ທ່ານນາງ ຊາຣາ ແຊນເດີສ໌ (Sarah Sanders) ໂຄສົກປະຈຳທຳນຽບຂາວ ຈະອອກຈາກຕຳແໜ່ງຂອງທ່ານນາງໄປ ໃນເວລາບໍ່ພໍເທົ່າໃດອາທິດຂ້າງໜ້ານີ້, ອີງຕາມການປະກາດຂອງປະທານາທິບໍດີ ດໍໂນລ ທຣຳຂອງສະຫະລັດ ໃນວັນພະຫັດວານນີ້.
ທ່ານທຣຳ ຂຽນຢູ່ໃນໜ້າທວີດເຕີສ່ວນຕົວຂອງທ່ານວ່າ "ຊາຣາ ຮັກກາບີ ແຊນເດີສ໌ (Sarah Huckabee Sanders) ທີ່ດີຢ້ຽມຂອງພວກເຮົາ ຈະອອກຈາກທຳນຽບຂາວໄປໃນທ້າຍເດືອນນີ້ ແລະຈະກັບຄືນໄປຍັງບ້ານ ຢູ່ໃນລັດອາແກນຊໍທີ່ດີຫລາຍຂອງນາງ.” ທ່ານຂຽນຕໍ່ໄປວ່າ "ນາງເປັນຄົນທີ່ພິເສດຫລາຍ, ມີພອນສະຫວັນທີ່ເລີດ, ເປັນຜູ້ທີ່ມີຜົນງານໃນການເຮັດວຽກທີ່ດີຢ່າງໜ້າເຫລືອເຊື່ອ!"
ທ່ານທຣຳໄດ້ກ່າວຕໍ່ໄປອີກວ່າ ທ່ານຫວັງວ່າ ທ່ານນາງ ແຊນເດີສ໌ ຈະລົງສະໝັກເປັນຜູ້ປົກຄອງລັດອາແກນຊໍ, ຊຶ່ງເປັນຕຳແໜ່ງທີ່ພໍ່ຂອງທ່ານນາງ, ທ່ານ ໄມຄ໌ ຮັກກາບີ (Mike Huckabee) ໄດ້ດຳລົງມາເປັນເວລາ 11 ປີນັ້ນ.
ການເລືອກຕັ້ງຜູ້ປົກຄອງລັດຢູ່ໃນລັດນັນແມ່ນຈະຈັດຂຶ້ນໃນ 2022.
ພາຍໃນບໍ່ພໍເທົ່າໃດນາທີຕໍ່ມາ ຢູ່ໃນຫ້ອງທາງຕາເວັນອອກຂອງທຳນຽບຂາວ, ຢູ່ໃນງານທີ່ຊຸກຍູ້ ໃຫ້ຈ້າງງານອະດີດນັກໂທດນັ້ນ, ທ່ານທຣຳ ໄດ້ເອີ້ນທ່ານນາງແຊນເດີສ໌ ຂຶ້ນໄປກາງເວທີ ໃນຂະນະທີ່ກ່າວສັນລະເສີນທ່ານນາງວ່າ "ເປັນນັກລົບ."
"ພວກເຮົາໄດ້ຜ່ານຜ່າຫລາຍສິ່ງຫລາຍຢ່າງຮ່ວມກັນ, ແລະລາວເປັນຄົນຍາກທີ່ຈະເອົາຊະນະໄດ້, ແຕ່ວ່າລາວກໍເປັນຄົນດີ," ນັ້ນຄືຄຳເວົ້າຂອງປະທານາທິບໍດີ ໂດຍໄດ້ກ່າວຢ້ຳຄືນເຖິງຄວາມຫວັງຂອງທ່ານ ທີ່ຢາກເຫັນທ່ານນາງຈະລົງສະໝັກເປັນຜູ້ປົກຄອງລັດຂອງລັດທີ່ທ່ານນາງອາໄສຢູ່.
ທ່ານນາງແຊນເດີສ໌ ເລີ້ມຕົ້ນເວົ້າ ພາຍຫລັງທີ່ທ່ານທຣຳບອກໃຫ້ທ່ານນາງກ່າວຄຳເຫັນເລັກໜ້ອຍ ໂດຍກ່າວວ່າ "ຂ້າພະເຈົ້າຈະພະຍາຍາມຈະບໍ່ໃຫ້ຕົນນ້ຳຕາອອກ ເພາະຂ້າພະເຈົ້າຮູ້ດີວ່າ ການຮ້ອງໄຫ້ບາງຄັ້ງກໍອາດເຮັດໃຫ້ພວກເຮົາຖືກມອງວ່າເປັນຄົນອ່ອນແອໄດ້.”
ທ່ານນາງແຊນເດີສ໌ເອີ້ນການດຳລົງຕຳແໜ່ງຂອງທ່ານນາງ ໃນນາມເປັນໂຄສົກປະຈຳທຳນຽບຂາວວ່າ "ເປັນກຽດອັນສູງສົ່ງໃນຊີວິດນຶ່ງ, ເປັນໂອກາດດີທີ່ສຸດໃນຊົ່ວຊີວິດນຶ່ງ” ແລະກ່າວຕໍ່ໄປອີກວ່າ "ຂ້າພະເຈົ້າພໍໃຈໃນທຸກນາທີ ທີ່ໄດ້ຢູ່ທີ່ນີ້ ແມ່ນແຕ່ຢູ່ໃນເວລານາທີທີ່ຫຍຸ້ງຍາກກໍຕາມ."
ທ່ານປະທານາທິບໍດີ ໄດ້ຈູບຫົວຂອງທ່ານນາງແຊນເດີສ໌ ແລະທ່ານນາງກໍໄດ້ໂອບກອດທ່ານ ກ່ອນຈະກ້າວລົງຈາກເວທີໄປ.
ທ່ານນາງແຊນເດີສ໌ ເປັນທີ່ປຶກສາທີ່ປະທານາທິບໍດີເຊື່ອທີ່ສຸດຄົນນຶ່ງ ຂອງເພິ່ນ ໃນໄລຍະທີ່ທ່ານນາງດຳລົງຕຳແໜ່ງຢູ່ໃນຫ້ອງການທາງກ້ຳຕາເວັນຕົກຂອງທຳນຽບຂາວ ນັບຕັ້ງແຕ່ການເລີ້ມຕົ້ນດຳລົງຕຳແໜ່ງເປັນປະທານາທິບໍດີ ຂອງທ່ານ ທຣຳເປັນຕົ້ນມາ ຊຶ່ງໄດ້ກ້າວຂຶ້ນມາຈາກການເປັນຮອງໂຄສົກຫລັກ ປະຈຳທຳນຽບຂາວ ໃນຕອນທີ່ທ່ານ ຊອນ ສະໄພເຊີ (Sean Spicer) ເປັນຫົວໜ້າໂຄສົກຢູ່ນັ້ນ.