ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ແຊນ​ເດີ​ສ໌ ຊະ​ນະ​ການ​ຄັດ​ເລືອກ​ ເອົາ​ຜູ້​ຕາງ​ໜ້າ​ຂອງ​ພັກ ສຳ​ລັບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ທີ່​ລັດ ​ເນ​ວາ​ດາ


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ທ່ານ ເບີ​ນີ ແຊນ​ເດີ​ສ໌, ພ້ອມ​ກັບ​ພັນ​ລະ​ຍາ, ຍົກ​ມື​ຂອງ​ເພິ່ນ​ຂຶ້ນ ໃນ​ລະ​ຫວ່າງ​ການກ​່າວ​ຄຳ​ປາ​ໄສ ໂຄ​ສະ​ນາ​ຫາ​ສຽງ​ທີ່​ເມືອງ ແຊນ ແອນ​ໂທ​ນີ​ໂອ.Antonio, Saturday, Feb. 22, 2020. (AP Photo/Eric Gay)
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ທ່ານ ເບີ​ນີ ແຊນ​ເດີ​ສ໌, ພ້ອມ​ກັບ​ພັນ​ລະ​ຍາ, ຍົກ​ມື​ຂອງ​ເພິ່ນ​ຂຶ້ນ ໃນ​ລະ​ຫວ່າງ​ການກ​່າວ​ຄຳ​ປາ​ໄສ ໂຄ​ສະ​ນາ​ຫາ​ສຽງ​ທີ່​ເມືອງ ແຊນ ແອນ​ໂທ​ນີ​ໂອ.Antonio, Saturday, Feb. 22, 2020. (AP Photo/Eric Gay)

​ທ່ານ​ເບີ​ນີ ແຊນ​ເດີ​ສ໌ ຜູ້​ສະ​ໝັກແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຊະ​ນະ​ໃນ​ການ​ຄັດ​ເລືອກ​ເອົາ​ຜູ້​ຕາງ​ໜ້າ​ຂອງ​ພັກ​ທີ່​ລັດ​ເນ​ວາ​ດາ ໃນ​ວັນ​ເສົາ​ວານນີ້ ໂດຍ​ໄດ້​ຮັບ​ຜູ້​ແທນ ຫຼາຍກວ່າ​ໝູ່ ແລະ ຍຶດ​ໝັ້ນ​ຖາ​ນະ​ເປັນນຳ​ໜ້າ​ໝູ່​ທັງ​ໝົດ.

ກອງ​ປະ​ຊຸມ​ພັກ​ຄັດ​ເລືອກ​ເອົາ​ຜູ້​ສະ​ໝັກເປັນປະ​ທາ​ນາ​ທິ​ບໍ​ດີ ເພື່ອຕາງ​ໜ້າ​ພັກ​ໃນ​ລັດ​ເນ​ວາ​ດາ ແມ່ນ​ເປັນ​ການ​ແຂ່ງ​ຂັນ​ຄັ້ງ​ທີສາມ ສຳ​ລັບ​ບັນ​ດາ​ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ຍັງ​ມີ​ຄວາມ​ຫວັງ ຜູ້​ທີ່​ສະ​ແຫວງການໄດ້​ຖືກ​ສະ​ເໜີ​ຊື່​ຈາກ​ພັກ​ຂອງ​ພວກ​ເພິ່ນ ເພື່ອ​ແຂ່ງ​ກັບ​ປະ​ທານ​າ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ດຳ​ລົງ​ຕຳ​ແໜ່ງ​ໃນ​ປັດ​ຈຸ​ບັນ ໃນ​ການເລືອກ​ຕັ້ງ​ແຫ່ງ​ຊາດ ເດືອນ​ພະ​ຈິກນີ້. ການ​ແຂ່ງ​ຂັນ​ດັ່ງ​ກ່າວ ໄດ້​ຈັດ​ຂຶ້ນ​ເມື່ອ​ຕົ້ນ​ເດືອນນີ້ ຢູ່​ໃນ​ລັດ​ໄອ​ໂອ​ວາ ຢູ່​ທາງ​ພາກ​ຕາ​ເວັນ​ຕົກຕອນ​ກາງ ແລະ ລັດ​ນິວ ​ແຮມ​ເຊີ ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ .

ບໍ່​ຄື​ກັນ​ກັບ ລັດ​ໄອ​ໂອ​ວາ ແລະ ລັດ​ນິວ​ແຮມ​ເຊີ ​ທີ່​ມີ​ປະ​ຊາ​ກອນ​ ​ເປັນ​ຄົນ​ຜິວ​ຂາວຢ່າງຫຼວງຫຼາຍ ນັ້ນ ລັດ​ເນ​ວາ​ດາ ​ເປັນ​ລັດ​ທີ່ມີ​ປະ​ຊາ​ກອນຫຼາກຫຼາຍ​ຊົນຊາດ​ກວ່າ. ກະ​ປະ​ມານ​ໄດ້​ວ່າ ມີ​ປະ​ຊາ​ກອນ​ທີ່​ເປັນ​ຄົນ​ຜິວ​ຂາວ 50 ເປີ​ເຊັນ ເກືອບ 30 ເບີ​ເຊັນ​ເປັນ​ຄົນ​ທີ່​ປາກ​ເວົ້າ​ພາ​ສາ​ສະ​ເປນ, 10 ເປີ​ເຊັນ ເປັນ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ ແລະ 10 ເປີ​ເຊັນ​ເປັນ​ຄົນ​ເອ​ເຊຍ.

ໂດຍ​ຜົນ​ການ​ເລືອກ​ຕັ້ງ​ທີ່​ອອກ​ມາ​ຈາກ 11 ເປີ​ເຊັນຂອງ​ເຂດເລືອກ​ຕັ້ງ​ ຊຶ່ງ​ສື່ມວນ​ຊົນ​ທີ່​ສຳ​ຄັນ ໄດ້​ປະ​ກາດ​ວ່າ ທ່ານ​ແຊນ​ເດີ​ສ໌ ເປັນ​ຜູ້​ຊະ​ນະ ໂດຍ​ໄດ້​ຮັບ​ຜູ້​ແທນ​ຂອງ​ເມືອງຕາມ​ແບບ​ແຜນ 44 ເປີ​ເຊັນ. ຕິດ​ຕາມ​ມາ​ນຳຫຼັງ​ທ່ານ​ແຊນ​ເດີສ໌ ກໍ​ຄື​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ​ເປັນ​ອັນ​ດັບ​ທີ​ສອງ ໂດຍ​ໄດ້​ຮັບ​ຜູ້​ແທນ 25 ເປີ​ເຊັນ ຕໍ່​ມາ​ຄື ອະ​ດີດ​ເຈົ້າ​ເມືອງ​ເມືອງ​ເຊົ້າ​ເບັນ ທ່ານ​ພີດ ບູ​ຕີ​ເຈ​ຈ ຈາກ​ລັດ​ອິນ​ເດຍ​ນາ ໂດຍ​ໄດ້​ຮັບ​ຜູ້​ແທນ ປະ​ມານ 15 ເປີ​ເຊັນ ແລະ ສະ​ມາ​ຊິກ​ສະ​ພາ​ສູງ ​ຈາກ​ລັດ​ແມ​ສ​ຊະ​ຊູ​ຊັ​ສ ທ່ານນາງ ​ເອລີ​ຊາ​ເບັດ ວໍ​ເຣັນ ທີ່​ໄດ້​ຮັບ​ຜູ້​ແທນຫຼາຍກວ່າ 9 ເປີ​ເຊັນ.

ໃນ​ການ​ໄດ້​ຜູ້​ແທນ​ມາ​ຫຼວງຫຼາຍກວ່າ​ໝູ່ ຈາກ​ການເລືອກ​ຕັ້ງ​ຂອງ​ພັກ​ໃນ​ລັດ​ເນ​ວາ​ດາ ທ່ານ​ແຊນ​ເດີ​ສ໌ ຜູ້​ທີ່ກ່າວ​ອ້າງ​ຕົນ​ເອງວ່າ ເປັນ​ນັກ​ສັງ​ຄົມ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ທີ່​ໄດ້​ຄອບ​ງຳກຸ່ມ​ພວກ​ມີ​ສິດ​ເລືອກ​ຕັ້ງຜິວ​ຂາວ ໃນ​ການ​ແຂ່ງ​ຂັນ​ກ່ອນ​ໜ້ານີ້ ຊຶ່ງ​ປາ​ກົດ​ວ່າ ໄດ້​ປຸ້ມ​ລຸມກຸ່ມ​ພັນ​ທະ​ມິດ​ທີ່ສະ​ທ້ອນ​ເຖິງຫຼາກຫຼາຍ​ເຊື້ອຊາດ ແລະ​ຊົນ​ເຜົ່າປະ​ສົມກັນ​ຫຼາຍ​ຂຶ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG