ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Sanders ກ່າວວ່າ ທ່ານນາງ Clinton ຟ້າວ ພິຈາລະນາຕົນເອງ ເປັນ​ຜູ້ຖືກ​ແຕ່ງຕັ້ງ

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ສະມາຊິກສະພາສູງ ຈາກລັດ Vermont ທ່ານ Bernie Sanders ກ່າວຖະແຫລງ ຢູ່ການໂຮມຊຸມນຸມ ໃນວັນອາທິດ ທີ 22 ພຶດສະພາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ສະມາຊິກສະພາສູງ ຈາກລັດ Vermont ທ່ານ Bernie Sanders ກ່າວຖະແຫລງ ຢູ່ການໂຮມຊຸມນຸມ ໃນວັນອາທິດ ທີ 22 ພຶດສະພາ 2016.

ໃນ​ຂະນະ​ທີ່​ເວລາ​ຍັງ​ເຫລືອຢູ່ພຽງສອງສັບປະດາ ກ່ອນໜ້າການລົງຄະ ແນນສຽງໃຫຍ່ ຄັ້ງເທື່ອ​ສຸດ​ທ້າຍ ໃນຂັ້ນຕອນການສະເໜີຊື່ ແຕ່ງຕັ້ງຜູ້ສະໝັກ ເປັນປະທານາທິບໍດີ ຂອງ ພັກເດໂມແຄຣັດ ສະມາຊິກສະພາສູງຈາກລັດ Vermont ທ່ານ Bernie Sanders ກ່າວ ວ່າ ອະດີດລັດ ຖະມົນຕີຕ່າງປະເທດ ທ່ານນາງ Hillary Clinton ແມ່ນ “​ຟ້າວໂພດ” ທີ່​ໄດ້ພິຈາລະນາຕົນເອງວ່າ ​ເປັນ​ຜູ້ຖືກ​ແຕ່ງຕັ້ງຂອງພັກ.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton, ກາງ, ໄປເຖິງງານລົດນະລົງໃຫ້ຜູ້ມີສິດອອກສຽງ ອອກມາໃຊ້ສິດ ເພື່ອກ່າວຄຳປາໄສ ຢູ່ທີ່ ມະຫາວິທະຍາໄລ Transylvania ໃນນະຄອນ Lexington, ລັດ Kentucky, ວັນທີ 16 ພຶດສະພາ 2016.

ທ່ານ Sanders ໄດ້ກ່າວ ໃນລະຫວ່າງການປາກົດໂຕ ຢູ່ໃນລາຍການໂທລະພາບ This Week ຂອງຕາໜ່າງຂ່າວ ABC ໃນວັນອາທິດວານນີ້ ວ່າ ທ່ານຄາດຄິດຈະເຮັດໄດ້ “ດີຫຼາຍ” ໃນການແຂ່ງຂັນຢູ່ໃນ 9 ລັດ ທີ່ຍັງເຫຼືອຢູ່. ທ່ານໄດ້ກ່າວຕໍ່ ຜູ້ສະໜັບສະໜູນ ​ໃນເວລາ​ຕໍ່​ມາ ຢູ່ທີ່ການໂຮມຊຸມນຸມ ໃນລັດ California ຊຶ່ງມີຈຳນວນຜູ້ແທນ ຫຼາຍກວ່າ ລັດອື່ນໆໃດ ທີ່ຈະໄດ້ຮັບ ຄັນມີຜົນງານທີ່ດີ ຢູ່ທີ່ນັ້ນ ມັນອາດຈະເຮັດໃຫ້ທ່ານມີທ່າແຮງ ໃນເວລາເຂົ້າໄປສູ່ ກອງປະຊຸມພັກເດໂມແຄຣັດ ໃນເດືອນກໍລະກົດນີ້.

ທ່ານ Sanders ໄດ້ກ່າວອີກວ່າ “ຖ້າພວກເຮົາ ໄດ້ຖືກສະເໜີຊື່​ແຕ່ງຕັ້ງໂດຍພັກແລ້ວ ຂ້າພະເຈົ້າ ຮັບປະກັນວ່າ Donald Trump ຈະບໍ່ໄດ້ເປັນປະທານາທິບໍດີ.”

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ການໃຫ້ສຳພາດ ກັບອົງການຂ່າວ AP ໃນຫ້ອງການຂອງທ່ານ ຢູ່ທີ່ຕຶກ Trump Tower ໃນນະຄອນ New York, ວັນທີ 10 ພຶດສະພາ 2016.

ທ່ານ Trump ຊຶ່ງຄາດໝາຍວ່າ ຈະໄດ້ຖືກສະເໜີຊື່​ແຕ່ງຕັ້ງ ໂດຍພັກຣີພັລບລີກັນ ​ໄດ້​ເອົາ​ຊະນະ​ຜູ້​ສະໝັກ​ຄົນ​ອື່ນໆ​ໃນການແຂ່ງຂັນ ເພື່ອ​ໃຫ້ໄດ້ຮັບການສະເໜີຊື່ຂອງພັກ. ທ່ານ Sanders ໄດ້ບົ່ງບອກໃຫ້ເຫັນເຖິງການຢັ່ງຫາງສຽງ ຄັ້ງຫຼ້າສຸດ ທີ່ສະແດງໃຫ້ເຫັນ ອີກ ເທື່ອນຶ່ ວ່າ ທ່ານ ເອົາຊະນະ ທ່ານ Trump ໂດຍຄະ​ແນນ​ຫຼາຍກວ່າ ທ່ານນາງ Clinton. ການຢັ່ງຫາງສຽງເຫຼົ່ານັ້ນ ໄດ້ສະແດງໃຫ້ເຫັນວ່າ ການປະເຊີນກັນລະຫວ່າງທ່ານ Trump ກັບ ທ່ານນາງ Clinton ແມ່ນສະເໝີກັນ.

ແຕ່ບັນຫາສຳລັບ ທ່ານ Sanders ກໍແມ່ນວ່າ ຢູ່ໃນການເລືອກຕັ້ງຂັ້ນຕົ້ນ ແລະ ການ ເລືອກຕັ້ງຂອງພັກ ທີ່ໄດ້ເລີ້ມຕົ້ນຂຶ້ນເມື່ອເດືອນກຸມພາຜ່ານມານັ້ນ ທ່ານນາງ Clinton ໄດ້ສະສົມຄະແນນສຽງ ຂອງພວກຜູ້ແທນຫຼາຍກວ່າ. ການນັບຄະແນນສຽງ ຫຼາຍຮ້ອຍ ຄະແນນ ຂອງອັນທີ່ເອີ້ນວ່າ super delegates ຫຼື ຜູ້ແທນພິ​ເສດຂອງພັກ ຜູ້ທີ່ໄດ້ກ່າວ ວ່າ ພວກເຂົ້າຈະສະໜັບສະໜູນ ທ່ານນາງ Clinton ຊຶ່ງທ່ານນາງ ມີຄະແນນນຳໜ້າ ທ່ານ Sanders 2,293 ຕໍ່ 1,533. ເວັ້ນເສຍແຕ່ວ່າ ທ່ານ Sanders ສາມາດຫັນປ່ຽນພວກຜູ້ ແທນດັ່ງກ່າວ ​ໃຫ້​ຫັນ​ມາສະ​ໜັບສະ​ໜູນ​ທ່ານ ທ່ານຈະຕ້ອງໄດ້ຮັບຄະແນນສຽງປະມານ 90 ເປີ ເຊັນ ຈາກບັນດາຜູ້ແທນ ທີ່ຍັງເຫຼືອ ຈຶ່ງຈະມີໂອກາດ ໄດ້ຖືກສະເໜີຊື່.

ສະນັ້ນແລ້ວ ມັນກໍຂຶ້ນກັບພວກຜູ້ມີສິດປ່ອນບັດ ໃນສະຫະລັດ ທີ່ຈະອອກໄປໃຊ້ສິດ ຢູ່ທີ່ ໜ່ວຍເລືອກຕັ້ງ ໃນເດືອນພະຈິກ ໂດຍມີທາງເລືອກ ລະຫວ່າງ ທ່ານນາງ Clinton ແລະ ທ່ານ Trump ຜູ້ສະມັກຂອງສອງ ພັກໃຫຍ່ສະຫະລັດ. ພວກເຂົາເຈົ້າທັງສອງ ຕ່າງ​ກໍ​ເປັນ​ບຸກຄົນ ທີ່ບໍ່ຄ່ອຍ​ໄດ້​ຮັບນິຍົມຊົມຊອບປານໃດ ອິງຕາມການຢັ່ງຫາງສຽງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG