ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ແຊນເດີສ໌ ຊະນະ ການເລືອກຕັ້ງ ໃນກອງປະຊຸມພັກ ທີ່ລັດ Wyoming


ຜູ້ສະໝັກແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ Bernie Sanders ໄດ້ໂຄສະນາຫາສຽງທີ່ ເມືອງ Laramie ຂອງລັດ
Wyoming, ວັນທີ 5 ເມສາ 2016, ໃນເວລາ ທ່ານ
ປະກາດ ວ່າ ທ່ານໄດ້ຮັບໄຊຊະນະ ການເລືອກຕັ້ງຂັ້ນຕົ້ນ ຂອງພັກເດໂມແຄຣັດ ໃນລັດ Wisconsin, ຊຶ່ງໄດ້ຖືກຈັດຂຶ້ນ ໃນມື້ດຽວກັນ.
ຜູ້ສະໝັກແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ Bernie Sanders ໄດ້ໂຄສະນາຫາສຽງທີ່ ເມືອງ Laramie ຂອງລັດ Wyoming, ວັນທີ 5 ເມສາ 2016, ໃນເວລາ ທ່ານ ປະກາດ ວ່າ ທ່ານໄດ້ຮັບໄຊຊະນະ ການເລືອກຕັ້ງຂັ້ນຕົ້ນ ຂອງພັກເດໂມແຄຣັດ ໃນລັດ Wisconsin, ຊຶ່ງໄດ້ຖືກຈັດຂຶ້ນ ໃນມື້ດຽວກັນ.

ສະມາຊິກສະພາສູງ ສະຫະລັດ ທ່ານ Bernie Sanders ໄດ້ຮັບໄຊຊະນະ ຢູ່ໃນ ກອງ ປະຊຸມ ພັກເດໂມແຄຣັດ ໃນວັນເສົາວານນີ້ ໃນລັດ Wyoming ຢູ່ທາງພາກຕາເວັນຕົກ ຂອງປະເທດ ແຕ່ເຖິງແມ່ນວ່າ ຈະໄດ້ຮັບໄຊຊະນະໃນຄັ້ງນີ້ກໍຕາມ ແຕ່ທ່ານ Sanders ກໍຍັງຕິດຕາມ ບໍ່ທັນຄູ່ແຂ່ງຂອງທ່ານ ຄືອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hillary Clinton ໃນການແຂ່ງຂັນທີ່ຈະໄດ້ເປັນປະທານາທິບໍດີ ສະຫະລັດນັ້ນເທື່ອ.

ທ່ານ Sanders ໄດ້ຮັບຄະແນນສຽງ 56 ເປີເຊັນ. ຕາມກົດລະບຽບ ຂອງພັກເດໂມແຄຣັດ ແລ້ວ ຜູ້ສະໝັກແຕ່ລະຄົນ ຈະແບ່ງຜູ້ແທນກັນ ຄົນລະ 7 ທ່ານ ຂອງຈຳນວນຜູ້ແທນ 14 ທ່ານ ໃນລັດ Wyoming.

ໄຊຊະນະດັ່ງກ່າວ ແມ່ນເປັນຄັ້ງທີ 8 ໃນການແຂ່ງຂັນຜ່ານມາ 9 ເທື່ອ ສຳລັບທ່ານ Sanders ຜູ້ທີ່ໄດ້ຊີ້ໃຫ້ເຫັນ ເຖິງໄຊຊະນະທີ່ລຽນຕິດນັ້ນ ວ່າເປັນສັນຍານຂອງທ່າແຮງ ສຳລັບການໂຄສະນາຫາສຽງຂອງທ່ານ. ແຕ່ທ່ານຈະຕ້ອງໄດ້ຮັບໄຊຊະນະ ຢູ່ໃນຂອບ ເຂດ ທີ່ໃຫຍ່ຫຼາຍກວ່ານັ້ນ ພາຍໃຕ້ລະບົບການແບ່ງປັນຜູ້ແທນກັນ ກ່ອນຈະສາມາດ ໄລ່ທັນ ທ່ານນາງ Clinton ແລະ ໄດ້ຮັບການຖືກສະເໜີຊື່ເປັນຕົວແທນພັກ ເພື່ອຍາດ ເອົາຕໍ່າແໜ່ງປະທານາທິບໍດີ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG