ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ທ່ານ Sanders ແລະທ່ານນາງ Clinton ໂຕ້ວາທີ່ກັນຢ່າງເຜັດຮ້ອນໃນ ນະຄອນນິວຢອກ


ບັດນາຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ສະມາຊິກ ສະພາສູງ ທ່ານ Bernie Sanders ຈາລັດ Vermont ແລະ ທ່ານນາງ Hillary Clinton.

ບັນດາ​ຜູ້​ສະໝັກ​ປະທານາທິບໍດີ​ພັກ​ເດ​ໂມ​ແຄຣັດ ສະມາຊິກ​ສະພາ​ສູງ ທ່ານ Bernie Sanders ​ແລະ​ອະ​ດີດ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​ໄດ້​ຈັດການ ​ໂຕ້​ວ່າ​ທີ​ຢ່າງ​ເຜັດ​ຮ້ອນ​ໃນ​ຕອນແລງ​ວັນ​ພະຫັດ​ວານ​ນີ້ ຢູ່​ ໃ​ນ​ຂົງເຂດ​ຄຸ້ນ​ເຄີ​ຍ Brooklyn ຂອງນະຄອນ New York ກ່ອນ​ໜ້າການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທີ່​ສຳຄັນ​ໃນລັດ​ New York​.

ທັງ​ສອງ​ທ່ານ​ໄດ້​ແລກ​ປ່ຽນ​ກັນ​ຢ່າງ​ສະຫຼຽວ​ສະຫຼາດ​ ຊຶ່ງພວກເຂົາ​ເຈົ້າ​ໄດ້​ສໍ້​ຖາມ​ເຖິງການ ​ຕັດສິນໃຈ​ຊຶ່ງ​ກັນ​ແລະ​ກັນ. ທ່ານ Sanders ຜູ້​ທີ່​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມາ​ໄດ້​ກ່າວ​ວ່າ ທ່ານ​ບໍ່​ເຊື່ອ ທ່ານ​ນາງ Clinton ມີ​ຄຸນນະ​ວຸດທິພຽງພໍ ທີ່​ຈະ​ເປັນ​ປະ​ທາ​ນາ​ທິບໍດີ ແຕ່ໃນ ​ວັນ​ພະ​ຫັດ​ວານ​ນີ້ ທ່ານ​ໄດ້​ຮັບ​ວ່າ ທ່ານ​ນາງ Clinton ມີ​ຄຸນ​ນະ​ວຸດ​ທິ ​ແຕ່ໄດ້​ຖາມ​ເຖິງ​ການ​ຕັດສິນ​ໃຈຂອງ​ທ່ານ​ນາງ. ທ່ານ​ໄດ້​ຊີ້​ໃສ່​ການ​ສະໜັບສະໜູນສົງຄາມຂອງ​ທ່ານ​ນາງ ຢູ່​ໃນ​ອີຣັກ ​ແລະ​ຮັບ​ເງິນ​ໂຄສະນາ​ຫາ​ສຽງ​ຈາກ​ບັນດາ​ທະນາຄານ ​ແລະ​ບໍລິສັດ​ຕ່າງໆ​ຢູ່ Wall Street.

ທ່ານ​ນາງ Clinton ​ໄດ້​ກ່າວ​ຫາກຸ່ມຂອງ​ທ່ານ Sanders ວ່າປັ້ນ​ເລື້ອງຂີ້​ຕົວະກ່ຽວ​ກັບ​ ທ່ານ​ນາງ. ທ່ານ​ນາງ Clinton ກ່າວ​ວ່າ ປະຊາຊົນ New York ​ໄດ້​ເລືອກ​ເອົາ​ທ່ານເປັນ ​ສະມາຊິກ​ສະພາ​ສູງ​ສອງ​ເທື່ອ ​ແລະ​ປະທານາທິບໍດີ Barack Obama ​ໄດ້​ແຕ່ງ​ຕັ້ງທ່າ​ນ
ນາງ​ເປັນລັດຖະມົນຕີ​ຕ່າງປະ​ເທດ​. ທ່ານ​ນາງ​ກ່າວ​ວ່າ ທ່ານ​ມີຄວາ​ມທ່ຽງ​ທຳ ​ແຕ່​ໄດ້​ເນັ້ນ ​ໜັກເຖິງ ຄວາມ​ອ່ອນ​ແອ​ຂອງ ທ່ານ Sanders ​ກ່ຽວ​ກັບ​ນະ​ໂຍບາຍ​ການຕ່າງປະ​ເທດ.

ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານ Bernie Sanders.
ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານ Bernie Sanders.

ທ່ານ​ນາງເອີ້ນ​ການ​ເຈາະ​ຈົງ​ຂອງ​ທ່ານ Sanders ກ່ຽວ​ກັບ​ການ​ຮັບ​ເອົາເງິນ​ບໍລິຈາກ ຈາກ Wall Street ນັ້ນ​ເປັນ​ “ການ​ໂຈມຕີ​ນັ້ນ​ເທັດ.”

ທັງ​ສອງ​ໄດ້​ເຫັນ​ດີ​ນຳ​ກັນກ່ຽວ​ກັບ ທະນາຄານທີ່ວ່າ​ໃຫຍ່​ເກີນ​ໄປຈະ​ລົ້ມ​ແຫລວ ທີ່​ເປັນ​ໄພ​ ຕໍ່​ການເສດຖະກິດ ​ແລະ​ສົມ​ຄວນແບ່ງ​ອອກ​ຈາກ​ກັນ. ​ແຕ່​ວ່າ ​ພວກເຂົາ​ເຈົ້າ​ໂກດ​ແຄ້ນ​ ກ່ຽວກັບ​ການເພີ້ມອັດຕາເງິນ​ຄໍ່າ​ແຮງ​ງານ​ຂັ້ນ​ຕ່ຳຂອງລັດຖະບານ​ກາງ ​ແບບ​ຮ້ອງໃສ່​ກັນ.

US Democratic Debate
please wait
Embed

No media source currently available

0:00 0:01:51 0:00

ອ່ານຂ່າງເລື່ອງນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG