ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ແຊນເດີສ໌ ປະກາດສະໜັບສະໜູນ ຄູ່ແຂ່ງຮ່ວມພັກເດໂມແຄຣັດ ທ່ານ ໄບເດັນ ສຳລັບຕຳແໜ່ງ ປະທານທິບໍດີ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ ເບີນີ ແຊນເດີສ ກ່າວຄຳປາໄສ ຫຼັງຈາກຜ່າຍແພ້ໃຫ້ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ໃນການເລືອກຕັ້ງຂັ້ນຕົ້ນ Super Tuesday, ເມືອງ ເບີລິງຕັນ, ລັດ ເວີມັອນ. 11 ມີນາ, 2020.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ ເບີນີ ແຊນເດີສ ກ່າວຄຳປາໄສ ຫຼັງຈາກຜ່າຍແພ້ໃຫ້ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ໃນການເລືອກຕັ້ງຂັ້ນຕົ້ນ Super Tuesday, ເມືອງ ເບີລິງຕັນ, ລັດ ເວີມັອນ. 11 ມີນາ, 2020.

ສະມາຊິກສະພາສູງລັດ ເວີມັອນ ທ່ານ ເບີນີ ແຊນເດີສ໌ ໃນວັນຈັນວານນີ້ໄດ້ປະກາດໃຫ້ການສະ ໜັບສະໜູນຄູ່ແຂ່ງໃນອະດີດຂອງທ່ານຢ່າງເປັນທາງການຄື ອະດີດຮອງປະທານາທິບໍດີ ສະຫະ ລັດ ທ່ານ ໂຈ ໄບເດັນ, ເພື່ອເປັນປະທານາ ທິບໍດີ ສະຫະລັດ ໃນການເລືອກຕັ້ງແຫ່ງຊາດທີ່ຈະຈັດຂຶ້ນໃນເດືອນພະຈິກ ກັບ ປະທານາທິບໍດີສັງກັດພັກຣີພັບບລີກັນທ່ານ ດໍໂນລ ທຣຳ.

ທ່ານ ແຊນເດີສ ໄດ້ບອກທ່ານ ໄບເດັນ ໃນການປາກົດຕົວຜ່ານທາງອິນເຕີ ແນັດ ຮ່ວມກັບທ່ານ ໄບເດັນ ວ່າ “ພວກເຮົາຕ້ອງເຮັດໃຫ້ທ່ານ ທຣຳ ເປັນ ປະທານາທິ ບໍດີສະໄໝດຽວ ແລະ ພວກເຮົາຢາກໃຫ້ທ່ານໄປຢູ່ທຳນຽບຂາວ.”

ທ່ານ ໄບເດັນ ໄດ້ປະຕິຍານວ່າ “ຂ້າພະເຈົ້າຈະເຮັດທຸກຢ່າງທີ່ສາມາດເຮັດໄດ້ ເພື່ອໃຫ້ມັນເກີດ ຂຶ້ນ, ທ່ານ ໂຈ.”

ທ່ານ ໄບເດັນ ໄດ້ຕອບວ່າ “ຂ້າພະເຈົ້າຢາກຂອບໃຈທ່ານ ສຳລັບສິ່ງນັ້ນ. ມັນ ສຳຄັນຫຼາຍ. ການຮັບຮອງຂອງທ່ານແມ່ນສຳຄັນຫຼາຍ,​ ສຳຄັນຫຼາຍສຳລັບຂ້າ ພະເຈົ້າ.”

ທ່ານ ແຊນເດີສ໌, ຜູ້ທີ່ປະກາດຕົນເອງວ່າເປັນນັກສັງຄົມນິຍົມປະຊາທິປະໄຕນັ້ນ, ໄດ້ເປັນຄູ່ແຂ່ງຄົນສຸດທ້າຍຂອງທ່ານ ໄບເດັນ ສຳລັບການສະເໜີຊື່ເອົາຕຳແໜ່ງ ປະທານາທິບໍດີຂອງພັກເດໂມແຄຣັດ, ໄດ້ຍົກເລີກການໂຄສະນາຫາສຽງຂອງ ທ່ານໃນອາທິດທີ່ຜ່ານມາ ຍ້ອນຄະແນນສຽງນຳໜ້າຈາກຄະນະຜູ້ແທນ ທີ່ເບິ່ງຄື ວ່າບໍ່ສາມາດເອົາຊະນະຂອງທ່ານ ໄບເດັນ ໄດ້ ສຳລັບກອງປະຊຸມການສະເໜີ ຊື່ເພື່ອເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິບໍດີແຫ່ງຊາດຂອງພັກໃນເດືອນສິງ ຫາ.

ທ່ານ ແຊນເດີສ໌ ໄດ້ທຳການຜັກດັນເພື່ອປ່ຽນແປງນະໂຍບາຍທີ່ສຳຄັນຂອງ ສະຫະລັດ ທີ່ທ່ານ ໄບເດັນ ໄດ້ຄັດຄ້ານຫຼາຍຄັ້ງ, ເຊັ່ນລັດຖະບານເຂົ້າຄວບ ຄຸມປະກັນສຸຂະພາບຄືທີ່ທ່ານ ແຊນເດີສ໌ ເອີ້ນວ່າ Medicare for All ແລະ ຄ່າເຂົ້າຮຽນຟຣີສຳລັບນັກສຶກສາ ມະຫະວິທະຍາໄລ ຢູ່ມະຫາວິທະຍາໄລລັດ.

ເມື່ອທ່ານ ແຊນເດີສ໌ ໄດ້ສິ້ນສຸດການໂຄສະນາຫາສຽງທີ່ກະຕືລືລົ້ນຂອງທ່ານ ຫຼັງຈາກການເລືອກຕັ້ງຂັ້ນຕົ້ນ ປະທານາທິບໍດີຂອງພັກເດໂມແຄຣັດ ໃນລັດ ວິສຄອນຊິນ ໃນອາທິດທີ່ຜ່ານມານັ້ນ, ທ່ານ ໄບເດັນ ກໍໄດ້ປັບປ່ຽນທ່າທີຂອງ ທ່ານ ກ່ຽວກັບ ປະກັນສຸຂະພາບຂອງທ່ານ ແຊນເດີສ໌ ແລະ ທັດສະນະຄະຕິ ກ່ຽວກັບ ຄ່າເຂົ້າຮຽນ, ເຊິ່ງເປັນຄວາມພະຍາຍາມທີ່ໄດ້ຊັກຊວນຈູງໃຈ ບັນດາ ຜູ້ສະໜັບສະໜູນຂອງທ່ານ ແຊນເດີສ໌ ຕໍ່ການລົງສະໝັກເລືອກຕັ້ງຂອງທ່ານ.

ທ່ານ ໄບເດັນ, ເຊິ່ງໄດ້ລົງແຂ່ງເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ເປັນ ຄັ້ງທີສາມໃນຮອບດົນກວ່າສາມທົດສະວັດນັ້ນ, ໄດ້ກ່າວວ່າ ແທນທີ່ລັດຖະບານ ຈະຄວບຄຸມປະກັນສຸຂະພາບທັງໝົດ, ປະຊາຊົນ ອາເມຣິກັນ ຄວນຮັບເອົາປະ ກັນສຸຂະພາບທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານໃນອາຍຸ 60 ປີ ແທນທີ່ ຈະເປັນ 65 ປີໃນປັດຈຸບັນ.

ກ່ຽວກັບ ຄ່າຮຽນນັ້ນ, ທ່ານ ໄບເດັນ ໄດ້ຮຽກຮ້ອງໃຫ້ຍົກເລີກໜີ້ສິນນັກສຶກສາ ສຳລັບຄອບຄົວລາຍໄດ້ຕໍ່າ ແລະ ຊົນຊັ້ນກາງ ຜູ້ທີ່ໄດ້ເຂົ້າຮຽນຢູ່ວິທະຍາໄລ, ມະຫາວິທະຍາໄລ ແລະ ສະຖາບັນເອກະ ຊົນບາງແຫ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG