ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Sanders ຊະນະທ່ານນາງ Clinton ໃນການແຂ່ງຂັນ ເລືອກຕັ້ງຂັ້ນຕົ້ນ ທີ່ລັດ Michigan


Sanders Upsets Clinton in Michigan While Trump Romps
please wait

No media source currently available

0:00 0:02:39 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທຸກໆ ສາຍຕາແມ່ນໄດ້ເຝົ້າຕິດຕາມການລົງຄະແນນສຽງໃນສອງລັດ ໃຫຍ່ເມື່ອວັນອັງຄານທີ່ຜ່ານມາ. ທ່ານ Bernie Sanders ຈາກ ພັກເດໂມແຄຣັດ ໄດ້ຮັບໄຊຊະນະຢ່າງຫວຸດຫວິດຈາກຜູ້ມີຄະ ແນນນຳໜ້າຂອງພັກ ທ່ານນາງ Hilary Clinton ໃນການເລືອກ ຕັ້ງຂັ້ນຕົ້ນທີ່ລັດ Michigan ເມື່ອວັນອັງຄານທີ່ ຜ່ານມາ, ເປັນ ການຕໍ່ຊີວິດໃໝ່ໃນການໂຄສະນາຫາສຽງຂອງທ່ານເຊິ່ງມີຄວາມ ຂັດແຍ້ງຕໍ່ລັດຖະບານ. ທ່ານນາງ Clinton ໄດ້ເອົາຊະນະທ່ານ Sanders ຢ່າງງ່າຍດາຍໃນລັດ Mississippi. ໃນຂະນະດຽວກັນ ທ່ານ Donald Trump ຈາກພັກຣີພັບບລີກັນ ​ແມ່ນສືບຕໍ່ໄດ້ຮັບ ໄຊຊນະ ຢູ່ໃນທັງສອງລັດ ​ເຊິ່ງເປັນການຫຍັບໃກ້ເຂົ້າອີກກ້າວໜຶ່ງ ຕໍ່ການຖືກສະເໜີຊື່​ໃຫ້ຕາງໜ້າພັກ ໃນການລົງແຂ່ງຂັນເລືອກຕັ້ງເອົາຕຳແໜ່ງປະທານາທິບໍ ດີຂອງທ່ານ. ນັກ ຂ່າວແຫ່ງຊາດຂອງ ວີໂອເອ Jim Malone ມີບົດສະຫຼຸບກ່ຽວ​ກັບຜົນການ ແຂ່ງຂັນ ໃນວັນອັງ ຄານທີ່ຜ່ານມາ ຈາກນະຄອນຫຼວງ ວໍຊິງຕັນ ເຊິ່ງ ພຸດທະສອນ ຈະນຳ ເອົາລາຍລະອຽດມາ ສະເໜີທ່ານ.

ທ່ານ Bernie Sanders ກ່າວວ່າ “ແລະ ຄວາມໝາຍຂອງຄ່ຳຄືນນີ້ກໍແມ່ນວ່າການໂຄ ສະນາຫາສຽງ Bernie Sanders, ການປະຕິວັດຂອງປະຊາຊົນທີ່ພວກເຮົາກຳ ລັງເວົ້າເຖິງ, ການປະຕິວັດທາງດ້ານການ ເມືອງທີ່ພວກເຮົາກຳລັງເວົ້າເຖິງ, ແມ່ນ ມີຄວາມເຂັ້ມແຂງໃນທຸກໆພາກ ສ່ວນຂອງປະເທດ.”ທ່ານ Bernie Sanders ໄດ້ເອົາ ຊະນະຜູ້ມີ​ຄະ​ແນນນຳໜ້າໃນການແຂ່ງຂັນຂອງພັກ ທ່ານ ນາງ Hilary Clinton ຢ່າງຄາດບໍ່ ເຖິງທີ່ລັດ Michigan ແລະໄດ້ສົ່ງສັນຍານວ່າ ການແຂ່ງ ຂັນຂອງພັກເດໂມແຄຣັດ ເຊິ່ງນຳ ໜ້າໂດຍທ່ານນາງ Clinton ນັ້ນອາດຈະດຳເນີນຕໍ່ໄປ ຕື່ມອີກ.

ທ່ານນາງ Clinton ໄດ້ຮັບໄຊຊະນະຢ່າງງ່າຍດາຍ​ໃນລັດ Mississippi ແລະ ຈະ​ແບ່ງບັນ ດາຜູ້ແທນກັບທ່ານ Sanders ໃນລັດ Michigan.

ທ່ານນາງຍັງຮັກສາການ​ມີຄະແນນນຳໜ້າຢ່າງຫລວງຫລາຍ ໃນການນັບພວກຜູ້ແທນ ກ່ອນ​ໜ້າການເລືອກຕັ້ງຂັ້ນຕົ້ນ ໃນ 5 ລັດໃຫຍ່ໃນສັບປະດາໜ້າ.

ທ່ານນາງ Hilary Clinton ກ່າວວ່າ “ຖ້າທ່ານເຮັດວຽກໃຫ້ກັບຂ້າພະເຈົ້າ ແລະ ຖ້າ ທ່ານລົງຄະແນນສຽງໃຫ້ຂ້າພະເຈົ້າ, ຂ້າພະເຈົ້າຈະເຮັດວຽກຢ່າງສຸດຂີດໃຫ້ກັບ ທ່ານ. ຂ້າພະເຈົ້າຈະເຮັດວຽກທຸກໆມື້ເລີຍ.”

ໃນການແຂ່ງຂັນຂອງພັກຣີພັບບລີກັນ, ທ່ານ Donald Trump ໄດ້ປະສົບ​ຄວາມ​ສຳ​ເລັດອີກ ບາດກ້າວໜຶ່ງ ຕໍ່ການທີ່​ຈະ​ຖືກສະເໜີຊື່​ເພື່ອ​ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ດ້ວຍ ໄຊຊະນະອັນຈະ​ແຈ້ງ ໃນລັດ Mississippi ແລະ ລັດ Michigan.

ທ່ານ Trump ມີຄວາມເພິງພໍໃຈທີ່ທ່ານໄດ້ຮັບໄຊຊະນະ ທັງທີ່ວ່າໄດ້ຖືກໂຈມຕີກ່ຽວກັບການ ໂຄສະນາໃນແງ່ລົບທາງໂທລະພາບເມື່ອບໍ່ດົນມານີ້.

ທ່ານ Donald Trump ກ່າວວ່າ “ພວກເຂົາເຈົ້າໄດ້ໂຈມຕີຂ້າພະເຈົ້າຢ່າງຮຸນແຮງ ແລະ ແຕ່ລະຄົນຜູ້ທີ່ໄດ້ໂຈມຕີຂ້າພະເຈົ້າ ກໍໄດ້ຫາຍໄປແລ້ວ ແລະ ຂ້າພະເຈົ້າ ກໍພູມໃຈກັບມັນຫຼາຍ. ເພາະວ່ານັ້ນແມ່ນສິ່ງທີ່ພວກເຮົາຄວນມີສຳລັບປະເທດ ຂອງພວກເຮົາ.”

ຜູ້​ປົກຄອງລັດ Ohio ທ່ານ John Kasich ແລະ ສະມາຊິກສະພາສູງຈາກລັດ Texas ທ່ານ Ted Cruz ແມ່ນມີຄະແນນຕາມຫຼັງທ່ານ Trump ໃນລັດ Michigan.

ທ່ານ Kasich ໄດ້ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນ ກະກຽມ​ໃສ່ການເລືອກຕັ້ງຂັ້ນຕົ້ນໃນ ສັບປະດາໜ້າ ໃນລັດທີ່ເປັນບ້ານຂອງທ່ານເອງ.

ທ່ານ John Kasich ກ່າວວ່າ “ດັ່ງນັ້ນຂ້າພະເຈົ້າຄິດວ່າປະຊາຊົນເລີ່ມຈະສະໜັບສະ ໜູນການຕໍ່​ການ​ໂຄສະນາ​ຫາ​ສຽງ​ໃນ​ທາງ​ບວກ ທີ່ພວກເຂົາເຈົ້າກ່າວຕໍ່ລູກໆຂອງ ພວກເຂົາເຈົ້າ, ນີ້ແມ່ນວິທີການປະຕິບັດຕົນໃນດ້ານການເມືອງ. ພຽງແຕ່ໃຫ້ລໍຖ້າ ຕື່ມອີກໜຶ່ງສັບປະດາຫຼັງຈາກຄ່ຳຄືນນີ້, ພວກເຮົາຈະໄດ້ຮັບໄຊຊະນະໃນລັດ Ohio ແລະ ມັນກໍຈະເປັນສະຖານະການທີ່ແປກໃໝ່.”

ທ່ານ Ted Cruz ໄດ້ຮັບໄຊຊະນະໃນການເລືອກຕັ້ງຂັ້ນຕົ້ນທີ່ລັດ Idaho ແລະ ໄດ້ຮັບການ ສະໜັບສະໜູນຈາກການຢັ່ງຫາງສຽງແຫ່ງຊາດຄັ້ງໃໝ່ ທີ່ສະແດງໃຫ້ເຫັນທ່ານ Trump ກຳ ລັງໄດ້ຮັບຄວາມນິຍົມໜ້ອຍລົງ.

ທ່ານ Ted Cruz ກ່າວວ່າ “ພວກເຮົາຮູ້ວ່າພຽງບໍ່ເທົ່າໃດນາທີທີ່ຜ່ານມາ ການຢັ່ງ ຫາງສຽງໜັງສືພິມ Wall Street ໄດ້ສະແດງ​ໃຫ້​ເຫັນວ່າພວກເຮົາມີຄະ​ແນນ​ສຽງ ເທົ່າໆກັບທ່ານ Donald Trump ໃນທົ່ວປະ ເທດ.”

ທ່ານ Marco Rubio ຈາກພັກຣິພັບບລີກັນ ກ່າວວ່າ “ທ່ານເຄີຍເຊື່ອໝັ້ນໃນຕົວຂອງ ຂ້າພະເຈົ້າຄັ້ງໜຶ່ງ, ຂ້າພະ​ເຈົ້າຂໍໃຫ້ບັນດາທ່ານຈົ່ງເຊື່ອໝັ້ນຂ້າພະເຈົ້າອີກຄັ້ງ ໜຶ່ງ.”

ສະມາຊິກສະພາສູງທ່ານ Marco Rubio ຫວັງວ່າ ຈະຮັບໄຊຊະນະໃນສັບປະດາໜ້າ, ​ໃນ ຄວາມພະຍາຍາມຄັ້ງສຸດທ້າຍ ໃນລັດ Florida ທີ່ເປັນບ້ານຂອງທ່ານ ເຖິງແມ່ນວ່າຈະມີຄະ ແນນ ຕາມຫຼັງຢ່າງຫຼວງ ຫຼາຍໃນການແຂ່ງຂັນ​ເມື່ອວັນອັງຄານທີ່ຜ່ານມາ.

ລັດ Florida ແລະ ລັດ Ohio ແມ່ນລາງວັນທີ່ໃຫຍ່ໃນບັນດາ 5 ລັດທີ່ຈະຈັດການເລືອກຕັ້ງ ໃນວັນອັງຄານສັບປະດາໜ້າ, ເຊິ່ງເປັນມື້ທີ່ອາດຈະສ້າງ ຫຼືທຳລາຍຄວາມຫວັງ​ເພື່ອ​ເຂົ້າ ຄອບ​ຄອງທຳນຽບຂາວຂອງທັງສອງພັກການເມືອງໄດ້.

XS
SM
MD
LG