ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ ແຊນ​ເດີ​ຣ​ສ໌ ເລີ້ມ​ເຕົ້າ​ໂຮມ ​ໂຄ​ສະ​ນາ​ຫາ​ສຽງ ທີ່​ບ້ານ​ເກີດຂອງ​ທ່ານ


ທ່ານ ​ເບີ​ນີ ແຊນ​ເດີ​ຣ​ສ໌ ສະ​ມາ​ຊິກ​ສະ​ພາ​ສູງ​ ສະຫະ​ລັດ ສັງ​ກັດ​ພັກ​ອິ​ດ​ສະ​ຫຼະ ເລີ້ມ​ໂຄ​ສະ​ນາ​ຫາ​ສຽງ​ທີເມືອງ ບ​ຣຸກ​ລິນ ໂບ​ໂຣ ລັດ​ນິວຢອກ ວັນ​ທີ 2 ກຸມ​ພາ 2019.
ທ່ານ ​ເບີ​ນີ ແຊນ​ເດີ​ຣ​ສ໌ ສະ​ມາ​ຊິກ​ສະ​ພາ​ສູງ​ ສະຫະ​ລັດ ສັງ​ກັດ​ພັກ​ອິ​ດ​ສະ​ຫຼະ ເລີ້ມ​ໂຄ​ສະ​ນາ​ຫາ​ສຽງ​ທີເມືອງ ບ​ຣຸກ​ລິນ ໂບ​ໂຣ ລັດ​ນິວຢອກ ວັນ​ທີ 2 ກຸມ​ພາ 2019.

ທ່ານ​ເບີ​ນີ ແຊນ​ເດີ​ຣ​ສ໌ ສະ​ມາ​ຊິກ​ສະ​ພາ​ສູງ​ ສະຫະ​ລັດ ສັງ​ກັດ​ພັກ​ອິ​ດ​ສະ​ຫຼະ ຜູ້​ທີ່​ໄດ້
ຕາງ​ໜ້າໃຫ້​ພັກ​ທີ​ສາມໃນການ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ
ໃນ​ປີ 2016 ນັ້ນໄດ້​ກ້າວ​ເຂົ້າສູ່ເວ​ທີ​ອີກ​ຄັ້ງ​ນຶ່ງ ດ້ວຍ​ການ​ຊຸມ​ນຸມ ສຳ​ລັບ​ການລົງ​ແຂ່ງ
​ຂັນ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີປີ 2020 ຂອງ​ທ່ານ.

ການຊຸ​ມ​ນຸມ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ​ບ​ຣຸກ​ລິນ, ທີ່​ທ່ານເຄີຍ​ເຂົ້າ​ຮຽນນັ້ນ, ໄດ້​ມີ​ຈຸດ​ປະ​ສົງ
​ທີ່​ຈະສະ​ແດງ​ໃຫ້​ເຫັນແງ່​ມູມ​ດ້ານ​ສ່ວ​ນໂຕ​, ຂອງ​ທີ່ຜູ້ລົງ​ແຂ່​ງ​ຂັນດັ່ງ​ກ່າວ ​ທີ່ບໍ່​ໄດ້ກ່າວ
​ເນັ້ນ ໃນລະ​ຫວ່າງ​ການ​ແຂ່ງ​ຂັນ​ຂອງ​ທ່ານ​ໃນ​ປີ 2016. ໃນ​ການ​ເວົ້າ​ເຖິງ​ປະ​ຫວັດ​ຊົນ
​ຊັ້ນ​ກຳ​ມະ​ກອນ​ຂອງ​ທ່ານ​ນັ້ນ, ການ​ເຕີບ​ໂຕ​ໃນ​ອາ​ພາດ​ເມັ້ນ​ເຊົ່າ​ຂະ​ໜາດ​ນ້ອຍໃນ​ເມືອງ
ບ​ຣຸກ​ລິນ ຍັງ​ໄດ້​ປຽບ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ປັດ​ຈຸ​ບັນ ທ່ານ
ດໍ​ໂນ​ລ ທ​ຣຳ, ຜູ້​ທີ່​ໄດ້​ເຕີບ​ໃຫຍ່​ຂຶ້ນ​ມາ​ດ້ວຍ​ຄວາມ​ຮັ່ງ​ມີ ໃນ​ເມືອງ ຄວີນ​ສ໌ ທີ່​ຢູ່​ໃກ້​ຄຽງ.

ທ່ານ​ໄດ້​ກ່າວວ່າ “ຂ້າ​ພະ​ເຈົ້າ​ຮູ້​ວ່າ ການ​ຢູ່​ໃນ​ຄອບ​ຄົວ​ທີ່​ອາ​ໄສ​ເງິນ​ເດືອນ​ຕໍ່​ເງິນ​ເດືອນ​
ມັນ​ເປັນ​ແນວ​ໃດ. ເຊິ່ງ​ທ່ານ​ໄດ້​ອະ​ທິ​ບາຍ​ເຖິງ ພໍ່​ຜູ້ຍົກ​ຍ້າຍ​ຖິ່ນ​ຖານ​ຂອງ​ທ່ານ ທີ່​ດີ້ນ​ຮົນ
​ຕັ້ງ​ຕົວ​ໃນ ສະ​ຫະ​ລັດ. ໃນ​ຂະ​ນະ​ທີ່​ທ່ານ ແຊນ​ເດີ​ສ໌ ໄດ້​ຮັບ​ຄວາມ​ສົນ​ໃຈ​ພຽງ​ເລັກ​ນ້ອຍ
\ກ່ຽວ​ກັບ ບັນ​ພະ​ບູ​ລຸດ​ຊາວ ຢິວ ຂອງ​ທ່ານ​ໃນ​ການ​ແຂ່ງ​ຂັນ​ປີ 2016 ນັ້ນ, ໃນ​ວັນ​ເສົາ​
ວານນີ້ ທ່ານ​ໄດ້​ກ່າວ​ວ່າ ຄອບ​ຄົວ​ພໍ່​ຂອງ​ທ່ານ ໄດ້​ຖືກ “ລົບ​ລ້າງ” ໃນ​ການ​ປະ​ເທດ
ໂປ​ແລນ ທີ່​ຖືກ​ຄອບ​ຄອງ​ໂດຍ​ພວກ​ນາ​ຊີ ນັ້ນ.

ທ່ານ ​ແຊນ​ເດີ​ຣ​ສຸ ຍັງ​ໄດ້​ຮ້ອງທ່ານ​ທ​ຣ​ຳ​ວ່າ “ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ ທີ່ອັນ​ຕະ​ລາຍ​ທີ່ສຸດ
ຢູ່​ໃນ​ປະ​ຫວັດ​ສາດຍຸກ​ໃໝ່​ຂອງ​ ອາ​ເມ​ຣິ​ກາ” ແລະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ທີ່​ຈະ​ຕໍ່​ສູ້​ເພື່ອ
“ຄວາມ​ທ່ຽງ​ທຳທາງ​ເສດ​ຖະ​ກິດ, ຄວາມ​ຍຸ​ດ​ຕິ​ທຳ​ທາງ​ສັງ​ຄົມ ຄວາມຍຸດ​ຕິ​ທຳ​ດ້ານ​ເຊື້ອ​
ຊາດ​ສີຜິວ ແລະ​ ຄວາ​ມ​ທ່ຽງ​ທຳດ້ານ​ສິ່ງ​ແວດ​ລ້ອມ.”

ທ່ານ​ຍັງ​ກ່າວ​ວ່າ “ຫລັກກ​ານ​ພື້ນ​ຖານ​ຂອງ​ລັດ​ຖະ​ບານ​ພາວກ​ເຮົາ ຈະ​ບໍ່ໂລບ​ມາກ​ໂລ​
ພາ, ບໍ່​ຄຽດ​ຊັງ ແລະ ບໍ່​ຂີ້​ຕົວະ. ຈະ​ບໍ່​ມີ​ການ​ແບ່ງ​ແຍກສີ​ຜິວ,​ ເພດ, ໂຣກ​ຢ້ານ​ຄົນ​ແປກ​
ໜ້າ, ຊັງ​ຄົນ​ຮັກ​ເພດ​ດຽວ​ກັນ ແລະ​ ລຳ​ອຽງ​ສາ​ສະ​ໜາ. ສິ່ງ​ດັ່ງ​ກ່າວ​ນັ້ນ​ຈະ​ຕ້ອງ​ຈົບ​ລົງ.”

ທ່ານ​ເບີ​ນີ ແຊນ​ເດີ​ຣ​ສ໌ ສະ​ມາ​ຊິກ​ສະ​ພາ​ສູງ​ ສະຫະ​ລັດ ສັງ​ກັດ​ພັກ​ອິ​ດ​ສະ​ຫຼະ ເລີ້ມ​ໂຄ​ສະ​ນາ​ຫາ​ສຽງ ຫຸ້ມ​ລ​້ອມ​ປ​ໄປ​ດ້ວຍ​ຜູ້​ສະ​ໜັນ​ສະໜູນ.
ທ່ານ​ເບີ​ນີ ແຊນ​ເດີ​ຣ​ສ໌ ສະ​ມາ​ຊິກ​ສະ​ພາ​ສູງ​ ສະຫະ​ລັດ ສັງ​ກັດ​ພັກ​ອິ​ດ​ສະ​ຫຼະ ເລີ້ມ​ໂຄ​ສະ​ນາ​ຫາ​ສຽງ ຫຸ້ມ​ລ​້ອມ​ປ​ໄປ​ດ້ວຍ​ຜູ້​ສະ​ໜັນ​ສະໜູນ.

ໃນ​ການພະ​ຍາ​ຍາມ​ຂະ​ຫຍາຍ​ການ​ອ້ອນວອນ​ຂອງ​ທ່ານຕໍ່ຄົນ​ກຸ່ມ​ນ້ອຍນັ້ນ, ຕໍ່​ໄປທ່ານ
​ແຊນ​ເດີ​ຣ​ສ໌ ຈະ​ໄປປາ​ກົດ​ໂຕ​ຢູ່​ເມືອງ ​ແຊ​ລ​ມາ ລັດ ອາ​ລາ​ບາ​ມາ ໃນ​ວັນ​ອາ​ທິດ​ມື້​ນີ້
ເພື່ອ​ເຂົ້​າ​ຮ່ວມ​ງານ​ລະ​ນຶກ​ເຖິງ ​ການ​ເດີນ​ຂະ​ບວນ​ສິດ​ທິ​ພົນ​ລະ​ເຮືອນ​ ແຊ​ລ​ມາ ເຊິ່ງໄດ້
​ຈັດ​ຂຶ້ນ​ໃນ​ປີ 1965.

ໃນ​ຂະ​ນະ​ທີ່​ທ່ານ​ ແຊນ​ເດີ​ຣ​ສ໌ ໄດ້​ເປັນຜູ້​ສະ​ໝັກ​ທີ່​ຮູ້​ກັນ​ດີ ຢູ່​ໃນການ​ແຂ່ງ​ຂັນປີ 2020
ທີ່​ແໜ້ນ ​ສຳ​ລັບ​ການ​ສະ​ເໜີ​ຊື່​ຂອງ​ພັກ​ເດ​ໂມ​ແຄ​ຣັດ ນັ້ນ, ທ່ານ​ໄດ້ໄດ້​ມີ​ຊື່​ສຽງ ສຳ​ລັບ​ຜູ້
​ຕິດ​ຕາມ​ທີ່​ເປັນ​ຮາກ​ຖານ​ຂອງ​ທ່ານ, ເຊິ່ງ​ໄດ້​ເຮັດ​ໃຫ້​ທ່ານ​ເປັນ​ຜູ້​ທ້າ​ຊິງ​ທີ່​ແຂງ​ແກ່ນ ຕໍ່​ຜູ້
​ທີ່​ພັກ​ເດ​ໂມ​ແຄ​ຮັດ​ມັກ ທ່ານ​ນາງ ຮິ​ລ​ແລ​ຣີ ຄ​ລິນ​ຕັນ ໃນ​ປີ 2016 ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG