ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງແຊນເດີສ໌ ຕາງໜ້າພັກຣີພັບບລີກັນ ກ່າວວ່າ ລັດຖະບານທ່ານໄບເດັນ 'ໄດ້ຖືກຢຶຶດ ໂດຍພວກຫົວຮຸນແຮງຝ່າຍຊ້າຍຢ່າງເຕັມສ່ວນ'


ຜູ້ປົກຄອງລັດອາແກນຊໍ ທ່ານນາງ ຊາຣາ ຮັກກະບີ ແຊນເດີສ໌ ສັງກັດພັກເດໂມແຄຣັດ ລໍຖ້າທີ່ຈະກ່າວຕອບໂຕ້ຕໍ່ ການກ່າວຄຳປາໄສຂອງປະທານາທິບໍດີ ເບເດັນ ຕໍ່ສະພາ ແລະປະເທດຊາວ ຫຼື State of the Union, ວັນທີ 7 ກຸມພາ 2023, ໃນເມືອງລິໂຕລ ຣັອກ ລັດອາແກນຊໍ.
ຜູ້ປົກຄອງລັດອາແກນຊໍ ທ່ານນາງ ຊາຣາ ຮັກກະບີ ແຊນເດີສ໌ ສັງກັດພັກເດໂມແຄຣັດ ລໍຖ້າທີ່ຈະກ່າວຕອບໂຕ້ຕໍ່ ການກ່າວຄຳປາໄສຂອງປະທານາທິບໍດີ ເບເດັນ ຕໍ່ສະພາ ແລະປະເທດຊາວ ຫຼື State of the Union, ວັນທີ 7 ກຸມພາ 2023, ໃນເມືອງລິໂຕລ ຣັອກ ລັດອາແກນຊໍ.

ຜູ້ປົກຄອງລັດອາແກນຊໍ ທ່ານນາງຊາຣາ ຮັກກາບີ ແຊນເດີສ໌ ໄດ້ບັນລະຍາຍຄວາມແຕກຕ່າງລະຫວ່າງພັກຣີພັບບລີກັນ ແລະອັນທີ່ທ່ານນາງເອີ້ນວ່າ ຄວາມລົ້ມແຫຼວຂອງລັດຖະບານທ່ານໄບເດັນ ແລະພັກເດໂມແຄຣັດ ໃນຂະນະທີ່ທ່ານນາງໄດ້ກ່າວຕອບໂຕ້ຂອງພັກຣີພັບບລີກັນ ຕໍ່ຄຳປາໄສຂອງທ່ານໄບເດັນ ​ຕໍ່​ສະພາ​ແລະປະເທດຊາດ ຫຼື State of the Union ເມື່ອແລງວັນອັງຄານວານນີ້.

“ເສັ້ນແບ່ງແຍກບໍ່ແມ່ນລະຫວ່າງຝ່າຍຂວາ ຫຼື ຝ່າຍຊ້າຍ ອີກຕໍ່ໄປ” ທ່ານນາງໄດ້ກ່າວ. ແລ້ວກ່າວຕໍ່ໄປວ່າ “ການເລືອກ ແມ່ນລະຫວ່າງ ຄວາມປົກກະຕິ ຫຼື ຄວາມບ້າ.”

ທ່ານນາງ ໄດ້ກ່າວວ່າ ພັກເດໂມແຄຣັດ ຕ້ອງການປົກຄອງຊາວອາເມຣິກັນ ໂດຍລັດຖະບານຄວບຄຸມຫຼາຍຂຶ້ນ ແລະຮຽກຮ້ອງໃຫ້ໝັ້ນໝາຍຕໍ່ “ແນວຄິດຂອງອາເມຣິກາທີ່ມີມາຍາວນານ ທີ່ວ່າ ລັດຖະບານບໍ່ໄດ້ດຳລົງຢູ່ເພື່ອປົກຄອງປະຊາຊົນ ແຕ່ເພື່ອຮັບໃຊ້ປະຊາຊົນ.”

ທ່ານນາງແຊນເດີສ໌ ຜູ້ທີ່ກ່ອນໜ້ານີ້ ໄດ້ຮັບໜ້າທີ່ເປັນໂຄສົກທຳນຽບຂາວ ໃນລະຫວ່າງ ລັດຖະບານຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ລັດຖະບານໃນປັດຈຸບັນນີ້ “ໄດ້ຖືກຢຶຶດເອົາໂດຍພວກຫົວຮຸນແຮງຝ່າຍຊ້າຍຢ່າງເຕັມສ່ວນ.”

ທ່ານນາງໄດ້ກ່າວຫາທ່ານໄບເດັນ ຕໍ່ໄປອີກ ໃນການບໍ່ເຮັດພຽງພໍ ເພື່ອຮັກສາເຂດຊາຍແດນຂອງປະເທດໃຫ້ປອດໄພ ແລະໄດ້ກ່າວວ່າ “ການບໍ່ຢືນຢັດຕໍ່ຈີນຂອງທ່ານໄບເດັນນັ້ນ ເປັນອັນຕະລາຍ ແລະຮັບເອົາບໍ່ໄດ້.”

ທ່ານໄບເດັນ ໄດ້ກ່າວໃນຄຳປາໄສຂອງທ່ານ ວ່າ ທ່ານຈະປະສານງານກັບຈີນ ໃນທາງທີ່ເຮັດໃຫ້ອາເມຣິກາກ້າວໜ້າ ແລະດ້ວຍພົນປະໂຫຍດຂອງໂລກ, ແລະວ່າ ຖ້າຈີນຂົ່ມຂູ່ອະທິປະໄຕຂອງສະຫະລັດ “ພວກເຮົາຈະປະຕິບັດເພື່ອປົກປ້ອງປະເທດຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG