ພັກເດໂມແຄຣັດ ໄດ້ເປີດກອງປະຊຸມໃຫຍ່ແຫ່ງຊາດຂອງຕົນ ໃນນະຄອນ Philadelphia ເມື່ອວັນຈັນວານນີ້ ທ່າມກາງຄວາມເຄັ່ງຕຶງທີ່ໄດ້ເກີດຂຶ້ນໃໝ່ ລະຫວ່າງກຸ່ມທີ່ສະໜັບ ສະໜູນ ຜູ້ຄອຍຖ້າການສະເໜີ ຊື່ຢູ່ນັ້ນ ຄື ທ່ານນາງ Hillary Clinton ແລະ ອະດີດຄູ່ແຂ່ງ ທ່ານ Bernie Sanders. ກຸ່ມທີ່ສະໜັບສະໜູນ ທ່ານ Sanders ພວມໂກດແຄນ ກ່ຽວກັບເລື່ອງອີເມລ ຂອງບັນດາເຈົ້າໜ້າທີ່ພັກເດໂມແຄຣັດ ທີ່ໄດ້ຮົ່ວໄຫລອອກມາ ຊຶ່ງສະແດງໃຫ້ເຫັນວ່າ ພວກເພິ່ນມັກທ່ານນາງ Clinton ຫຼາຍກວ່າທ່ານ Sanders ໃນການເລືອກຕັ້ງປະທານາທິບໍດີ. Jim Malone ຜູ້ສື່ຂ່າວແຫ່ງຊາດ ຂອງວີໂອເອ ມີລາຍງານເພີ້ມຕື່ມຈາກນະຄອນ Philadelphia ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີ ທ່ານ ໃນອັນດັບຕໍ່ໄປ.
ທ່ານ Bernie Sanders ໄດ້ຍ່າງອອກມາ ທ່າມກາງສຽງຕົບມືຕ້ອນຮັບ ທີ່ດັງສະນັ່ນ ຫວັ່ນໄຫວ ເປັນເວລາຍາວນານ ໃນຂະນະທີ່ທ່ານ ຍ່າງເຂົ້າສູ່ກາງເວທີ ໃນຄ່ຳຄືນ ການເປີດກອງປະຊຸມໃຫຍ່ ພັກເດໂມແຄຣັດແຫ່ງຊາດ.
ທ່ານ Sanders ໄດ້ຂອບອົກຂອບໃຈ ພວກທີ່ໃຫ້ການສະໜັບສະໜູນທ່ານ ໃນການ ເລີ້ມຕົ້ນ ຂະບວນການດ້ານການເມືອງ.
ທ່ານ Bernie Sanders ສະມາຊິກສະພາສູງ ຈາກລັດ Vermont ທີ່ບໍ່ສັງກັດພັກ ໄດ້ ກ່າວວ່າ “ຂ້າພະເຈົ້າຫວັງວ່າ ທ່ານ ມີຄວາມພາກ ພູມໃຈຫຼາຍ ໃນຜົນສຳເລັດ ທີ່ເປັນ ປະຫວັດການນີ້ ທີ່ພວກເຮົາໄດ້ບັນລຸນຳກັນ.”
ໂດຍທີ່ພວກສະໜັບສະໜູນ ທ່ານ Sanders ຫຼາຍໆຄົນ ຄຽດແຄ້ນ ກ່ຽວກັບ ອີເມລ ຈາກບັນດາຜູ້ນຳພັກເດໂມແຄຣັດ ທີ່ໄດ້ຮົ່ວໄຫລອອກມາ ຊຶ່ງສະແດງໃຫ້ເຫັນວ່າ ມີການລຳອຽງ ໃນທາງທີ່ເຂົ້າຂ້າງ ທ່ານນາງ Hillary Clinton ຊຶ່ງທ່ານ Sanders ໄດ້ຫາທາງທີ່ຈະຮຳບາດ ແຜຄວາມແຕກແຍກຂອງພັກ. ທ່ານ Sanders ໄດ້ຮຽກຮ້ອງ ຕໍ່ພວກທີ່ຈົງຮັກພັກດີຕໍ່ທ່ານ ໃຫ້ສະໜັບສະໜູນ ຜູ້ຄອຍຖ້າການສະເໜີຊື່ຢູ່ນັ້ນ ຄື ທ່ານນາງ Hillary Clinton.
ທ່ານ Sanders ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ຮັບໃຊ້ປະເທດ ໃນໜ້າທີ່ສະມາຊິກສະພາ ສູງ ຮ່ວມກັນກັບທ່ານນາງ ແລະ ຂ້າພະເຈົ້າຮູ້ຈັກເພິ່ນວ່າ ເປັນນັກຕໍ່ສູ້ເພື່ອສິດທິ ຂອງ ພວກເດັກນ້ອຍ ພວກແມ່ຍິງແລະພວກ ຄົນພິການ. ທ່ານນາງ Hillary Clinton ຈະ ເປັນປະທານາທິບໍດີ ທີ່ດີເດັ່ນ ແລະ ຂ້າພະເຈົ້າພູມໃຈ ທີ່ຈະຢືນຢູ່ກັບທ່ານນາງ ຢູ່ແຫ່ງນີ້ ໃນຄ່ຳຄືນນີ້.”
ຄວາມຄຽດແຄ້ນພາຍໃນພວກທີ່ສະໜັບສະໜູນທ່ານ Sanders ໄດ້ປາກົດໃຫ້ເຫັນຢູ່ ດ້ານນອກ ຂອງຫໍປະຊຸມ Wells Fargo Center ບ່ອນທີ່ມີພວກເດີນຂະບວນປະທ້ວງ ຫຼາຍຮ້ອຍຄົນ ໄດ້ປະເຊີນໜ້າ ໂດຍເຈົ້າໜ້າທີ່ຕຳຫຼວດ ອັນເປັນຜົນເຮັດໃຫ້ຫຼາຍຄົນ ຖືກຈັບກຸມ.
ນາງ Lisa LeVally Evans ຜູ້ສະໜັບສະໜູນ ທ່ານ Sanders ຍັງຄົງໃຈຮ້າຍ ກ່ຽວກັບ ເລື່ອງການເຜີຍແບຂອງອີເມລ ນັ້ນຢູ່.
ນາງ Evans ເວົ້າວ່າ “ສື່ມວນຊົນ ແມ່ນກຳລັງຕິດຕາມມັນຢູ່. ໝົດທຸກຄົນ ໄດ້ຕິດຕາມ ມັນ. ພວກເຂົາເຈົ້າເວົ້າວ່າ ພວກເຮົາຜີບ້າ. ເປັນຈັ່ງໃດ ເບິ່ງດຸ ບັດນີ້ ແມ່ນໃຜຜີບ້າ.”
ແຕ່ ຜູ້ແທນຂອງທ່ານ Sanders ທ່ານ Richard Cassidy ຈາກລັດ Vermont ໄດ້ ກ່າວວ່າ ສະມາຊິກພັກເດໂມແຄຣັດ ໃນທີ່ສຸດກໍຈະປຸ້ມລຸມສາມັກຄີກັນ ຍ້ອນ ທ່ານ Donald Trump ຈາກພັກຣີພັບບລີກັນ.
ທ່ານ Cassidy ເວົ້າວ່າ “ຂ້າພະເຈົ້າຄິດວ່າ ມັນຈະມີກຸ່ມນ້ອຍໆ ທີ່ສະໜັບສະໜູນ ທ່ານ Sanders ທີ່ຈະບໍ່ລົງຄະແນນສຽງໃຫ້ແກ່ ທ່ານນາງ Hillary Clinton ຍ້ອນວ່າ ທາງເລືອກອື່ນນັ້ນ ແມ່ນເປັນທີ່ບໍ່ພໍໃຈ.”
ພາຍໃນບັນດາຜູ້ກ່າວຄຳປາໄສ ໃນຄ່ຳຄືນການເປີດກອງປະຊຸມ ນັ້ນ ມີສະຕີໝາຍເລກ ໜຶ່ງ ທ່ານນາງ Michelle Obama ຜູ້ທີ່ຍັງໄດ້ຮຽກຮ້ອງ ສະມາຊິກພັກເດໂມແຄຣັດ ທັງຫຼາຍ ໃຫ້ສະໜັບສະໜູນ ທ່ານນາງ Clinton.
ທ່ານນາງ Michelle Obama ໄດ້ເວົ້າວ່າ “ບໍ່ຄວນໃຫ້ ຜູ້ໃດຜູ້ໜຶ່ງ ບອກເຈົ້າວ່າ ປະເທດ ນີ້ ບໍ່ຍິ່ງໃຫຍ່ ວ່າ ວິທີໃດວິທີໜຶ່ງ ພວກເຮົາຕ້ອງເຮັດໃຫ້ມັນຍິ່ງໃຫຍ່ອີກຄັ້ງໜຶ່ງ. ເພາະ ວ່າ ໃນປັດຈຸບັນນີ້ ປະເທດນີ້ ເປັນປະເທດທີ່ຍິ່ງໃຫຍ່ທີ່ສຸດ ໃນໂລກ.”
ສະມາຊິກສະພາສູງ ຈາກລັດ Massachusetts ທ່ານນາງ Elizabeth Warren ຍັງໄດ້ ປຸກລະດົມ ພວກເຂົ້າຮ່ວມປະຊຸມ ດ້ວຍການໂຈມຕີທີ່ຮຸນແຮງ ຕໍ່ທ່ານ Donald Trump ຈາກພັກຣີພັບບລີກັນ.
ທ່ານນາງ Warren ກ່າວວ່າ “ໃນເວລາ ພວກເຮົາຫັນມາຜິດກັນແລະກັນ ພວກຄົນຮັ່ງມີ ອື່ນໆ ຄືກັບທ່ານ Trump ສາມາດ ນຳສະເໜີຜ່ານກົດໝາຍ ຫລີກລ່ຽງການເສຍພາສີ ຫຼາຍຢ່າງ ສຳລັບພວກເຂົາເຈົ້າເອງ ແລະ ພວກເຮົາຈະບໍ່ມີທຶນພຽງພໍເລີຍ ເພື່ອການສະ ໜັບສະໜູນ ໂຮງຮຽນຂອງພວກເຮົາ ຫຼື ສ້າງທາງຫຼວງຂອງພວກເຮົາຄືນໃໝ່ ຫຼື ລົງທຶນ ໃສ່ອະນາຄົດ ພວກລູກເຕົ້າຂອງພວກເຮົາ.”
ເຖິງແມ່ນວ່າ ຈຸດເພັ່ງເລັງ ແມ່ນຢູ່ທີ່ກອງປະຊຸມພັກເດໂມແຄຣັດ ທ່ານ Trump ແລະ ຄູ່ຮ່ວມລົງແຂ່ງຂັນ ທ່ານ Mike Pence ໄດ້ໂຄສະນາ ຫາສຽງແລະກ່າວຄຳປາໄສຕໍ່ພວກສະໜັບສະໜູນຂອງເຂົາເຈົ້າ ຢູ່ໃນລັດ Virginia ຫລັງຈາກ ກອງປະຊຸມໃຫຍ່ ຂອງພັກຣີພັບບລີກັນ ເມື່ອສັບປະດາແລ້ວນີ້.
ທ່ານ Trump ກ່າວວ່າ “ພວກເຮົາກຳລັງນຳໜ້າຢູ່. ແທ້ຈິງແລ້ວ ພວກເຮົາ ກຳລັງ ນຳໜ້າ ຢູ່ໃນການຢັ່ງຫາງສຽງ.”
ທ່ານນາງ Clinton ແລະ ຜູ້ສະໝັກຮ່ວມ ເປັນຮອງປະທານາທິບໍດີ ທ່ານ Tim Kaine ຕ່າງກໍຈະຂຶ້ນກ່າວຄຳປາໄສ ໃນກອງປະຊຸມໃຫຍ່ພັກເດໂມແຄຣັດ ໃນສັບປະດານີ້.