ່ບ້ານ​ນາ​ໄຮ່​ດຽວ ນະ​ຄອນ​ຫລວງວຽງ​ຈັນ. ເປັນ​ລູກ​
ສາວ​ກົກ​ໃນຈໍານວນລູກສາວ 3 ຄົນ ​ຂອງ​ທ່ານ ບົວ​ລັນ ຈັນທະ​
ປະ​ເສີດ ອະ​ດີດນາຍ​ໝໍທະຫານ​ ກອງ​ທັບ​ແຫ່ງພ​ະ​ລາດ​ຊະ​ອາ​ນາ
​ຈັກ​ລາວ ແລະ​ທ່ານ​ນາງ ສົມ​ຈິດ ຕາ​ໂນ​ວັນ. ທ່ານ​ນາງ ສີ​ລິ​ວັນ
ຕິດ​ຕາມ​ຄອບຄົວມາ​ຕັ້ງ​ຖິ່ນ​ຖານຢູ່​ໃນ ສະ​ຫະ​ລັດ ໃນ​ປີ 1976 ​
ເວ​ລາ​ນັ້ນມີ​ອາ​ຍຸໄດ້ 10 ປີ. ຄວບຄົວ​ໄດ້ໄປ​ຕົກຢູ່​ລັດ Texas.
ຫລັງ​ຈາກ​ນັ້ນຍ້າຍໄປຢູ່ລັດ Oregon ແລະ​ໃນ​ທີ່​ສຸດກໍ​ໄດ້ໄປ​
ຕັ້ງ​ຖິ່ນ​ຖານຖາ​ວອນຢູ່ທີ່​ນະຄອນ San Diego ລັດ California ບ່ອນ​ທີ່ ສີ​ລິ​ວັນໄດ້​ເລີ້ມ
ສ້າງຄອບ​ຄົວກັບ​ບ່າວອາ​ເມຣິກັນ ​ແລະປ່ຽນ​ມາ​ໃສ່ຊື່​ໃໝ່​ວ່າ Sandy Spackman.

​ເຖິງ​ແມ່ນຄວາມ​ຮັບ​ຜິດ​ຊອບໃນການ​ສ້າງຄອບ​ຄົວ ​ແລະ​ເ​ບິ່ງ​ແຍງ​ລ້ຽງ​ລູກ ຈະ​ໃຫຍ່​ຫລວງ ​
ແຕ່ Sandy ກໍບໍ່​ໄດ້​ລົດ​ລະ​ນຳການສຶກ​ສາ ແລະ​ໄດ້​ບຶກ​ບືນ​ຈົນ​ສຳ​ເລັດ​ ໄດ້​ຮັບປະ​ລິນ​ຍາ
ໂທ​ຝ່າຍຄູ​ສອນ. ປັດ​ຈຸ​ບັນ​ນີ້ Sandy ​ເຮັດ​ວຽກ​ເປັນ​ຜູ້ປະ​ສານ​ງານ​ຢູ່​ໃນ​ຫ້ອງ​ການ Organizational Plan Account Administrator ຂອງລັດ​ຖະ​ບານ​ກາງ​ສະຫະລັດ ໃນ​ຂະ​ນະ​ດຽວ​ກັນ ​ທ່ານ​ນາງ ຍັງ​ເປັນ​ປະ​ທານ ສະ​ມາ​ຄົມ​ໂຮມ​ລາວ-ອາ​ເມ​ຣິ​ກັນ ພ້ອມ​ທັງຢູ່​ໃນຄະ​ນະ​ກຳ​ມະ​ການອົງ​ການ​ກຸ​ສົນ ​ທີ່​ບໍ່​ສ້າງ​ຜົນ​ກຳ​ໄລ Jacobs Center for Neighborhood Innovation (ICNI) ເພື່ອພັດ​ທະ​ນາ​ສົ່ງ​ເສີມ​ເສດ​ຖະ​ກິດ ການ​ຄ້າ ແລະ​ສ້າງ​ບັນ​ຍາ​ກາດ​ແບບ​ເປັນ​ກັນ​ເອ​ງ ທີ່ສ້າງ​ຫລາຍຮ້ອຍ​ໜ້າ​ວຽກຢູ່​ໃນເຂດ ທີ່ 4 ຂອງ​ນະຄອນ San Diego.

​ປັດ​ຈຸ​ບັນ​ນີ້ ທ່ານ​ນາງ Sandy ມີອາ​ຍຸໄດ້ 47 ປີ ເປັນ​ຜູ້​ກວ້າງ​ຂວາງ ​ແລະຮູ້​ຈັກ​ກັນ​ດີ​ໃນ
ປະ​ຊາ​ຄົມ​ລາວ ແລະ​ຕ່າງ​ຊາດ​ຢູ່​ໃນ​ເຂດ 4 ບ່ອນ​ທີ່ ທ່ານ​ນາງ​ ສະ​ມັກ​ເຂົ້າ​ແຂ່ງ​ຂັນກັບ​ຜູ້
​ສະ​ມັກ 11 ຄົນ​ ໃນ​ຈຳ​ນວນ 9 ຕຳ​ແໜ່ງ ໃນສະພາ​ເທດສະບານ ຫລື City Council
ຊຶ່ງ​ຈະ​ມີ​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ ​ໃນເດືອນ​ມີນາ ​ວັນທີ 26 ຈະມາ​ເຖິງ​ນີ້. ​

ເມືອງ San Diego ​ຕັ້ງ​ຢູ່ພາກ​ໃຕ້​ຂອງ​ລັດ California ​ແຄມ​ມະ​ຫາ​ສະ​ມຸດ Pacific ​ມີ
​ອາ​ກາດອຸ່ນ​ຢູ່​ຕະ​ຫລອດ​ປີ ມີ​ປະ​ຊາ​ກອນ​ ຢູ່ປະມານ ນຶ່ງ​ລ້ານ​ສາມ​ແສນ​ກວ່າຄົນ ແບ່ງ​
ອອກ​ເປັນ 9 ເຂດ ເປັນ​ເມືອງ​ໃຫ່ຍອັນ​ດັບ​ທີ່ 8 ຂອງ ສະ​ຫະ​ລັດ. ເມືອງນີ້ມີຖານ​ທັບທ່າ​
ເຮືອໃຫຍ່ຂອງສະຫະລັດ ແລະ​ມີ​ປະ​ຊາ​ກອນ​ລາວ-ອາ​ເມ​ຣິ​ກັນ ຕັ້ງ​ຖິ່ນ​ຖານ​ຢູ່ເກືອບ 20 ​
ພັນ​ຄົນ.

ທ່ານ​ນາງ Sandy ​ໄດ້​ໃຫ້ການ​ສໍາພາດ​ກັບ ວີ​ໂອ​ເອ ກ່ຽວ​ກັບ​ເຫດຜົນ​ທີ່ວ່າ​ເປັນ​ຫ​ຍັງ
​ຈຶ່ງ​ຢາກ​ເຂົ້າ​ຮັບໃຊ້ ຢູ່​ໃນສະພາ​ເທດສະບານບໍ​ລິ​ຫານ​ເມືອງ ຊຶ່ງ​ທ່ານນາງກ່າວສູ່​ຟັງ​
ດັ່ງ​ນີ້:
please wait

No media source currently available

0:00 0:08:14 0:00
ລິງໂດຍກົງ

ຄອບຄົວ Spackman (ຄລິກຮູບເພື່ອຂະຫຍາຍໃຫຍ່ - click on the picture to enlarge)
ຄອບຄົວ Spackman (ຄລິກຮູບເພື່ອຂະຫຍາຍໃຫຍ່ - click on the picture to enlarge)

ນ​ອກ​ຈາກຈະ​ໄດ້​ຮັບ​ກາ​ນ​ສະ​ໜັບ​ສະ​ໜູນ​ຊຸກ​ຍູ້​ຈາກ ບັນ​ດາໝູ່
ເພື່ອນ ຍາດ​ຕິ​ພີ່​ນ້ອງ​ ແລະ​ປະ​ຊາ​ຄົມ​ຢູ່​ໃນ​ເຂດ​ທ້ອງ​ຖິ່ນແລ້ວ
ສິ່ງ​ສຳ​ຄັນ​ທີ່​ສຸ​ດກໍ​ຄື​ Sandy ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຈາກ
ສາ​ມີ ​ທ່ານ Howard Spackman ​ນັກ​ວິ​ຊະ​ວະ​ກອນ ພ້ອມ​
ດ້ວຍລູກ​ສາວສອງ​ຄົນ ​ລູກ​ຊາຍສອງ​ຄົນ ແລະ​ລູກ​ເຂີຍ​ຄົນ​ນຶ່ງ.​

ທ່ານ​ສາ​ມາດສະ​ໜັບ​ສະ​ໜູນ ແລະ​ສະ​ແດງ​ຄວ​າມ​ຊົມ​ເຊີຍ ຕໍ່
ທ່ານ​ນາງ Sandy Spackman ໄດ້ ​ທີ່ sandyspackman.com

ກ່ຽວຂ້ອງກັນ

XS
SM
MD
LG